ກອງປະຊຸມຝຶກອົບຮົມກ່ຽວກັບການຄຸ້ມຄອງໂຄງການສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສປປ ລາວ ໄລຍະ2, ການປະເມີນ METT, ທົບທວນ ແລະ ວາງແຜນປີ 2017

Feb 13, 2017 | Uncategorized @lo

ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ( ກປສ) ຈັດກອງປະຊຸມຝຶກອົບຮົມກ່ຽວກັບການນໍາໃຊ້ຄູ່ມືການຄຸ້ມຄອງໂຄງການສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສປປ ລາວ ໄລຍະ2, ການປະເມີນ ກ່ຽວກັບເຄື່ອງມືການຕິດຕາມການຄຸ້ມຄອງທີ່ມີປະສິດທິຜົນ (METT), ທົບທວນ ແລະ ວາງແຜນປີ 2017 ເຊິ່ງຈັດຂື້ນໃນລະຫວ່າງວັນທີ 9-10 ກຸມພາ 2017 ທີ່ ໂຮງແຮມ ລ້ານຊ້າງ ໂດຍການເປັນປະທານຂອງທ່ານ ນາງ ບຸນພາມາ ໂພທີສານ, ຮອງຜູ້ອໍານວຍການ ກປສ ແລະ ທ່ານ ຊອນ ມີແຊນ ປາວີ, ຊ່ຽວຊານອາວຸໂສ ດ້ານສິ່ງແວດລ້ອມ ຕາງໜ້າທະນາຄານໂລກ ປະຈຳ ສປປ ລາວ, ພ້ອມດ້ວຍຄູຝຶກທີ່ມາຈາກທະນາຄານໂລກ, ຫົວໜ້າພະແນກ ແລະ ວິຊາການດ້ານການຕິດຕາມປະເມີນຜົນຂອງ ຫ້ອງກາານ ກປສ , ເຊິ່ງມີຜູ້ເຂົ້າຮ່ວມຝຶກອົບຮົມແມ່ນຈາກບັນດາໂຄງການດັ່ງນີ້: ໂຄງການ ສ້າງຄວາມເຂັ້ມແຂງໃນການປະສານງານ ແລະ ຄຸ້ມຄອງປ່າສະຫງວນ ແລະ ປ່າປ້ອງກັນຂອງແຂວງບໍລິຄຳໄຊ, ຂະແໜງຄຸ້ມຄອງຊັບພະຍາກອນປ່າໄມ້, ພະແນກກະສິກຳ ແລະ ປ່າໄມ້, ແຂວງບໍລິຄຳໄຊ, ໂຄງການ ສ້າງຄວາມເຂັ້ມແຂງໃນການປະສານງານ ແລະ ຄຸ້ມຄອງປ່າສະຫງວນ ແລະ ປ່າປ້ອງກັນຂອງແຂວງຄໍາມ່ວນ, ຂະແໜງຄຸ້ມຄອງຊັບພະຍາກອນປ່າໄມ້, ພະແນກກະສິກຳ ແລະ ປ່າໄມ້, ແຂວງຄຳມ່ວນ, ໂຄງການ ສ້າງຄວາມເຂັ້ມແຂງໃນການປະສານງານ ແລະ ຄຸ້ມຄອງປ່າສະຫງວນ ແລະ ປ່າປ້ອງກັນຂອງແຂວງຊຽງຂວາງ, ຂະແໜງຄຸ້ມຄອງຊັບພະຍາກອນປ່າໄມ້, ພະແນກກະສິກຳ ແລະ ປ່າໄມ້, ແຂວງຊຽງຂວາງ, ໂຄງການ ສ້າງຄວາມເຂັ້ມແຂງໃນການປະສານງານ ແລະ ຄຸ້ມຄອງປ່າສະຫງວນ ແລະ ປ່າປ້ອງກັນຂອງແຂວງຫົວພັນ,ຂະແໜງຄຸ້ມຄອງຊັບ ພະຍາກອນປ່າໄມ້, ພະແນກກະສິກຳ ແລະ ປ່າໄມ້, ແຂວງ ຫົວພັນ, ໂຄງການ ສ້າງຄວາມເຂັ້ມແຂງໃນການຄຸ້ມຄອງປ່າສະຫງວນ ແລະ ປ່າປ້ອງກັນ ຂອງແຂວງຫຼວງພະບາງ, ຂະແໜງຄຸ້ມຄອງຊັບພະຍາກອນປ່າໄມ້, ພະແນກກະສິກຳ ແລະ ປ່າໄມ້, ແຂວງຫລວງພະບາງ, ໂຄງການ ສ້າງຄວາມເຂັ້ມແຂງໃນການຄຸ້ມຄອງປ່າສະຫງວນ ແລະ ປ່າປ້ອງກັນ ຂອງແຂວງວຽງຈັນ, ຂະແໜງຄຸ້ມຄອງຊັບພະຍາກອນປ່າໄມ້, ພະແນກກະສິກຳ ແລະ ປ່າໄມ້, ແຂວງວຽງຈັນ, ໂຄງການ ສ້າງຄວາມເຂັ້ມແຂງໃນການຄຸ້ມຄອງປ່າສະຫງວນ ແລະ ປ່າປ້ອງກັນ ຂອງແຂວງສະຫວັນນະເຂດ, ຂະແໜງຄຸ້ມຄອງຊັບພະຍາກອນປ່າໄມ້, ພະແນກກະສິກຳ ແລະ ປ່າໄມ້, ແຂວງສະຫວັນນະເຂດ ລວມທັງໝົດມີ 55 ທ່ານ.
ຈຸດປະສົງຂອງການຝຶກອົບຮົມແມ່ນເພື່ອເປັນສ້າງຄວາມເຂົ້າໃຈເປັນເອກະພາບນຳກັນກ່ຽວກັບການປະເມີນເຄື່ອງມືການຕິດຕາມການຄຸ້ມຄອງທີ່ມີປະສິດທິຜົນ (METT), ເຊິ່ງເປັນຕົວຊີ້ວັດ ຫລັກຂອງໂຄງການ ຄສລ2 ໃຫ້ແກ່ໂຄງການທີ່ກຳລັງກະກຽມບົດສະເໜີໂຄງການເພື່ອສົ່ງເຂົ້າກອງປະຊຸມຄະນະວິຊາການທີ່ຈະໄດ້ຈັດຂື້ນໃນເດືອນ ມີນາ, 2017 ແລະ ເພື່ອເປັນການຊຸກຍູ້ ແລະ ແນະນຳໃນການທົບທວນ ແລະ ວາງແຜນປີ 2017 ຈາກຜູ້ໃຫ້ທຶນທະນາຄານໂລກ, ພ້ອມທັງເປັນການປຶກສາຫາລືກ່ຽວກັບຕໍ່ສັນຍາໂຄງການອອກໄປຕື່ມອີກ 3 ເດືອນຈົນຮອດເດືອນ ທັນວາ 2017.
[metaslider id=695]