ກອງປະຊຸມປຶກສາຫາລື ກ່ຽວກັບຕົວຊີ້ວັດໂຄງການຄຸ້ມຄອງສິ່ງແວດລ້ອມ

Oct 12, 2021 | ຂ່າວສານ

ກອງປະຊຸມປຶກສາຫາລື ກ່ຽວກັບຕົວຊີ້ວັດໂຄງການຄຸ້ມຄອງສິ່ງແວດລ້ອມຂັ້ນແຂວງ ຂອງ ໂຄງກການທີ່ໄດ້ຮັບທຶນຈາກ ຄສລ2 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 8-9 ກັນຍາ 2021, ທີ່ຫ້ອງປະຊຸມ ໂຮງແຮມທະວີສຸກ ເມືອງວັງວຽງ ແຂວງ ວຽງຈັນ ເພື່ອຊຸກຍູ້ ແລະ ປຶກສາຫາລືຕໍ່ກັບຄວາມຄຶບໜ້າ ການບັນລຸຕົວຊີ້ວັດລວມ, ງົບປະມານ ແລະ ກິດຈະກຳທີ່ຕ້ອງສຳເລັດໃນຊ່ວງເວລາກ່ອນປິດ ຂອງແຕ່ລະໂຄງການ ແລະ ຮ່າງບົດລາຍງານຊີ້ແຈງຕົວຊີ້ວັດການອອກ ECC ຂອງ 3 ຂະແໜງການ (ພະລັງງານ, ບໍ່ແຮ່ ແລະ ທາງ) ໂດຍໄດ້ແບ່ງວາລະອອກເປັນ 2 ວັນ.

1 ໂຄງການພາກເໜືອ ຈັດຂຶ້ນໃນວັນທີ 8 ກັນຍາ 2021 ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ພັກກາວັນ ພິດສະໄໝ, ວ່າການຫົວໜ້າຫ້ອງການ ກອງທຶນປົກປັກຮັກສາສິ່ງແວດລ້ອມ, ມີທັງໝົດ 6 ໂຄງການເຂົ້າຮ່ວມ ຊຶ່ງໂຄງການຂອງ ພຊສ ແຂວງ ວຽງຈັນ, ພຊສ ແຂວງ ຊຽງຂວາງ, ພຊສ ຫຼວງພະບາງ ເຂົ້າຮ່ວມໃນຫ້ອງປະຊຸມ ສ່ວນ ພຊສ ແຂວງ ຫົວພັນ, ກົມສິ່ງແວດລ້ອມ,  ກົມແຜນການ ແລະ ການເງິນ, ກຊສ ເຂົ້າຮ່ວມປະຊຸມທາງອອນລາຍ ລວມທັງໝົດ 13 ທ່ານ ຍິງ 2 ທ່ານ.

2 ໂຄງການພາກກາງ ຈັດຂຶ້ນໃນວັນທີ 9 ກັນຍາ 2021 ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ບຸນພາມາ ໂພທິສານ, ຮອງຫົວໜ້າຫ້ອງການ ກອງທຶນປົກປັກຮັກສາສິ່ງແວດລ້ອມ, ມີທັງໝົດ 5 ໂຄງການເຂົ້າຮ່ວມ ໂຄງການຂອງ ພຊສ ແຂວງ ບໍລິຄຳໄຊ, ພຊສ ແຂວງ ສະຫວັນນະເຂດ ເຂົ້າຮ່ວມໃນຫ້ອງປະຊຸມ ສ່ວນ ພຊສ ແຂວງ ຄຳມ່ວນ, ກົມສິ່ງແວດລ້ອມ,  ກົມແຜນການ ແລະ ການເງິນ, ກຊສ ເຂົ້າຮ່ວມປະຊຸມທາງອອນລາຍ ລວມທັງໝົດ 12 ທ່ານ ຍິງ 3 ທ່ານ.