ກອງປະຊຸມຄະນະວິຊາການສຳລັບໂຄງການສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສປປ ລາວ ໄລຍະ 2 ຄັ້ງທີ XIII

Apr 3, 2018 | Uncategorized @lo

ກອງທຶນປົກປັກຮັກສາສິ່ງແວດລ້ອມ ໄດ້ຈັດກອງປະຊຸມຄະນະວິຊາການສຳລັບໂຄງການສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສປປ ລາວ ໄລຍະ 2 ຄັ້ງທີ XIII ທີ່ຫໍປະຊຸມແຫ່ງຊາດ, ເຊິ່ງໃຫ້ກຽດເປັນປະທານໂດຍ ທ່ານ ປອ ໄຊນະຄອນ ອິນທະວົງ, ຫົວໜ້າກົມແຜນການ ແລະ ການຮ່ວມມື, ກຊສ, ໜ້າຫົວໜ້າຄະນະວິຊາການ, ພ້ອມດ້ວຍບັນດາຮອງກົມ ທີີີີ່ເປັນຄະນະວິຊາການ ຄສລ 2, ຕາງໜ້າຈາກກົມກອງ ຕ່າງໆທີ່ສະເໜີຂໍທຶນ ແລະ ລວມໄປເຖິງພະນັກງານວິຊາການຂອງກອງທຶນປົກປັກຮັກສາສິ່ງແວດລ້ອມ ລວມທັງໝົດມີ 37 ທ່ານ.
ກອງປະຊຸມໃນຄັ້ງນີ້ແມ່ນກອງປະຊຸມຄັ້ງທີ XIII ຂອງຄະນະວິຊາການ ສໍາລັບໂຄງການສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສປປ ລາວ ໄລຍະ 2 ໄດ້ນໍາສະເໜີລາຍງານຄວາມຄືບໜ້າ ການຈັດຕັ້ງປະຕິບັດໂຄງການ ຄສລ2 ປະຈຳປີ 2017 ທີ່ຜ່ານມາ ແລະ ແຜນວຽກໃນຕໍ່ໜ້າ ພ້ອມທັງຈະໄດ້ຄົ້ນຄ້ວາ, ປຶກສາຫາລື ກ່ຽວກັບການສະເໜີລາຍງານບົດສະເໜີໂຄງການທີ່ຈະຜ່ານການເຫັນດີຈາກຄະນະວິຊາການໃນຄັ້ງນີ້, ເຊິ່ງໄດ້ພິຈາາລະນາ 7 ໂຄງການດັ່ງນີ້:
1. ໂຄງການ ສ້າງຄວາມສາມາດດ້ານການຈັດຕັ້ງ ເພື່ອການຄຸ້ມຄອງປ່າສະຫງວນ ແລະ ອະນຸລັກສັດປ່າ ຂອງກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້ (DOF);
2. ໂຄງການ ສ້າງຄວາມເຂັ້ມແຂງ ໃຫ້ ກົມແຜນການ ແລະ ການຮ່ວມມື, ກຊສ ໃນການວາງແຜນ ແລະ ປະສານງານ ໃນຂະແໜງ ຊສ (DPC AF);
3. ໂຄງການ ສ້າງຄວາມເຂັ້ມແຂງ ໃຫ້ ກົມຄວບຄຸມມົນລະພິດ, ກຊສ ໃນການຄວບຄຸມມົນລະພິດ ແລະ ຄຸ້ມຄອງສິ່ງເສດເຫຼືອ ແລະ ສານເຄມີທີ່ເປັນອັນຕະລາຍ (PCD AF);
4. ໂຄງການ ຍົກລະດັບຄວາມສາມາດຂອງ ກສສ ເພື່ອເຮັດໜ້າທີ່ ເສີມຂະຫຍາຍແຜນຄຸ້ມຄອງ ສິ່ງແວດລ້ອມແບບຮອບດ້ານ ແລະ ຂຽວ ສະອາດ ງາມຕາ (DEQP);
5. ໂຄງການ ການສ້າງຄວາມເຂັ້ມແຂງໃນການ ບັງຄັບໃຊ້ນິຕິກຳ ກ່ຽວກັບ ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ (DNEP);
6. ໂຄງການ ສ້າງຄວາມເຂັ້ມແຂງຂະແໜງ ຊສ ໃນການຕິດຕາມວິໄຈຄຸນນະພາບອາກາດ ແລະ ສຽງ ແລະ ການນໍາໃຊ້ຊັບພະຍາກອນທີ່ມີປະສິດທິຜົນ ແລະ ການຖ່າຍທອດເຕັກໂນໂລຊີທີ່ເໝາະສົມໃນການຄຸ້ມຄອງສິ່ງເສດເຫລືອ ສຳລັບ ວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍ (NREI);
7. ໂຄງການ ສ້າງຄວາມເຂັ້ມແຂງໃຫ້ແກ່ ກອງຕິດຕາມກວດກາ ຊສ ໃນການຕິດຕາມກວດກາສິ່ງແວດລ້ອມ ແລະ ສັງຄົມ (DNEI).

[metaslider id=”784″]