ກອງປະຊຸມປຶກສາຫາລືກ່ຽວກັບການຂັບເຄື່ອນແຜນກິດຈະກໍາໂຄງການປີ 2018 ແລະ ການບັນທຶກຂໍ້ມູນຄະດີຄ້າສັດປ່າ ແລະ ການລາຍງານ

Apr 24, 2018 | Uncategorized @lo

ກອງປະຊຸມປຶກສາຫາລືກ່ຽວກັບການຂັບເຄື່ອນແຜນກິດຈະກໍາໂຄງການປີ 2018 ແລະ ການບັນທຶກຂໍ້ມູນຄະດີຄ້າສັດປ່າ ແລະ ການລາຍງານ ເຊິ່ງຈັດຂື້ນໃນວັນທີ 20 ເມສາ 2018 ເຊິ່ງໃຫ້ກຽດເປັນປະທານໂດຍທ່ານ ຄໍາປະດິດ ຄໍາມູນເຮືອງ, ຫົວໜ້າຫ້ອງການ ກປສ ແລະ ພ້ອມດ້ວຍຄະນະກົມ ກົມປ່າໄມ້, ກົມແຜນການ ແລະ ການເງິນ, ກະຊວງກະສິກໍາ ແລະ ປ່າໄມ້,ຜູ້ຕາງໜ້າຈາກໂຄງການສ້າງຄວາມອາດສາມາດໃນການບັງຄັບໃຊ້ກົດໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າ, ກົມກວດກາປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້,ໂຄງການສ້າງຄວາມອາດສາມາດໃຫ້ແກ່ກົມຕໍາຫຼວດສະກັດກັ້ນ-ຕ້ານອາຊະຍະກໍາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມໃນການປະຕິບັດກົດໝາຍສັດປ່າ ແລະ ການສະກັດກັ້ນອາຊະຍາກໍາ ສິ່ງແວດລ້ອມທົ່ວປະເທດ, ກົມຕໍາຫຼວດສະກັດກັ້ນ-ຕ້ານອາຊະຍາກໍາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກະຊວງປ້ອງກັນຄວາມສະຫງົບ, ໂຄງການສ້າງຄວາມເຂັ້ມແຂງໃຫ້ຂະແໜງພາສີໃນການຕ້ານການຄ້າຂາຍສັດປ່າ, ໄມ້ຜິດກົດໝາຍ, ເຄື່ອງປ່າຂອງດົງ ແລະ ການບັງຄັບໃຊ້ກົດໝາຍ, ກົມພາສີ ກະຊວງການເງິນ, ໂຄງການສ້າງຄວາມເຂັ້ມແຂງໃນການປະຕິບັດກົດໝາຍສັດນໍ້າ-ສັດປ່າ, ກອງກວດກາປ່າໄມ້, ພະແນກກະສິກໍາ ແລະ ປ່າໄມ້ ແຂວງ ບໍລິຄໍາໄຊ, ໂຄງການສ້າງຄວາມເຂັ້ມແຂງໃນການປະຕິບັດໃຊ້ກົດໝາຍສັດນໍ້າ-ສັດປ່າ, ກອງກວດກາປ່າໄມ້, ພະແນກກະສິກໍາ ແລະ ປ່າໄມ້ ແຂວງຄໍາມ່ວນ ພ້ອມດ້ວຍຄະນະ ແລະ ວິຊາການຂອງ ກປສ ລວມທັງໝົດມີ 23 ທ່ານ.