021 252 739

ກອງທຶນປົກປັກຮັກສາສິ່ງແວດລ້ອມ

Environment Protection Fund

ກ່ຽວກັບພວກເຮົາ


ກອງທຶນປົກປັກຮັກສາສິ່ງແວດລ້ອມ ຂຽນຫຍໍ້ເປັນພາສາລາວ ວ່າ “ກປສ" ແມ່ນກອງທຶນຂອງລັດ ທີ່ສ້າງຂຶ້ນ ເພື່ອລະດົມ ແລະ ຂົນຂວາຍທຶນຈາກພາຍໃນ ແລະ ຕ່າງປະເທດ ດ້ວຍຮູບການຕ່າງໆ  ແນໃສ່ສະສົມທຶນ ເພື່ອຕອບສະໜອງເຂົ້າໃນວຽກງານການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມ ໃຫ້ມີປະສິດທິຜົນ ແລະ ຍືນຍົງ.

ຫຼັກການຄຸ້ມຄອງ ແລະ ນຳໃຊ້ທຶນ ຂອງ ກປສ

ການຄຸ້ມຄອງ ແລະ ນຳໃຊ້ທຶນ ຂອງ ກປສ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້:

1.   ລວມສູນ ແລະ ເປັນເອກະພາບ ຕາມລະບົບງົບປະມານແຫ່ງລັດ;

2.  ຖືກຕ້ອງຕາມເປົ້າໝາຍ, ປະຢັດ ແລະ ມີປະສິດທິຜົນ;

3.  ທຸກລາຍຮັບ ແລະ ລາຍຈ່າຍ ຕ້ອງຜ່ານລະບົບບັນຊີຂອງຄັງເງິນແຫ່ງຊາດ, ລົງບັນຊີ ຕາມຫຼັກການ ແລະ ລະບຽບການພື້ນຖານການບັນຊີແຫ່ງລັດ;

4.   ໃຫ້ມີຄວາມຄ່ອງຕົວ, ວ່ອງໄວ, ຍຸຕິທຳ ແລະ ໂປ່ງໃສ, ຮັບປະກັນລາຍຈ່າຍຕາມແຜນການປະຈຳແຕ່ລະສົກປີ;

5.    ມີການກວດກາ ແລະ ກວດສອບ ເປັນປົກກະຕິ ຕາມກົດໝາຍ ແລະ ລະບຽບການ.

ການລະດົມທຶນ ຂອງ ກປສ

ແຫຼ່ງລາຍຮັບຂອງ ກປສ ໄດ້ມາຈາກ:

1.   ງົບປະມານຂອງລັດ;

2.   ການປະກອບສ່ວນ ຕາມພັນທະໃນການປົກປັກຮັກສາສິ່ງ ແວດລ້ອມ ຕາມສັນຍາສໍາປະທານ ຂອງໂຄງການລົງທຶນຕ່າງໆ ໂດຍສອດຄ່ອງກັບກົດໝາຍວ່າດ້ວຍໄຟຟ້າ, ກົດໝາຍວ່າດ້ວຍແຮ່ທາດ ແລະ ກົດໝາຍ ອື່ນທີ່ກ່ຽວຂ້ອງ;

3.   ການຊ່ວຍເຫຼືອຈາກອົງການຈັດຕັ້ງ ທັງພາຍໃນ ແລະ ຕ່າງ ປະເທດ;

4.   ການປະກອບສ່ວນ ຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດ ຕັ້ງ;

5.   ດອກເບ້ຍ ແລະ ຜົນກຳໄລ ທີ່ເກີດຈາກການລົງທຶນ ຂອງ  ກປສ ເອງ, ລວມທັງຈາກຕົ້ນທຶນ ຂອງ ກປສ ທີ່ນໍາໄປຝາກໃນທະນະຄານ;

6.   ຄ່າບູລະນະຟື້ນຟູຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຈາກໂຄງການ ແລະ ກິດຈະການຕ່າງໆ;

7.   ຄ່າບໍລິການລະບົບນິເວດ;

8.   ຄ່າປັບໃໝ  ແລະ  ຄ່າທົດແທນຄວາມເສຍຫາຍຕໍ່ສິ່ງແວດລ້ອມ.

ການສະໜອງທຶນຂອງ ກປສ

     ກົນໄກສະໜອງທຶນຂອງ ກປສ ແບ່ງອອກເປັນ ຫົກປະເພດຮ່ວງທຶນ ຄື:

1.   ຮ່ວງທຶນດ້ານນະໂຍບາຍ ແລະ ການສ້າງຄວາມເຂັ້ມແຂງ ດ້ານສິ່ງແວດລ້ອມ

2.   ຮ່ວງທຶນດ້ານອະນຸລັກຊີວະນາໆພັນ ລວມທັງປ່າໄມ້ ແລະ ພັດທະນາຊຸມຊົນ;

3.   ຮ່ວງທຶນດ້ານສິ່ງແວດລ້ອມ ລວມທັງຄວບຄຸມມົນລະພິດ;

4.   ຮ່ວງທຶນດ້ານການຄຸ້ມຄອງຊັບພະຍາກອນນໍ້າແບບຍືນຍົງ;

5.   ຮ່ວງທຶນດ້ານການຄຸ້ມຄອງທີ່ດິນແບບຍືນຍົງ;

6.   ຮ່ວງທຶນດ້ານການປ່ຽນແປງດິນຟ້າອາກາດ. 

X