ແຈ້ງການທົ່ວໄປ No Entries Found ເອກະສານປະມູນ ໜັງສືແຈ້ງປະມູນລົດກະບະ ຫ້ອງການ ກອງທຶນປົກປັກຮັກສາສິ່ງແວດລ້ອມ ໄດ້ຮັບອະນຸມັດງົບປະມານຈາກທະນາຄານໂລກ ປະຈຳປີ 2017 ຜ່ານກົນໄກການໃຫ້ທຶນ ຂອງຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ເພື່ອຈັດຕັ້ງປະຕິບັດໂຄງການ ສິ່ງແວດລ້ອມ ແລະ ສັງຄົມຢູ່ ສປປ ລາວ ໄລຍະ 2. ຫກປສ ມີຄວາມປະສົງນຳໃຊ້ງົບປະມານສ່ວນໜຶ່ງ ເພື່ອດໍາເນີນການປະມູນຈັດຊື້ລົດກະບະ 4×4 ຈໍານວນ 7 ຄັນ, ດ້ວຍການດຳເນີນການປະມູນເປີດກວ້າງ. ກອງທຶນປົກປັກຮັກສາສິ່ງແວດລ້ອມ ຂໍເຊີນບັນດາບໍລິສັດທີ່ສົນໃຈ ແລະມີຄຸນນະວຸດທິເຫມາະສົມ ເຂົ້າຍື່ນຊອງປະມູນ ສຳລັບສະຫນອງລົດກະບະ 4×4, ຈໍານວນ 7 ຄັນ. ໄລຍະການຈັດສົ່ງແມ່ນ 3 ເດືອນ, ພາຍຫລັງທີ່ບໍລິສັດໄດ້ຮັບໃບແຈ້ງຮັບຮອງຜູ້ຊະນະການປະມູນ. ການປະມູນ ຈະດຳເນີນຕາມຂັ້ນຕອນການປະມູນເປີດກວ້າງ ທີ່ໄດ້ກຳນົດໄວ້ຢູ່ໃນດຳລັດວ່າດ້ວຍການປະມູນຈັດຊື້ສິນຄ້າ, ການກໍ່ສ້າງ, ສ້ອມແປງ ແລະ ການບໍລິການດ້ວຍທຶນຂອງລັດ ສະບັບເລກທີ 03/ນຍ, ລົງວັນທີ 9 ມັງກອນ 2004 ແລະ ລະ ບຽບການຈັດຕັ້ງປະຕິບັດດຳລັດ, ສະບັບເລກທີ 063/ກງ, ລົງວັນທີ 12 ມີນາ 2004 ແລະ ສະບັບດັດແກ້ ເລກທີ 0861/ກງ, ລົງວັນທີ 05 ພຶດສະພາ ດາວໂຫລດເອກະສານກ່ຽວຂ້ອງ: ໜັງສືແຈ້ງການປະມູນລົດກະບະ.pdf ← Back to Notice