ກອງປະຊຸມສະຫຼຸບປິດໂຄງການສ້າງຄວາມເຂັ້ມແຂງທາງດ້ານສິ່ງແວດລ້ອມ ແລະ ສັງຄົມ ໃຫ້ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

Jun 22, 2020 | ຂ່າວສານ

ໃນວັນທີ 05 ມິຖຸນາ 2020 ສະ​ຖາ​ບັນ​ການ​ເມືອງ ​ແລະການ​ປົກຄອງ​ແຫ່ງ​ຊາດ ໄດ້ຈັດກອງປະຊຸມສະຫຼຸບປິດ ໂຄງການສ້າງຄວາມເຂັ້ມແຂງດ້ານສິ່ງແວດລ້ອມ-ສັງຄົມ ​ໃຫ້ສະຖາບັນການເມືອງແລະການປົກຄອງແຫ່ງຊາດ ທີ່ ຫ້ອງປະຊຸມ ສູນຂໍ້ມູນຂ່າວສານ, ສະ​ຖາ​ບັນ​ການ​ເມືອງ ​ແລະການ​ປົກຄອງ​ແຫ່ງ​ຊາດ ໂດຍການເປັນປະທານຂອງ ທ່ານ ຮສ. ພູວົງ ອຸ່ນຄຳແສນ, ຮັກສາການຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍພະນັກງານ, ຄູອາຈານ ແລະ ບັນດາແຂກຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂຄງການດັ່ງກ່າວແມ່ນຈັດຕັ້ງປະຕິບັດໂດຍສະ​ຖາ​ບັນ​ການ​ເມືອງ ​ແລະ ການ​ປົກຄອງ​ແຫ່ງ​ຊາດ, ເລີ່ມຈັດຕັ້ງປະຕິບັດຕັ້ງແຕ່ວັນທີ 23 ສິງຫາ 2017 ຈົນເຖິງ 31 ພຶດສະພາ 2020. ງົບປະມານ​ໂຄງການ: 200.000 ໂດລາສະຫະລັດ ຫຼື​ ເທົ່າກັບ 1.620.000.000 ​ກີບ. ສັງລວມແລ້ວ, ການເຄື່ອນໄຫວຈັດຕັ້ງປະຕິບັດໂຄງການສ້າງຄວາມເຂັ້ມແຂງ ທາງດ້ານສິ່ງແວດລ້ອມ ໃຫ້ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕະຫຼອດໄລຍະ 3 ປີ, ສາມາດຢັ້ງຢືນໄດ້ວ່າ ໂຄງການໄດ້ມີຜົນສໍາເລັດເປັນໜ້າເພິ່ງພໍໃຈ ແລະ ສາມາດສ້າງຜົນປະໂຫຍດຢ່າງຫຼວງຫຼາຍ ໃຫ້ແກ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດຄື:

  • ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດມີປຶ້ມແບບຮຽນວິຊາສິ່ງແວດລ້ອມບັນຈຸໃນຫຼັກສູດຂອງທຸກລະບົບຮຽນ;
  • ມີຄູຝຶກທີ່ມີຄວາມຮູ້ດ້ານວິທະຍາສາດສິ່ງແວດ ລ້ອມ ສາມາດເປັນອາຈານສອນວິຊາສິ່ງແວດລ້ອມ ໃນທຸກລະບົບຮຽນທີ່ມີໃນ ສມປຊ ແລະ ຍັງຈະໄດ້ສືບຕໍ່ນໍາໃຊ້ຄູຝຶກວິຊາສິ່ງແວດລ້ອມ ເຂົ້າໃນການຝຶກອົບຮົມຄວາມຮູ້ພື້ນຖານດ້ານສິ່ງແວດລ້ອມ ໃຫ້ເປົ້າໝາຍຕ່າງໆ ໃນຊຸມປີຕໍ່ໜ້າ.
  • ພະນັກງານຄູອາຈານຈໍານວນໜຶ່ງ ແລະ ນັກສຶກສາ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ທີ່ໄດ້ຜ່ານການຝຶກອົບຮົມ ບໍ່ພຽງແຕ່ມີຄວາມຮູ້ພື້ນດ້ານສິ່ງແວດລ້ອມເທົ່ານັ້ນ, ແຕ່ຍັງມີຈິດສໍານຶກກ່ຽວກັບສິ່ງແວດລ້ອມ ເພື່ອປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການປົກປັກຮັກສາຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ໃນການພັດທະນາເສດຖະກິດ ແລະ ສັງຄົມ ໃຫ້ມີການເຕີບໂຕສີ ຂຽວ ແລະ ມີຄວາມຍືນຍົງ ຕາມແນວທາງຂອງພັກ ແລະ ນະໂຍບາຍ ຂອງລັດຖະບານວາງອອກ.
  • ອາຈານຈໍານວນໜຶ່ງ ຢູ່ໂຮງຮຽນການເມືອງ ແລະ ການປົກຄອງທ້ອງຖິ່ນ ໃນຖານະເປັນສາຍຕັ້ງດ້ານວິຊາການ ຂອງ ສມປຊ ມີຄວາມຮູ້ພື້ນຖານດ້າວິຊາສິ່ງແວດລ້ອມ ແລະ ມີປຶ້ມແບບຮຽນ ທີ່ສາມາດນໍາໃຊ້ເຂົ້າໃນການສິດສອນຕົວຈິງ ຢ່າງມີປະສິດທິຜົນ.
  • ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ມີພະນັກງານ ແລະ ຄູອາຈານຈໍານວນໜຶ່ງ ທີ່ເປັນຄະນະຮັບຜິດຊອບໂຄງການ ມີຄວາມຮູ້ ແລະ ບົດຮຽນ ໃນການບໍລິຫານໂຄງການ ທີ່ສາມາດຂຶ້ນແຜນ ຮັບເອົາໂຄງການຕ່າງໆ ໃນຕໍ່ໜ້າ (ຖ້າມີ).

[Best_Wordpress_Gallery id=”79″ gal_title=”5620″]