ກອງປະຊຸມສະຫຼຸບປິດໂຄງການສຶກສາຢາຂ້າຫຍ້າ 5 ແຂວງ ພາກເໜືອ ຂອງຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດ

Jun 22, 2020 | ຂ່າວສານ

ໃນວັນທີ 13 ມິຖຸນາ 2020 ຄະນະວິທະຍາສາດທຳມະຊາດ ໄດ້ຈັດກອງປະຊຸມສະຫຼຸບປິດ ໂຄງການສຶກສາຢາຂ້າຫຍ້າ 5 ແຂວງ ພາກເໜືອ ທີ່ ທີ່ຫ້ອງປະຊຸມ ຣີສອດ ນາປ່າກວາງ, ເມືອງ ແກ້ວອຸດົມ, ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ຮສ. ປອ. ສົມຈັນ ບຸນພັນມີ, ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ແລະ ທ່ານ ນາງ ບຸນພາມາ ໂພທິສານ, ຮອງຫົວໜ້າຫ້ອງການ ກອງທຶນປົກປັກຮັກສາສິ່ງແວດລ້ອມ ພ້ອມດ້ວຍພະນັກງານ, ຄູອາຈານຈ ແລະ ບັນດາແຂກຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂຄງການດັ່ງກ່າວແມ່ນຈັດຕັ້ງປະຕິບັດໂດຍພາກວິຊາເຄມີ, ຄະນະວິທະຍາສາດທຳມະຊາດ, ເລີ່ມຈັດຕັ້ງປະຕິບັດຕັ້ງແຕ່ວັນທີ 28 ມັງກອນ 2016 ຫາ 30 ມິຖຸນາ 2019. ງົບປະມານ​ໂຄງການ: 499,800,000 ​ກີບ, ໄລຍະການຈັດຕັງປະຕິບັດໂຄງການ: 3 ປີ ການຈັດຕັ້ງປະຕິບັດຕົວຈິງບໍ່ສຳເລັດຕາມແຜນ ທາງໂຄງການຈຶ່ງສະເໜີຂໍຕໍ່ 01 ກໍລະກົດ 2019 -31 ທັນວາ 2019 ແລະໄດ້ສະເໜີຂໍຕໍ່ອີກຮອດ 28 ມິຖຸນາ 2020. ຜ່ານການເຄື່ອນໄຫວຈັດຕັ້ງປະຕິບັດໂຄງການໄດ້ມີຜົນສໍາເລັດເປັນໜ້າເພິ່ງພໍໃຈ ແລະ ສາມາດສ້າງຜົນປະໂຫຍດຢ່າງຫຼວງຫຼາຍ

  1. ສ້າງ​ຄວາມ​ເຂັ້ມ​ແຂງ​ທາງ​ດ້ານ​ວິຊາ​ການ​ເຄມີ​ ​ໃຫ້​ພະນັກງານ​ແຂວງ, ພະນັກງານ​ເມືອງ​ທີ່​ກ່ຽວຂ້ອງເພື່ອ​ການ​ການ​ຄຸ້ມ​ຄອງ​ທາງ​ດ້ານ​ຫລັກການ​ໂດຍ​ພື້ນຖານ (ຫ້ອງການ ຊສ, ພະ​ແນ​ກ ຊສ, ຫ້ອງການ ກະສິກຳ, ພະ​ແນ​ກກະສິກຳ, ຫ້ອງການ​ອຸດສາຫະກຳ-ການ​ຄ້າ, ພະ​ແນ​ກອຸດສາຫະກຳ​-ການ​ຄ້າ ​ແລະ ​ເຈົ້າ​ໜ້າ​ທີ່​ພາສີຊາຍ​ແດນ[1])
  2. ບົດ​ລາຍ​ງານ​ສະ​ພາບ​ການ​ນຳ​ໃຊ້​ຢາ​ຂ້າ​ຫ​ຍ້າ​ໃນ 8 ແຂວງ​ຂອງ ສ​ປ​ປ​ລາວ ແລະ ແຜນ​ຄຸ້ມ​ຄອງ.
  3. ມາດ​ຕະການ​ແກ້​ໄຂ ​ແລະ ຫລຸດຜ່ອນ​ຜົນ​ກະທົບ, ​ໄດ້​ອີງ​ໃສ່​ແຜນ​ພັດທະນາ ​ແລະ ການ​ລົງທຶນ​ພາຍ​ໃນ​ແຂວງ. ດັ່ງ​ນັ້ນ​ມາດ​ຕະການ​ແກ້​ໄຂ, ​ເພື່ອ​ບໍ່​ໃຫ້​ມີ​ຜົນ​ກະທົບ​ຕໍ່​ຜູ້​ລົງທຶນ, ຈະ​ໃຊ້​ຫລັກການແບບ ”​ຂໍ​ຄວາມຮ່ວມ​ມື” ລະຫວ່າງ​ຜູ້​ລົງທຶນ ​ແລະ ພາກລັດ.
  4. ມາດ​ຕະການ/ວິທີ​ແກ້​ໄຂ​ຜົນ​ກະທົບ​ຕໍ່​ສຸຂະພາບຊຸມ​ຊົນ

ສ້າງ​ຊຸມ​ຊົນ​​ເປັນ​ເຈົ້າ​ການ, ເປັນ​ຜູ້ຕິດຕາມ, ສັງ​ເກດ ​ແລະ ​ເຜົ້າລະວັງຜົນ​ກະທົບຕໍ່ລະບົບ​ນິ​ເວດ​ແຫ​ລ່ງນ້ຳ, ດ້ວຍ​ການ​ຖ່າຍ​ທອດ​ຄວາມ​ຮູ້, ການ​ປູກ​ຈິດ​ສໍານຶກ, ຄຳນຶງ​ເຖິງ​ຜົນ​ຮ້າຍ​ໃນ​ການ​ນຳ​ໃຊ້​ຢາຂ້າ​ຫຍ້າ, ການ​ນຳ​ໃຊ້​ສິ່ງ​ເສດ​ເຫລືອ​ໃນ​ທາງ ທີ່​ຜິດ.

[Best_Wordpress_Gallery id=”81″ gal_title=”13620″]