ກອງປະຊຸມສະໄໝວິສາມັນຄັ້ງທີ I (ສະໄໝທີ II) ຂອງສະພາບໍລິຫານ ກອງທຶນປົກປັກຮັກສາສິ່ງແວດລ້ອມ, ວັນທີ 04 ສິງຫາ 2017

Aug 8, 2017 | news

ກອງປະຊຸມສະໄໝວິສາມັນຄັ້ງທີ I (ສະໄໝທີ II) ຂອງສະພາບໍລິຫານ ກອງທຶນປົກປັກຮັກສາສິ່ງແວດລ້ອມ ໄດ້ຈັດຂື້ນໃນຕອນບ່າຍຂອງ ວັນທີ 04 ສິງຫາ 2017 ທີ່ຫ້ອງປະຊຸມຂະແໜງສິ່ງແວດລ້ອມ, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ສົມມາດ ພົລເສນາ, ລັດຖະມົນຕີກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ປະທານສະພາບໍລິຫານ ກປສ ພ້ອມດ້ວຍຮອງລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ຮອງປະທານສະພາບໍລິຫານ ກປສ, ບັນດາຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງ ອຸດສະຫະກໍາ ແລະ ການຄ້າ, ກະຊວງສຶກສາທິການ ແລະ ກິລາ, ທີ່ເປັນຄະນະກໍາມະການ ສະພາບໍລິຫານ ກປສ, ຮອງປະທານສູນກາງແນວລາວສ້າງຊາດ, ຮອງປະທານສະຫະພັນແມ່ຍິງລາວ, ຮອງປະທານສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດ ທີ່ເປັນຄະນະກໍາມະການສະພາບໍລິຫານ ກປສ, ຜູ້ຕາງໜ້າຈາກ ກະຊວງການເງິນ ແລະ ກະຊວງພະລັງງານ ແລະ ບໍ່ແຮ່, ພ້ອມດ້ວຍບັນດາຜູ້ສັງເກດການຈາກກົມກອງທີ່ກ່ຽວຂ້ອງ ແລະ ກອງເລຂາ ລວມທັງໝົດ 20 ທ່ານ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອເຜີຍແຜ່ເນື້ອໃນດຳລັດວ່າດ້ວຍການແຕ່ງຕັ້ງບຸກຄະລາກອນ ຂອງສະພາບໍລິຫານ ກອງທຶນປົກປັກຮັກສາສິ່ງແວດລ້ອມ ພ້ອມທັງຄົ້ນຄ້ວາກ່ຽວກັບການແຕ່ງຕັ້ງກໍາມະການສໍາຮອງ, ລາຍງານສະພາບການເກັບກໍາລາຍຮັບຈາກບັນດາໂຄງການພັດທະນາ (ເຂື່ອນໄຟຟ້ານໍ້າຕົກ ແລະ ບໍ່ແຮ່), ຜ່ານບົດສະຫຼຸບການເຄື່ອນໄຫວຂອງ ກປສ ສົກປີ 2015-2016 ແລະ ຮັບຮອງແຜນການເຄື່ອນໄຫວປີ 2017, ພິຈາລະນາຜ່ານບົດສະເໜີໂຄງການທີ່ຂໍນໍາໃຊ້ທຶນຂອງ ກປສ ແລະ ໂຄງການສິ່ງແວດລ້ອມ ແລະ ສັງຄົມຢູ່ ສ ປປ ລາວ ໄລະຍະ 2 (ຄສລ 2) ມີທັງໝົດ 6 ໂຄງການ.
[metaslider id=781]