ກອງປະຊຸມຝຶກອົບຮົມ ການກວດກາ ແລະ ຕິດຕາມການໃຊ້ຈ່າຍງົບປະມານ ຂອງໂຄງການຍ່ອຍ ທີ່ໄດ້ຮັບທຶນຈາກໂຄງການສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສປປ ລາວ ໄລຍະ 2

Jul 12, 2018 | Uncategorized @lo, ຂ່າວສານ

ໃນວັນທີ 5 ກໍລະກົດ 2018 ກອງທຶນປົກປັກຮັກສາສິ່ງແວດລ້ອມ (ກປສ)ໄດ້ຈັດກອງປະຊຸມຝຶກອົບຮົມການກວດກາ ແລະ ຕິດຕາມການໃຊ້ຈ່າຍງົບປະມານ ໃຫ້ແກ່ພະນັກງານການເງິນ ຂອງໂຄງການຍ່ອຍ ທີ່ໄດ້ຮັບທຶນຈາກໂຄງການສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສປປ ລາວ ໄລຍະ 2 ທີ່ໂຮງແຮມລ້ານຊ້າງ, ເຊິ່ງໃຫ້ກຽດເປັນປະທານໂດຍ ທ່ານ ນາງ ບຸນພາມາ ໂພທິສານ, ຮອງຫົວໜ້າຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ພ້ອມດ້ວຍທີມງານກວດສອບ, ຕາງໜ້າຈາກ 16 ໂຄງການຍ່ອຍ ແລະ ພະນັກງານວິຊາການຈາກ ກປສ ລວມທັງໝົດ 73 ທ່ານ, ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອເພີ່ມຄວາມອາດສາມາດໃນການກວດກາ ແລະ ວິທີເຮັດບົດສະຫຼຸບເອກະສານທາງດ້ານການເງິນໃຫ້ມີປະສິດທິຜົນເພີ່ມຂື້ນເຊັ່ນວ່າ: ການກະກຽມປະກອບເອກະສານເພື່ອເບີກຈ່າຍເງິນ, ການຄວບຄຸມ ກວດກາ ແລະ ຕິດຕາມການເບີກຈ່າຍລ່ວງໜ້າ ແລະ ລວມໄປເຖິງການບໍລິຫານ ແລະ ຄຸ້ມຄອງຊັບສິນຄົ່ງທີ່ ແລະ ອື່ນໆ.
[Best_Wordpress_Gallery id=”19″ gal_title=”ຕິດຕາມການໃຊ້ຈ່າຍງົບປະມານ”]