ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
————————————-
ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ກອງປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ
ໂຄງການສ້າງຄວາມເຂັ້ມແຂງໃນການບັງຄັບໃຊ້ນິຕິກຳ ກ່ຽວກັບ
ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ
ຫນັງສືເຊີນເຂົ້າຮ່ວມການສົມທຽບລາຄາ
ເຖີງ: ບໍລິສັດ/ຮ້ານ ສະໜອງພາຫະນະ(ລົດຈັກ ແລະ ລົດໃຫຍ່), ອຸປະກອນໄອທີ, ເຟີນິເຈີ້ຫ້ອງການ ແລະ ອຸປະກອນ
ຕິດຕາມກວດກາສິ່ງແວດລ້ອມ
- ກອງປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຮັບການຊ່ວຍເຫຼືອ ຈາກທະນາຄານໂລກ ຜ່ານກົນໄກການໃຫ້ທຶນຂອງ ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ເພື່ອຈັດຕັ້ງປະຕິບັດໂຄງການສ້າງຄວາມເຂັ້ມແຂງໃນການບັງຄັບໃຊ້ນິຕິກຳ ກ່ຽວກັບ ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ກອງປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ມີຈຸດປະສົງນຳໃຊ້ງົບປະມານສ່ວນໜຶ່ງ ດຳເນີນການປະມູນຈັດຊື້ ພາຫະນະ(ລົດຈັກ ແລະ ລົດໃຫຍ່), ອຸປະກອນໄອທີ, ເຟີນິເຈີ້ຫ້ອງການ ແລະ ອຸປະກອນຕິດຕາມກວດກາສິ່ງແວດລ້ອມ ຈຳນວນໜຶ່ງ ດ້ວຍການສະເຫນີໃຫ້ຍື່ນການສົມທຽບລາຄາ.
- ໂຄງການສ້າງຄວາມເຂັ້ມແຂງໃນການບັງຄັບໃຊ້ນິຕິກຳ ກ່ຽວກັບ ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ກອງປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂໍເຊີນບໍລິສັດຂອງທ່ານເຂົ້າຍື່ນຊອງສົມທຽບລາຄາ ສຳລັບ ຊື່ພາຫະນະ, ອຸປະກອນໄອທີ, ເຟີນິເຈີ້ຫ້ອງການ ແລະ ອຸປະກອນຕິດຕາມກວດກາສິ່ງແວດລ້ອມ.
- ການປະມູນນີ້ ຈະດຳເນີນຕາມຂັ້ນຕອນການປະມູນສົມທຽບລາຄາ ທີ່ໄດ້ກຳນົດໄວ້ຢູ່ໃນດຳລັດວ່າດ້ວຍການ ປະມູນຈັດຊື້ ສິນຄ້າ, ການກໍ່ສ້າງ ສ້ອມແປງ ແລະການບໍລິການ ດ້ວຍທຶນຂອງລັດ, ສະບັບເລກທີ 03/ນຍ, ລົງວັນທີ 9 ມັງກອນ 2004 ແລະລະບຽບການຈັດຕັ້ງປະຕິ ບັດ ດຳລັດ, ສະບັບເລກທີ 063/ກງ, ລົງວັ-ນທີ 12 ມີນາ 2004 ແລະ ລະ ບຽບການຈັດຕັ້ງປະຕິບັດດຳລັດ, ສະບັບເລກທີ 063/ກງ, ລົງວັນທີ 12 ມີນາ 2004 ແລະສະບັບດັດແກ້ເລກທີ 0861/ກງ, ລົງວັນທີ 05 ພຶດ ສະພາ 2009.
- 4. ບໍລິສັດ ທີ່ສົນໃຈເຂົ້າຮ່ວມສົມທຽບລາຄາ ການສະໜອງພາຫະນະ ແລະ ອຸປະກອນດັ່ງກ່າວ ສາມາດເຂົ້າມາພົວພັນເອົາເອກະສານກັບທາງພວກເຮົາໄດ້ ທີ່ກອງປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຕຶກ 100, ຊັ້ນ 3, ຄຸ້ມຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ບ້ານສີດຳດວນ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ. ໂທລະສັບ/ແຟັກ: 021 264 921 ໃນໂມງລັດຖະການ.
ນະຄອນຫຼວງວຽງຈັນ, ວັນທີ 24 ພຶດສະພາ 2017
ຕິດຕໍ່ພົວພັນ:
ທ. ພູວອນ ແກ້ວມະນີ
ໂທລະສັບ: 020 54441222 ຫຼື 020 22004775
|