ກອງທຶນປົກປັກຮັກສາສິ່ງແວດລ້ອມ ໄດ້ຈັດກິດຈະກຳປູກຈິດສຳນຶກໃນການປົກປັກຮັກສາສິ່ງແວດລ້ອມ ໃຫ້ນ້ອງນັກຮຽນ ຢູ່ໂຮງຮຽນມັດທະຍົມຕອນຕົ້ນດອນສະຫວ່າງ ບ້ານດອນສະຫວ່າງ ເມືອງຫາດຊາຍຟອງ, ນະຄອນຫລວງວຽງຈັນ ໃນວັນທີ 28 ກຸມພາ 2020 ນີ້, ນໍາພາໂດຍ ທ່ານ ສີພັນດອນ ສີຫາວົງ, ຮັກສາການຫົວໜ້າຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ, ທ່ານ ລຳເພັດ ຄໍາຄໍ້ຮົ່ມພັນ ຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງຫາດຊາຍຟອງ, ທ່ານ ສົມສີ ເທບພະວົງ ຫົວໜ້າຫ້ອງການສຶກສາເມືອງຫາດຊາຍຟອງ, , ທ່ານ ກອງແກ້ວ ວົງສາ ອຳນວຍການໂຮງຮຽນມັດທະຍົມຕອນຕົ້ນດອນສະຫວ່າງ, ພ້ອມດ້ວຍ ນາຍບ້ານ, ຄະນະບ້ານດອນສະຫວ່າງ, ຄູອາຈານ,ນ້ອງນັກຮຽນ ແລະ ພະນັກງານ ກອງທຶນປົກປັກຮັກສາສິ່ງແວດລ້ອມ.
ຈຸດປະສົງຂອງການຈັດກິດຈະກຳໃນຄັ້ງນີ້ ກໍ່ເພື່ອແນໃສ່ການ ປຸກຈິດສຳນຶກດ້ານສິ່ງແວດລ້ອມໃຫ້ທົ່ວສັງຄົມ ເປັນຕົ້ນຄົນລຸ້ນໝຸ່ມນ້ອຍເຍົາວະຊົນໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ວຽກງານ ຂຽວ ສະອາດ ງາມຕາ. ໃນໄລຍະສິບກວ່າປີຜ່ານມາ, ກອງທຶນປົກປັກຮັກສາສິ່ງແວດລ້ອມໄດ້ສຸມໃສ່ການສ້າງຄວາມເຂັ້ມແຂງ ໃຫ້ອົງການຈັດຕັ້ງທີ່ເຮັດວຽກປົກປັກຮັກສາສິ່ງແວດລ້ອມ ດ້ວຍການສະໜອງທຶນໃຫ້ 100 ກວ່າໂຄງການ ໃນນັ້ນລວມມີ ໂຄງການສະໜັບສະໜູນໂຮງຮຽນໃຫ້ກາຍເປັນໂຮງຮຽນສີຂຽວ, ໂຄງການປົກປັກຮັກສາປ່າສະຫງວນໃນທົ່ວປະເທດ ເພື່ອໃຫ້ມີປ່າປົກຫຸ້ມ 70% ແລະ ໂຄງການອື່ນໆ. ຄືພວກເຮົາຮັບຮູ້ແລ້ວວ່າ ນະໂຍບາຍ ຂຽວ ສະອາດ ງາມຕາແມ່ນ ໄດ້ລະບຸກ່ຽວກັບມາດຖານໂຮງຮຽນສີຂຽວດັ່ງນີ້: (1) ມີຕົ້ນໄມ້ ກວມ 20% ຂອງພື້ນທີ່, (2) ມີສວນດອກໄມ້ 1 ແຫ່ງຂື້ນໄປ, ໂຖດອກໄມ້ ຫຼື ເຕົ້າດອກໄມ້, ຫຼື ເດີ່ນກິລາ ແລະ ສວນຄົວຂອງໂຮງຮຽນ ໂດຍຈັດສັນເປັນລະບຽບຮຽບຮ້ອຍ ແລະ (3) ເປັນເຈົ້າການປະຢັດພະລັງງານ ແລະ ນຳໃຊ້ຊັບພະຍາກອນແບບມີປະສິດທິຜົນ ພ້ອມທັງມີລະບຽບຄຸ້ມຄອງ ແລະ ການຕິດຕາມກວດກາເປັນປົກກະຕິ.
ກິດຈະກຳໃນມືີ້ນີ້ແມ່ນໜື່ງໃນກິດຈະກຳ ທີ່ພວກເຮົາສະໜັບສະໜູນທາງດ້ານງົບປະມານ ພາຍໂຄງການສິ່ງແວດລ້ອມ ແລະ ສັງຄົມໄລຍະ 2 ໃນການເລັ່ງໃສ່ໂຄສະນາເຜີຍແຜ່ ແລະ ປຸກຈິດສຳນຶກ ກ່ຽວກັບບັນຫາສິ່ງແວດລ້ອມໃຫ້ທົ່ວສັງຄົມຮັບຮູ້ ແລະ ເຂົ້າໃຈ ໂດຍສະເພາະແມ່ນການຫ້າມຖິ້ມຂີ້ເຫຍື້ອຊະຊາຍ, ຈູດຂີ້ເຫຍື້ອ, ມົນລະພິດ, ການຕັດໄມ້ທຳລາຍປ່າ ແລະ ບັນຫາອື່ນໆ ທີ່ສົ່ງຜົນກະທົບທັງທາງກົງ ແລະ ທາງອ້ອມຕໍ່ສິ່ງແວດລ້ອມ. ດັ່ງທີ່ພວກເຮົາພົບເຫັນໃນປະຈຸບັນ ມົນລະພິດທາງອາກາດ PM 2.5 ເຊິ່ງສາເຫດແມ່ນນ້ຳມືຂອງມະນຸດ ແລະ ມີຜົນກະທົບຕໍ່ສຸຂະພາບຂອງພວກເຮົາ.
ໃນການຈັດກິດຈະກຳໃນຄັ້ງນີ້, ໄດ້ມີຫລາຍກິດຈະກຳທີ່ໜ້າສົນໃຈ ເປັນຕົ້ນ ການມອບອຸປະກອນການສຶກສາ ແລະ ກິລາ ຈຳນວນໜຶ່ງ ພ້ອມທັງສີທາອາຄານໂຮງຮຽນ ລວມມູນຄ່າ 8,000,000 ກີບ, ການສະແດງລະຄອນເວທີ ທີ່ສ່ອງແສງໃຫ້ເຫັນເຖິງການປົກປັກຮັກສາສິ່ງແວດລ້ອມ, ຜົນຮ້າຍ-ຜົນເສຍ ຂອງການຕັດໄມ້ທຳລາຍປ່າ, ການລ່າສັດ,ຈູດຂີ້ເຫຍື້ອ, ມົນລະພິດ ລວມໄປເຖິງການທໍາລາຍສິ່ງແວດລ້ອມໃນສັງຄົມ ນອກນັ້ນຍັງໄດ້ມີການ ຖາມ-ຕອບຄຳຖາມ ກ່ຽວກັບສິ່ງແວດລ້ອມ ແລະ ອື່ນໆ. ເຊິ່ງເຮັດໃຫ້ນ້ອງນັກຮຽນມີຄວາມຮັບຮູ້, ມີທັດສະນະຄະຕິທີ່ດີຕໍ່ສິ່ງແວດລ້ອມ ແລະ ຮູ້ຄຸນຄ່າຂອງສິ່ງແວດລ້ອມຫລາຍຂຶ້ນ, ທັງເປັນເວທີສະແດງຄວາມສາມາດ, ກ້າຄິດ, ກ້າສະແດງອອກ ຂອງນ້ອງນັກຮຽນ ອີກດ້ວຍ.