ກອງປະຊຸມຄະນະວິຊາການ ກປສ ຄັ້ງທີ່ XXI, ທີ່ຫ້ອງປະຊຸມ ກຊສ

Apr 1, 2021 | ຂ່າວສານ

ກອງປະຊຸມຄະນະວິຊາການ ກອງທຶນປົກປັກຮັກສາສິ່ງແວດລ້ອມ ຄັ້ງທີ XXI ໄດ້ຈັດຂຶ້ນໃນວັນທີ 30 ມີນາ 2021 ເວລາ 08:00 ໂມງ ທີ່ຫ້ອງປະຊຸມກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໂດຍການເປັນປະທານຂອງ ທ່ານ ພູວົງ ຫຼວງໄຊຊະນະ, ຫົວໜ້າກົມແຜນການ ແລະ ການເງິນ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ຫົວໜ້າຄະນະວິຊາການ ກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ມີສະມາຊິກຄະນະວິຊາການເຂົ້າຮ່ວມທັງໝົດ 09 ທ່ານ, ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ 9 ທ່ານ ໃນນັ້ນ 4 ທ່ານໄດ້ຖືກມອບໝາຍໃຫ້ມາຕາງໜ້າ ແລະ ມີສິດອອກສຽງໄດ້ທັງໝົດ. ນອກນັ້ນ, ຍັງມີຜູ້ຕາງໜ້າຈາກພາກສ່ວນສະເໜີໂຄງການ ແລະ ພະນັກງານຫ້ອງການກອງທຶນປົກປັກຮັກສາສ່ິງແວດລ້ອມ ເຂົ້າຮ່ວມລວມທັງໝົດ 31 ທ່ານ, ຍິງ 18 ທ່ານ.
ຈຸດປະສົງຂອງກອງປະຊຸມດັ່ງກ່າວແມ່ນເພື່ອຮັບຟັງລາຍງານຜົນການເຄື່ອນໄຫວວຽກງານຂອງ ຫກປສ (ມັງກອນ-ມີນາ 2021) ແລະ ແຜນວຽກຈຸດສຸມໃນ 3 ເດືອນຕໍ່ໜ້າ ປີ 2021 ແລະ ເພື່ອທັງສະເໜີຜ່ານບົດສະເໜີໂຄງການ ຂອງພາກສ່ວນ ທີ່ສະເໜີຂໍນຳໃຊ້ທຶນ ຫກປສ ຈຳນວນ 5 ໂຄງການຄື:

1) ໂຄງການສ້າງຄວາມເຂັ້ມແຂງ ແລະ ພັດທະນາສະຖິຕິ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສະຖາບັນຄົ້ນຄ້ວາ ແລະ ສະຖິຕິ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ;
2) ໂຄງການສົ່ງເສີມບົດບາດຍິງ-ຊາຍໃນການຄຸ້ມຄອງການນໍາໃຊ້ສານເຄມີຍ້ອມສີເພື່ອຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ຫັນມານໍາໃຊ້ການຍ້ອມສີທໍາມະຊາດ ພະແນກອານຸລັກ ແລະ ສົ່ງເສີມມູນເຊື້ອວັດ ທະນະທໍາຂອງແມ່ຍິງລາວ, ສູນຂໍ້ມູນຂ່າວສານ ແລະ ຫໍມູນເຊຶ້ອແມ່ຍິງລາວ, ສູນກາງສະຫະພັນແມ່ຍິງລາວ;
3) ໂຄງການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງໃນວຽກງານການປ່ຽນແປງດິນຟ້າອາກາດ ທີ່ຕິດພັນກັບບົດບາດຍິງ-ຊາຍ ພະແນກສົ່ງເສີມແມ່ຍິງ ແລະ ຄອບຄົວ, ກົມພັດທະນາແມ່ຍິງລາວ, ສູນກາງສະຫະພັນແມ່ຍິງລາວ;
4) ໂຄງການປັບປຸງການຄຸ້ມຄອງປ່າໄມ້ ຂອງບ້ານ ໃນເຂດປ່າປ້ອງກັນແຫ່ງຊາດ ນໍ້າງຽບ-ນໍ້າມັງ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ພະແນກກະສິກຳ ແລະ ປ່າໄມ້ ແຂວງບໍລິຄຳໄຊ;
5) ໂຄງການສ້າງເຄືອຂ່າຍການຄວບຄຸມມົນລະພິດທາງອາກາດ ແລະ ຈຸດສະສົມຄວາມຮ້ອນທົ່ວປະເທດ ໃນປີ 2021-2022 ໂດຍນໍາໃຊ້ເຕັກໂນໂລຊີສືບຢັ່ງທາງໄກ ແລະ ລະບົບຂໍ້ມູນດ້ານພູມສາດ ສະຖາບັນຄົ້ນຄ້ວາ ແລະ ສະຖິຕິ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.
[robo-gallery id=7946]