ກອງປະຊຸມຄະນະວິຊການ ກອງທຶນປັກຮັກສາສິ່ງແວດລ້ອມ ຄັ້ງທີ XIX ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 11 ກັນຍາ 2020 ທີ່ຫ້ອງປະຊຸມ ຂອງກົມຊັບພະຍາກອນນໍ້າ, ກຊສ ພາຍໃຕ້ການເປັນປະທານຂອງ ທ່ານ ພູວົງ ຫຼວງໄຊຊະນະ, ຫົວໜ້າກົມແຜນການ ແລະ ການເງິນ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ຫົວໜ້າຄະນະວິຊາການກອງທຶນປົກປັກຮັກສາສິ່ງແວດລ້ອມ, ມີຜູ້ຕາງໜ້າ ຮອງຫົວໜ້າຄະນະວິຊາການ ທ່ານ ສົມພະໄທ ລຽງສອນ, ກົມແຜນການ ແລະ ການເງິນ, ກະຊວງກະສິກໍາ ແລະ ປ່າໄມ້ ແລະ ມີສະມາຊິກຄະນະວິຊາການເຂົ້າຮ່ວມ ຈຳນວນ 4 ທ່ານ (ຈາກຈໍານວນທັງໝົດ 8 ທ່ານ). ນອກນັ້ນຍັງມີຜູ້ຕາງໜ້າຈາກໂຄງການຍ່ອຍ ແລະ ຫ້ອງການ ກປສ ລວມທັງໝົດ 37 ທ່ານ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນ
- ເພື່ອສັງລວມລາຍງານການເຄື່ອນໄຫວ ຂອງ ກປສ 6 ເດືອນຕົ້ນປີ 2020 ແລະ ແຜນວຽກຈຸດສຸມຕໍ່ໜ້າ ຂອງໂຄງການທຶນ ກປສ ແລະ ຄສລ2;
- ເພື່ອສະເໜີຜ່ານບົດສະເໜີໂຄງການ ຂອງພາກສ່ວນ ພຊສ ແຂວງ ອັດຕະປື, ພະແນກກະສິກໍາ ແລະ ປ່າໄມ້ ແຂວງ ໄຊຍະບູລີ, ກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້, ຫ້ອງການ ຊສ ເມືອງ ເຟືອງ ແຂວງ ວຽງຈັນ, ພຊສ ແຂວງ ຫົວພັນ, ກົມນິຕິກໍາ, ກຊສ ແລະ ຄະນະວິທະຍາສາດສັງຄົມ (ມຊ) ລວມທັງໝົດ 7 ໂຄງການຄື:
(1) ໂຄງການ ອະນຸລັກແຫຼ່ງນ້ຳ ແລະ ສິ່ງແວດລ້ອມທຳມະຊາດຮ່ວມກັບຊຸມຊົນເຂດໜອງຟ້າ ໄລຍະ 2, ພະແນກ ຊສ, ແຂວງອັດຕະປື;
(2) ໂຄງການ ຄຸ້ມຄອງປ່າສະຫງວນແຫ່ງຊາດນ້ຳປຸຍແບບມີສ່ວນຮ່ວມກັບຊຸມຊົນ, ພະແນກ ກະສິກຳປ່າໄມ້ ແຂວງໄຊຍະບູລີ;
(3) ໂຄງການຄຸ້ມຄອງ ແລະ ປົກປັກຮັກສາ ສວນພຶກສາສາດ (ຫ້ວຍຍາງ-ດົງໝາກຄາຍ), ກົມປ່າໄມ້ ກະຊວງ ກະສິກຳ ແລະ ປ່າໄມ້;
(4) ໂຄງການສ້ອມແປງສະໜາມຂີ້ເຫຍື້ອ ເມືອງເຟືອງ;
(5) ໂຄງການສ້າງຈິດສໍານຶກ ໃນການປົກປັກຮັກສາສິ່ງແວດລ້ອມ ແຫຼ່ງທ່ອງທ່ຽວປະຫວັດສາດ ເມືອງວຽງໄຊ ແລະ ເມືອງຊໍາເໜືອ, ພະແນກ ຊສ, ແຂວງຫົວພັນ;
(6) ໂຄງການຊຸກຍູ້ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍທີ່ດິນ, ກົມນິຕິກຳ, ກຊສ;
(7) ໂຄງການສ້າງຄວາມສາມາດດ້ານກອບການປ້ອງກັນສິ່ງແວດລ້ອມ ແລະ ສັງຄົມ ແລະ ການເຊື່ອມໂຍງບົດບາດຍິງ-ຊາຍ, ຄະນະວິທະຍາສາດສັງຄົມ, ມະຫາວິທະຍາໄລແຫ່ງຊາດ.
ຜ່ານການດຳເນີນກອງປະຊຸມ ຄະນະກຳມະການໄດ້ເຫັນດີຮັບຮອງເອົາ 6 ໂຄງການຍ່ອຍ, ສ່ວນ 1 ໂຄງການຄື: ໂຄງການ ຄຸ້ມຄອງປ່າສະຫງວນແຫ່ງຊາດນ້ຳປຸຍແບບມີສ່ວນຮ່ວມກັບຊຸມຊົນ ຂອງພະແນກກະສິກໍາ ແລະ ປ່າໄມ້ ແຂວງໄຊຍະບູລີແມ່ນໃຫ້ປັບປຸງຕາມຄຳເຫັນຂອງຄະນະວິຊາການເພື່ອນຳສະເໜີພິຈາລະນາຄືນໃໝ່.