ສະພາບໍລິຫານ ຂອງ ຫກປສ

ສະພາບໍລິຫານຂອງ ຫກປສ

ສກປສ ເຮັດໜ້າທີ່ ຊີ້ນໍາ-ນໍາພາ ການເຄື່ອນໄຫວ ກປສ ແລະ ມີຄວາມຮັບຜິດຊອບ ຕໍ່ການຈັດຕັ້ງປະຕິບັດວຽກງານ ຂອງ ກປສ ໃຫ້ມີຜົນສໍາເລັດ, ບັນລຸຈຸດປະສົງທີ່ຄາດໝາຍໄວ້ ແລະ ປະຕິບັດຕາມຫຼັກການບໍລິຫານ ກປສ, ຊຶ່ງປະກອບໄປດ້ວຍບັນດາຕົວແທນ ຈາກບັນດາກະຊວງທີ່ກ່ຽວຂ້ອງ, ອົງການຈັດຕັ້ງມະຫາຊົນ, ອົງການທ້ອງຖິ່ນ, ສະພາການຄ້າ ແລະ ອຸດສາຫະກໍາ, ສະຖາບັນຄົ້ນຄວ້າ ຫຼື ອົງການຈັດຕັ້ງພັກລັດ ໂດຍມີ ລັດຖະມົນຕີເປັນປະທານ. ສະພາບໍລິຫານ ປະກອບມີ ສະມາຊິກທັງໝົດ 11 ທ່ານ ລວມມີ ປະທານ 1 ທ່ານ, ຮອງປະທານ 3 ທ່ານ ແລະ ກໍາມະການອີກ 7 ທ່ານ ຊຶ່ງປະກອບສ້າງ ຈາກ 7 ກະຊວງທີ່ກ່ຽວຂ້ອງ, ຈາກສູນກາງແນວລາວສ້າງຊາດ, ສູນກາງສະຫະພັນແມ່ຍິງລາວ ແລະ ສະພາການຄ້າ ແລະ ອຸດສາຫະກໍາ.

ໂຄງປະກອບບຸກຄະລາກອນ ຂອງ ສະພາ ບໍລິຫານ

1. ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ເປັນປະທານ;

2. ຮອງລັດຖະມົນຕີ ກະຊວງການເງິນ, ເປັນຮອງປະທານ;

3. ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ເປັນຮອງປະທານ;

4. ຮອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຮອງເປັນປະທານ;

5. ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ເປັນກຳມະການ;

6. ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ເປັນກຳມະການ;

7. ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ເປັນກຳມະການ;

8. ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ເປັນກຳມະການ;

9. ຮອງປະທານ ສູນກາງແນວລາວສ້າງຊາດ, ເປັນກຳມະການ;

10. ຮອງປະທານ ສະຫະພັນແມ່ຍິງລາວ, ເປັນກຳມະການ;

11. ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ເປັນກຳມະການ.