ພິທີເຊັນສັນຍາ ສະໜອງທຶນໃຫ້ ໂຄງການຍ່ອຍ ຄັ້ງວັນທີ 18-01-2016

Jan 19, 2017 | news

ພິທີເຊັນສັນຍາ ສະໜອງທຶນຈາກ ໂຄງການສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສປປ ລາວ ໄລຍະ 2 ໂດຍຜ່ານ ກອງທຶນປົກປັກຮັກສາສິ່ງແວດລ້ອມ (ກປສ)
ໃຫ້ແກ່ໂຄງການ “ສ້າງຄວາມສາມາດ ໃນການເຊື່ອມສານການພັດທະນາສີຂຽວ ເຂົ້າໃນຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ຂະແໜງການ ແລະ ທ້ອງຖິ່ນ”
ໃນຕອນບ່າຍຂອງ ວັນທີ 18 ມັງກອນ 2017 ທີ່ຫ້ອງປະຊຸມ ກະຊວງແຜນການ ແລະ ການລົງທຶນ, ໄດ້ມີພິທີເຊັນສັນຍາ ສະໜອງທຶນຈາກໂຄງການສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສປປ ລາວ ໄລຍະ 2 ໂດຍຜ່ານ ກອງທຶນປົກປັກຮັກສາສິ່ງແວດ ລ້ອມ (ກປສ) ໃຫ້ແກ່ ໂຄງການ “ສ້າງຄວາມສາມາດໃນການເຊື່ອມສານການພັດທະນາສີຂຽນເຂົ້າໃນຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ຂແໜງການ ແລະ ທ້ອງຖິ່ນ”. ໂຄງການດັ່ງກ່າວມີ 3 ອົງປະກອບ ແລະ ມີກິດຈະກຳທີສຳຄັນຕ່າງໆຄື: (1) ສ້າງຍຸດທະສາດ ແລະ ສູນພັດທະນາສີຂຽວຂອງ ສປປ ລາວ ເພື່ອເປັນເປັນບ່ອນອີງ ແລະ ກົນໄກປະສານງານຊຸກຍູ້ການເຕີບໂຕສີຂຽວ-ຍືນຍົງ ຢູ່ ສປປ ລາວ ຢ່າງເປັນສະບົບ, ມີປະສິດທິພາບ, ປະສິດທິຜົນ ແລະ ຍືນຍົງ; (2) ສ້າງລະບົບຕິດຕາມ ແລະ ລາຍງານຄວາມຄືບໜ້າຂອງການພັດທະນາເສດຖະກິດ-ສັງຄົມຕາມທິດສີຂຽວ-ຍືນຍົງໃນແຕ່ລະໄລຍະ; (3) ຈັດຕັ້ງປະຕິບັດໂຄງການຄົ້ນຄວ້າວິທະຍາສາດ ແລະ ນະໂຍບາຍຕ່າງໆ ເພື່ອສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ຂະແໜງການ ແລະ ທ້ອງຖິ່ນຕາມທິດສີຂຽວ ແລະ ຍືນຍົງ; (4) ສ້າງຈິດສຳນຶກ, ເຜີຍແຜ່ຂໍ້ມູນຂ່າວສານ ແລະ ຄວາມຮູ້ກ່ຽວກັບການເຕີບໂຕສີຂຽວແກ່ສາທາລະນະຊົນດ້ວຍການສ້າງວາລະສານ, ລາຍການວິທະຍຸ ແລະ ໂທລະທັດ ແລະ ປະຊຸມສຳມະນາປຶກສາຫາລືກັບຂະແໜງການ ແລະ ທ້ອງຖິ່ນກ່ຽວກັບການເຕີບໂຕສີຂຽວ-ຍືນຍົງ; (5) ຝຶກອົບຮົມເພີ່ມຂີດຄວາມສາມາດໃຫ້ແກ່ພະນັກງານກ່ຽວຂ້ອງຂອງຂະແໜງການ ແລະ ທ້ອງຖິ່ນຢູ່ພາຍໃນ ແລະ ຕ່າງປະເທດ ແລະ (6) ນໍາພາການນຳຂັ້ນສູງໄປຖອດຖອນບົດຮຽນຢູ່ຕ່າງປະເທດ.
ໂຄງການດັ່ງກ່າວ ຈະໄດ້ຮັບການຈັດຕັ້ງປະຕິບັດໂດຍ ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ (ສຄສຊ) ແລະ ກະຊວງແຜນການ ແລະ ການລົງທືນ (ຜທ), ມີມູນຄ່າ 4,047,813,000 ກີບ (ສີພັນສີສິບເຈັດລ້ານ ແປດແສນ ສິບສາມພັນ) ແລະ ມີໄລຍະເວລາຈັດຕັ້ງປະຕິບັດ 3 ປີ, ໂດຍນັບແຕ່ປີ 2017 ເປັນຕົ້ນໄປ.
ເປັນກຽດເຂົ້າຮ່ວມເປັນສັກຂີພະຍານໃນພິທີເສັນສັນຍາຄັ້ງນີ້ມີ ທ່ານ ປອ. ກິແກ້ວ ຈັນທະບູຣີ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ປອ. ລີເບີ ລີບົວປາວ, ຮອງຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງພະແນກ, ພະນັກງານຫຼັກແຫ່ງ, ວິຊາການ ແລະ ຜູ້ປະສານງານ ພາຍໃນກະຊວງ ຜທ, ສຄສຊ ແລະ ກປສ ລວມທັງໝົດປະມານ 25 ທ່ານ.
ໃຫ້ກຽດລົງນາມໃນສັນຍາດັ່ງກ່າວແມ່ນ ທ່ານ ນາງ ບຸນພາມາ ໂພທິສານ, ຮອງຜູ້ອຳນວຍການ ກອງທຶນປົກປັກຮັກສາສິ່ງແວດລ້ອມ (ຕາງໜ່າ ກປສ) ແລະ ທ່ານ ນາງ ພອນວັນ ອຸທະວົງ, ຫົວໜ້າກົມແຜນການ, ກະຊວງແຜນການ ແລະ ການລົງທຶນ (ຕາງໜ່າກະຊວງ ຜທ ແລະ ສຄສຊ).