ກອງປະຊຸມໃຫຍ່ຜູ້ແທນສະຫະພັນກຳມະບານ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຄັ້ງທີ II

Jun 24, 2020 | ຂ່າວສານ

ກອງປະຊຸມໃຫຍ່ຜູ້ແທນສະຫະພັນກໍາມະບານ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຄັ້ງທີ່ II ໄດ້ໄຂຂຶ້ນ ໃນວັນທີ 19 ມິຖຸນາ 2020 ທີ່ຫ້ອງປະຊຸມໃຫຍ່ ກຊສ ໃນທາມກາງບັນຍາກາດ ທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ ກຳລັງເບີກ ບານມ່ວນຊືນ ສະຫລຸບຜົນການຈັດຕັ້ງຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ່ X ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ X, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ່ 8 ແລະ ມະຕິຂອງກອງປະຊຸມໃຫຍ່ຄັ້ງທີ່ VII ຂອງ ສູນກາງກໍາມະບານລາວ ເຄິ່ງສະໄໝ, ພວກເຮົາມາເຕົ້າໂຮມກັນໃນມື້ນີ້ ເພື່ອຮ່ວມກອງປະຊຸມໃຫຍ່ ຄັ້ງທີ່ II ຂອງ ສະຫະພັນກຳມະບານ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.
ກອງປະຊຸມຄັ້ງນີ້ ມີຄວາມໝາຍສຳຄັນເປັນພິເສດ ເພາະເປັນກອງປະຊຸມໜຶ່ງ ທີ່ປະກອບສ່ວນໃຫ້ແກ່ການກະກຽມກອງປະຊຸມໃຫຍ່ ຂອງອົງຄະນະພັກກະຊວງ ແລະ ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງສູນກາງສະຫະພັນກຳມະບານລາວ ທີ່ຈະມາເຖິງໃນຕໍ່ໜ້ານີ້. ໃນກອງປະຊຸມຄັ້ງນີ້, ຜູ້ແທນກອງປະຊຸມ ຈະໄດ້ພ້ອມກັນຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການສະຫລຸບຕີລາຄາການຈັດຕັ້ງປະຕິບັດໜ້າທີ່ການເມືອງ ຂອງອົງການຈັດຕັ້ງກຳມະບານ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ຜ່ານການສະເໜີ ແລະ ປະກອບຄຳເຫັນ ຕໍ່ບົດລາຍງານການເມືອງ ແລະ ບົດສຳຫລວດການຊີ້ນຳ-ນຳພາລວມ ຂອງ ຄະນະບໍລິຫານງານ ສະຫະພັນກຳມະບານ ຂອງກະຊວງ.
ພ້ອມກັນນີ້, ກອງປະຊຸມ ກໍ່ໄດ້ປ່ອນບັດຄັດເລືອກເອົາ ຄະນະສະຫະພັນກຳມະບານ ຊຸດໃໝ່ ແລະ ດຳເນີນກອງປະຊຸມຄັ້ງປະຖົມມະລຶກ ຂອງ ຄະນະສະຫະພັນກຳມະບານ ດັ່ງກ່າວ ເພື່ອເປັນຂີດໝາຍເລີ່ມຕົ້ນໃນການສືບຕໍ່ຊີ້ນຳນຳພາການເຄື່ອນໄຫວວຽກງານກຳມະບານຂອງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນ 5 ປີຕໍ່ໜ້າ.
ຄະນະ ສະຫະພັນກຳມະບານ ກຊສ ຈຳນວນ 27 ສະຫາຍ ແລະ ໄດ້ຄັດເລືອກເອົາຈຳນວນ 21 ສະຫາຍ (ໄດ້ຄັດອອກ 6 ສະຫາຍ) ຊຶ່ງຜົນຄະແນນ ຂອງ ການປ່ອນບັດທາບທາມຄັດເລືອກບຸກຄະລະກອນເຂົ້າເປັນ ຄະນະບໍລິຫານງານສະຫະພັນກຳມະບານ ກຊສ ຊຸດໃໝ່ ຮອບທີ່ III ມີດັ່ງນີ້:
1. ສະຫາຍ ສຸນະເດດ ສຸກຈະເລີນ ຄະແນນ 222 ອັນດັບ 1
2. ສະຫາຍ ນ. ອຸທອນ ເພັດຫຼວງສີ ຄະແນນ 218 ອັນດັບ 2
3. ສະຫາຍ ປອ ນ. ວິລະນິ ແສງຈັນ ຄະແນນ 206 ອັນດັບ 3
4. ສະຫາຍ ຈັນສຸກ ມຸກດາວັນ ຄະແນນ 204 ອັນດັບ 4
5. ສະຫາຍ ວຽງໄຊ ສໍພະຈັນ ຄະແນນ 204 ອັນດັບ 4
6. ສະຫາຍ ອານົງສອນ ພົມມະຈັນ ຄະແນນ 202 ອັນດັບ 6
7. ສະຫາຍ ອຸນາກອນ ໄຊວິລິຍະ ຄະແນນ 201 ອັນດັບ 7
8. ສະຫາຍ ບົວລົມພອນ ຄຳວົງສາ ຄະແນນ 199 ອັນດັບ 8
9. ສະຫາຍ ນ້ອຍດີນາ ພົມມະໄຊ ຄະແນນ 197 ອັນດັບ 9
10. ສະຫາຍ ພອນປະເສີດ ອິນທິລາດ ຄະແນນ 196 ອັນດັບ 10
11. ສະຫາຍ ອຸດົມສັກ ພິລາວົງ ຄະແນນ 192 ອັນດັບ 11
12. ສະຫາຍ ຄໍາຮູ້ ຕຸນາລົມ ຄະແນນ 191 ອັນດັບ 12
13. ສະຫາຍ ສີທັດ ມັດທະວົງ ຄະແນນ 187 ອັນດັບ 13
14. ສະຫາຍ ນ. ບູນຍາແສງ ແສງຄຳມີ ຄະແນນ 185 ອັນດັບ 14
15. ສະຫາຍ ວັນໄຊ ບຸດຕະນະວົງ ຄະແນນ 183 ອັນດັບ 15
16. ສະຫາຍ ປອ ລີວາເມັງ ບົວປ່າວ ຄະແນນ 180 ອັນດັບ 16
17. ສະຫາຍ ຄຳພັນ ປະວົງວຽງຄຳ ຄະແນນ 180 ອັນດັບ 16
18. ສະຫາຍ ນ. ສິນທະລີ ຈັນທະນະ ຄະແນນ 180 ອັນດັບ 16
19. ສະຫາຍ ອຳໄພວັນ ອຸດົມເດດ ຄະແນນ 175 ອັນດັບ 19
20. ສະຫາຍ ຈັນທະເນດ ບົວລະພາ ຄະແນນ 174 ອັນດັບ 20
21. ສະຫາຍ ຄຳມີ ທີມພະໄຊ ຄະແນນ 173 ອັນດັບ 21
22. ສະຫາຍ ຄູນສະໄໝ ສີລາເພັດ ຄະແນນ 172 ອັນດັບ 22
23. ສະຫາຍ ທອງຄູນ ເພັດສະໝອນ ຄະແນນ 170 ອັນດັບ 23
24. ສະຫາຍ ນ.ມະນີຈັນ ວໍລະຈິດ ຄະແນນ 166 ອັນດັບ 24
25. ສະຫາຍ ພຸດທະສັກ ເຂັມມະລາ ຄະແນນ 156 ອັນດັບ 25
26. ສະຫາຍ ທະນົງໄຊ ດ້ວງນຸລັກ ຄະແນນ 144 ອັນດັບ 26
27. ສະຫາຍ ພອນປະດິດ ສຸກຈະເລີນ ຄະແນນ 104 ອັນດັບ 27

ຜ່ານກອງປະທາມທາບທາມຄັດເລືອກບຸກຄະລະກອນດັ່ງກ່າວ ເຫັນວ່າມີຂັ້ນກົມຈໍານວນໜຶ່ງ ມີຄະແນນຕໍ່າ ເປັນຕົ້ນ: ສະຫາຍ ຈັນທະເນດ ບົວລະພາ, ຫົວໜ້າກົມ ໄດ້ອັນດັບ 20 ແລະ ສະຫາຍ ປອ ລີວາເມັງ ບົວບ່າວ, ຮອງຫົວໜ້າຫ້ອງການ ໄດ້ອັນດັບ 16.
ສະນັ້ນ, ເພື່ອຮັບປະກັນໃຫ້ 2 ສະຫາຍ ທີ່ແມ່ນເປົ້້າໝາຍ ຂອງ ການນໍາກະຊວງ ຢາກໃຫ້ເປັນ ຄະນະສະຫະພັນກຳມະບານ ກຊສ ຊຸດໃໝ່, ຈຶ່ງຂໍຮຽນສະເໜີ:
1. ໃຫ້ຄະນະພັກກະຊວງ ພິຈາລະນາໃນການເຮັດວຽກງານດ້ານການເມືອງ-ແນວຄິດ ໃຫ້ຄະນະກຳມະບານຮາກ ແລະ ຜູ້ແທນເຂົ້າຮ່ວມກອງປະຊຸມໃຫ່ຍ ເຂົ້າໃຈ ເປັນຄັ້ງທີ່ 4 ເພື່ອໃຫ້ທັງ 2 ສະຫາຍ ໄດ້ຕິດ 1 ໃນ 17 ສະຫາຍ;
2. ກໍລະນີ 2 ສະຫາຍ ໄດ້ຮັບສະໝັກເຂົ້າເລືອກຕັ້ງ ແລະ ຜົນການເລືອກຕັ້ງໃນໄລຍະການດຳເນີກອງປະຊຸມໃຫ່ຍ ຄັ້ງທີ່ II ອອກມາວ່າ ພວກກ່ຽວ ໄດ້ ຫລື ບໍ່ໄດ້ ແມ່ນຕ້ອງຍອມຮັບຜົນຂອງການເລືອກຕັ້ງ;
3. ຄະນະກຳມະບານ ກຊສ ເຫັນດີເປັນເອກະພາບ ຖ້າຫາກ ສະຫາຍ ຈັນທະເນດ ບົວພາ, ຫົວໜ້າກົມ ໄດ້ຕິດ 1 ໃນ 17 ສະຫາຍ ນັ້ນ ແມ່ນເຫັນດີເລືອກເອົາ ສະຫາຍ ເປັນປະທານ ກຳມະບານ ກຊສ;
[Best_Wordpress_Gallery id=”87″ gal_title=”23620″]