ກອງທຶນປົກປັກຮັກສາສິ່ງແວດລ້ອມ

Environment Protection Fund


021 252 739

ການຮັບຟັງປາຖະກະຖາ ເນື່ອງໃນໂອກາດສະເຫຼີມສະຫຼອງວັນກໍາມະກອນສາກົນ ວັນທີ 01 ພຶດສະພາ 2019 ຄົບຮອບ 133 ປີ

ໃນຕອນເຊົ້າ ວັນທີ 10 ພຶດສະພາ 2019 ຄະນະສະຫະພັນກໍາມະບານ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດພິທີຮັບຟັງປາຖະກະຖາເພື່ອລະນຶກເຖິງມູນເຊື້ອສາມັກຄີຕໍ່ສູ້ຂອງຊາວກໍາມະກອນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນກໍາມະກອນສາກົນ ວັນທີ 01 ພຶດສະພາ 2019 ຄົບຮອບ 133 ປີ, ໃຫກຽດປາຖະກະຖາໂດຍ ທ່ານນາງ ຈົງຈິດ ວົງສາ, ຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ, ຫົວໜ້າກົມໂຄສະນາອົບຮົມ, ສູນກາງສະຫະພັນກໍາມະບານລາວ, ເຊິ່ງມີສະມະຊິກສະຫະພັນກໍາມະບານ ກຊສ ເຂົ້າຮ່ວມຢ່າງພ້ອມພຽງ ຈັດຂື້ນທີ່ຫໍປະຊຸມກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.
ໃນການປາຖະກະຖາໃນຄັ້ງນີ້ ທ່ານນາງ ຈົງຈິດ ວົງສາ ໄດ້ຍົກບາງເນື້ອໃນຂອງປະຫວັດແຫ່ງການກໍາເນີດ ເຕີບໃຫຍ່ຂອງຊົນຊັ້ນກໍາມະກອນ ແລະ ພາລະກໍາປະຫວັດສາດຂອງຂະບວນກໍາມະກອນສາກົນ ເຊິ່ງໃນທ້າຍສັດຕະວັດທີ XVIII ຫາຕົ້ນສັດຕະວັດທີ XIX ຫຼາຍປະເທດໃນທະວີບເອີລົບ ແລະ ອາເມລິກາໄດ້ສໍາເລັດການໂຄ້ນລົ້ມລະບອບສັກດີນາ ແລະ ສ້າງຕັ້ງລະບອບນາຍທຶນຂື້ນແທນ. ຍ້ອນຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນການຕອບສະໜອງວັດຖຸ ແລະ ສິ່ງຂອງຕ່າງໆເຂົ້າໃນການຮັບໃຊ້ຊີວິດປະຈໍາວັນນັບມື້ນັບສູງຂື້ນ, ບັນດາປະເທດເຫຼົ່ານັ້ນໃນເວລານັ້ນບໍ່ສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມໄດ້, ຈຶ່ງໄດ້ນໍາພາປະເທດຂອງຕົນກ້າວເຂົ້າສູ່ການຜະລິດແບບອຸດສາຫະກໍາ, ສ້າງໂຮງຈັກ, ໂຮງງານຫຼາຍແຫ່ງ. ຈາກນັ້ນຈໍານວນກໍາມະກອນກໍມີການເຕີບໃຫຍ່ຂະຫຍາຍຕົວໄປພ້ອມໆກັບການຂະຫຍາຍຕົວການຜະລິດໃນສັງຄົມ, ກາຍເປັນປະເທດນາຍທຶນຈົນເຖິງປະຈຸບັນ. ພາຍໃຕ້ການປົກຄອງຂອງພວກນາຍທຶນ, ຊົນຊັ້ນກໍາມະກອນຖືກກົດຂີ່ຂູດຮີດນັບມື້ຍິ່ງໜັກໜ່ວງຊຶ່ງສະແດງອອກຄື: ການອອກແຮງງານສຸດທີ່ລໍາບາກ ແລະ ມີຄວາມສ່ຽງສູງຕໍ່ຊີວິດ ເນື່ອງຈາກລະບົບປ້ອງກັນໄພຂອງເຄື່ອງຈັກໃນເວລານັ້ນຍັງບໍ່ທັນມີ, ນາຍທຶນນັບມື້ເພີ່ມທະວີການບັງຄັບຂົ່ມເຫັງໃຫ້ກໍາມະກອນອອກແຮງງານໂດຍບໍ່ມີເວລາພັກຜ່ອນ ມື້ໜຶ່ງເຮັດວຽກ 14-15 ຊົ່ວໂມງ, ການອອກແຮງງານໜັກແຕ່ຄ່າແຮງພັດຕໍ່າ, ການປ້ອງກັນສຸຂະພາບ ແລະ ຄວາມປອດໄພແຮງງານໃນສະຖານທີ່ເຮັດວຽກບໍ່ດີ, ບໍ່ເອົາໃຈໃສ່ກ່ຽວກັບສະຫວັດດີການ-ສັງຄົມ ຈຶ່ງພາໃຫ້ເກີດມີຂໍ້ຂັດແຍ່ງຂຶ້ນ ແລະ ຂໍ້ຂັດແຍ່ງດັ່ງກ່າວນັບມື້ນັບຮຸນແຮງ. ຊົນຊັ້ນກໍາມະກອນ ແລະ ຊາວຜູອອກແຮງງານ ຈໍາເປັນຈຶ່ງໄດ້ຈັດຕັ້ງເປັນກຸ່ມ, ເປັນຂະບວນລຸກຮື້ຂື້ນຕໍ່ສູ້ກັບຊົນຊັ້ນນາຍທຶນ, ທວງໃຫ້ພວກນາຍທຶນເພີ່ມເງິນເດືອນ ແລະ ຫຼຸດຜ່ອນຊົ່ວໂມງເຮັດວຽກລົງ.
ຂະບວນການຕໍ່ສູ້ຄັ້ງທໍາອິດແມ່ນຢູ່ປະເທດອັງກິດ ໃນປີ 1764 ເພາະອັງກິດໃນສະໄໝນັ້ນເປັນປະເທດທີ່ຂະຫຍາຍຕົວທາງດ້ານອຸດສາຫະກໍາໄວກົ່ວາໝູ່. ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງຕົນ ແລະ ເພື່ອນໍາພາກໍາມະກອນຕໍ່ສູ້ຕ້ານພວກນາຍທຶນ, ຊົນຊັ້ນກໍາມະກອນໃນປະເທດອັງກິດຈຶ່ງໄດ້ຈັດຕັ້ງ “ ອົງການກໍາມະບານ “ ເປັນຕົວແທນຂອງຕົນຂື້ນ ຈາກນັ້ນຂະບວນການຕໍ່ສູ້ຂອງຊົນຊັ້ນກໍາມະກອນ,ຊາວຜູ້ອອກແຮງງານນັບມື້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
ວັນທີ 1 ພຶດສະພາ 1886 ເປັນເທື່ອທໍາອິດ ໃນປະເທດອາເມລິກາ ຢູ່ຕົວເມືອງຊິກາໂກ ຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານໄດ້ມີການຕໍ່ສູ້ສົມທົບກັບເນື້ອໃນຂອງຖະແຫຼງການຮຽກຮ້ອງໃຫ້ພວກນາຍທຶນຕ້ອງປະຕິບັດຕາມການສະເໜີຂອງກໍາມະກອນວ່າ: “ ແຕ່ນີ້ຕໍ່ໄປບໍ່ໃຫ້ກໍາມະກອນຜູ້ໃດເຮັດວຽກເກີນ 8 ຊົ່ວໂມງຕໍ່ມື້, 8 ຊົ່ວໂມງຜັກຜ່ອນ ແລະ 8 ຊົ່ວໂມງຮໍ່າຮຽນ “ ໃນມື້ນັ້ນໄດ້ມີກໍາມະກອນນັດຢຸດງານເຖິງ 3 ແສນ 4 ໝື່ນ ຄົນ. ໄດ້ຮຽກຮ້ອງ ແລະ ບັງຄັບໃຫ້ນາຍທຶນຕ້ອງຮັບຮອງເອົາສິດໃນການເຮັດວຽກຂອງກໍາມະກອນໃນມື້ໜຶ່ງ 8 ຊົ່ວໂມງ. ໃນຂະບວນການດັ່ງກ່າວ ພວກນາຍທຶນສົມທົບກັບເຈົ້າໜ້າທີ່ໄດ້ຍິງປືນກວາດໃສ່ຂະບວນການປະທ້ວງ ເຮັດໃຫ້ມີຄົນຕາຍ 9 ຄົນ. ຕໍ່ມາວັນທີ 5 ພຶດສະພາ 1886 ພວກໄມ້ມືຂອງນາຍທຶນໄດ້ຂ້າກໍາມະກອນຕາຍອີກ 6 ຄົນ, ບາດເຈັບ 50 ຄົນ, ແຕ່ຂະບວນການຕໍ່ສູ້ຂອງກໍາມະກອນກໍບໍ່ໄດ້ຢຸດເຊົາ, ໃນມື້ຕໍ່ມາຂະບວນແຫ່ປະທ້ວງຍິ່ງເພີ່ມທະວີກໍາລັງແຮງຂອງກໍາມະກອນຂື້ນຕື່ມອີກ, ຊຶ່ງມີຜູ້ເຂົ້າຮ່ວມເຖິງ 15,000 ຄົນ, ເພື່ອຄັດຄ້ານການກະທໍາຂອງພວກນາຍທຶນ ແລະ ເຈົ້າໜ້າທີ່ກໍາອໍານາດ, ຂະບວນການປະທ້ວງຄັ້ງນັ້ນບໍ່ຈະຢຸດລົງ, ຈາກນັ້ນເຂົາກໍ່ໄດ້ຍິງປືນກວາດໃສ່ຂະບວນປະທ້ວງເຮັດໃຫ້ຄົນຕາຍເປັນຮ້ອຍໆຄົນ ແລະ ບາດເຈັບອີກເປັນຈໍານວນຫຼວງຫຼາຍ, ຕາມບົດລາຍງານຂອງສະຫະພັນແຮງງານອາເມລິກາໄດ້ຕີລາຄາວ່າ: “ ໃນປະຫວັດສາດຂອງອາເມລິກາບໍ່ມີເວລາໃດທີ່ມີຂະບວນການຂອງມະຫາຊົນລຸກຮື້ຂື້ນຕໍ່ສູ້ພ້ອມກັນຢູ່ຕາມບັນດາໂຮງຈັກ, ໂຮງງານຄືແນວນີ້ “.
ຈາກເຫດການຂອງ ວັນທີ 01 ພຶດສະພາ 1886 ມັນໄດ້ສ້າງກະແສຟອງອັນໃຫຍ່ຫຼວງ ແລະ ແຂງແຮງເຖິງຂະບວນການກໍາມະກອນຢູ່ທະວີບເອີລົບ ແລະ ທະວີບອາເມລິການເປັນກໍາໃຈໃຫ້ຂະບວນການຕໍ່ສູ້ຂອງກໍາມະກອນໂລກ, ທັງເປັນບາດກ້າວຂະຫຍາຍຕົວແຫ່ງໄຊຊະນະ, ເປັນວັນທີ່ມີຄວາມໝາຍອັນສໍາຄັນໃຫຍ່ຫຼວງຂອງຊົນຊັ້ນກໍາມະກອນໃນຂະບວນການຕໍ່ສູ້ເພື່ອປົກປ້ອງສິດທິ ແລະ ຜົນປະໂຫຍດອັນຊອບທໍາຂອງຕົນ. ຕໍ່ໜ້າສະພາບການຄືແນວນັ້ນ, ວັນທີ 14 ກໍລະກົດ ປີ 1889 ກອງປະຊຸມພັກກອມມູນິດສາກົນຄັ້ງທີ II ໄດ້ໄຂຂື້ນຢູ່ທີ່ນະຄອນຫຼວງປາຣີ (ປະເທດຝະລັ່ງ), ມີຜູ້ແທນເຂົ້າຮ່ວມກອງປະຊຸມທັງໝົດ 393 ຄົນ ຊຶ່ງແມ່ນຜູ້ແທນມາຈາກ 22 ປະເທດ ເອີຣົບ, ອາເມລິກາ ແລະ ອາກຊັງຕິງ, ທີ່ປະຊຸມໄດ້ຜ່ານໂຄງການດໍາເນີນງານສໍາຄັນຄື: ຊົນຊັ້ນກໍາມະກອນສາມັກຄີຕໍ່ສູ້ເພື່ອປະຕິບັດຄໍາຂັວນ “ ມື້ໜຶ່ງເຮັດວຽກ 8 ຊົ່ວໂມງ ແລະ ກໍານົດເອົາ ວັນທີ 01 ພຶດສະພາ 1886 ເປັນວັນກໍາມະກອນສາກົນ “ ແຕ່ນັ້ນມາ “ ວັນທີ 01 ເດືອນພຶດສະພາ ຂອງ ທຸກໆປີ ຈຶ່ງໄດ້ກາຍເປັນວັນບຸນໃຫຍ່ຂອງຊົນຊັ້ນກໍາມະກອນໃນທົ່ວໂລກ “ ສະເພາະຢູ່ ສປປ ລາວໃນທຸກໆປີ ຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານລາວ ກໍ່ໄດ້ຈັດຕັ້ງງານໂຮມຊຸມນຸມໃຫຍ່ເພື່ອລະນຶກເຖິງມູນເຊື້ອສາມັກຄີຕໍ່ສູ້ຂອງຊາວກໍາມະກອນ ແລະ ຜູ້ອອກແຮງງານ, ທັງເປັນການປົກປັກຮັກສາສັນຕິພາບຂອງໂລກ ເປັນຂີດໝາຍອັນສໍາຄັນຂອງຊົນຊັ້ນກໍາມະກອນ.

WP Facebook Auto Publish Powered By : XYZScripts.com
X