ກອງປະຊຸມປຶກສາຫາລື ເພື່ອປັບປຸງວຽກງານຈັດຊື້-ຈັດຈ້າງ ຂອງ ຄສລ2

Mar 29, 2017 | Uncategorized @lo

ໃນວັນທີ 28 ມີນາ 2017 ກອງທຶນປົກປັກຮັກສາສິ່ງແວດລ້ອມ (ກປສ) ໄດ້ຈັດກອງປະຊຸມ ປຶກສາຫາລື ເພື່ອປັບປຸງວຽກງານຈັດຊື້-ຈັດຈ້າງ ຂອງໂຄງການສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສປປ ລາວ ໄລຍະ 2 ທີ່ ຫ້ອງປະຊຸມເຂດພັດທະນາຄົບວົງຈອນໜອງທາ, ນະຄອນຫລວງວຽງຈັນ ໃຫ້ກຽດເປັນປະທານກອງປະຊຸມໂດຍທ່ານ ນາງ ບຸນພາມາ ໂພທິສານ, ຮອງຫົວໜ້າຫ້ອງການ ກອງທຶນປົກປັກຮັກສາສິ່ງແວດລ້ອມ ພ້ອມດ້ວຍບັນດາ ຫົວໜ້າໂຄງການ ແລະ ວິຊາການຈັດຊື້-ຈັດຈ້າງ ຈາກ 28 ໂຄງການ ທີ່ໄດ້ຮັບທຶນຈາກ ຄສລ2, ລວມທັງຄູຝຶກ ແລະ ພະນັກງານຂອງຫ້ອງການ ກປສ ລວມທັງໝົດ 78 ທ່ານ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອສະເໜີລະບົບໃໝ່ໃນການພົວພັນດ້ານການຈັດຊື້-ຈັດຈ້າງ ລະຫວ່າງ ໂຄງການກັບທະນາຄານໂລກ, ປຶຶກສາຫາລື ແລະ ເປັນເອກະພາບໃນການຈັດຕັ້ງປະຕິບັດ ລວມໄປເຖິງ ການຄົ້ນ ຄົ້ວາ ແລະ ສັງລວມບັນຫາຄວາມຫຍຸ້ງຍາກ, ຂໍ້ສະເໜີວິທີການປັບປຸງແກ້ໄຂຕ່າງໆໃນຂັ້ນຕອນການຈັດຊື້-ຈັດຈ້າງ. ນອກຈາກນີ້ ກອງປະຊຸມດັ່ງກ່າວແມ່ນເພື່ອກະກຽມ ແລະ ສະໜັບສະໜູນໂຄງການຍ່ອຍຕາມວາລະຂອງການປະເມີນໄລຍະກາງຂອງ ຄສລ 2 ໃນຊ່ວງວັນທີ 20 ມີນາ ຫາ ວັນທີ 7 ເມສາ 2017.
[metaslider id=775]