ກອງປະຊຸມ ປຶກສາຫາລືກາານກະກຽມລົງຕິດຕາມຊຸກຍູ້ໂຄງການຍ່ອຍທີ່ໄດ້ຮັບທຶນສະໜັບສະໜູນຈາກ ໂຄງການ ຄສລ2

Oct 19, 2018 | Uncategorized @lo, ຂ່າວສານ

ໃນວັນທີ 19 ຕຸລາ 2018 ກອງທຶນປົກປັກຮັກສາສິ່ງແວດລ້ອມຈັດກອງປະຊຸມປຶກສາຫາລືການກະກຽມລົງຕິດຕາມຊຸກຍູ້ໂຄງການຍ່ອຍທີ່ໄດ້ຮັບທຶນສະໜັບສະໜູນຈາກ ໂຄງການ ຄສລ2, ເຊິ່ງໃຫ້ກຽດເປັນປະທານໂດຍທ່ານ ວິລະນະ ສອນນະສິນ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື, ກຊສ ພ້ອມດ້ວຍທີມງານຈາກທະນາຄານໂລກ ແລະ ຜູ້ຕາງໜ້າຈາກ 5 ໂຄງການຍ່ອຍທີ່ຢູ່ພາຍໃຕ້ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ລວມທັງໝົດ 35 ທ່ານ. ຈຸດປະສົງແມ່ນເພື່ອ ລາຍງານຄວາມຄືບໜ້າ ແລະ ປຶກສາຫາລືຜົນຂອງການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ພ້ອມທັງທົບທວນຜົນການລົງຕິດຕາມຊຸກຍູ້ດັ່ງກ່າວ ເພື່ອໃຫ້ການຈັດຕັ້ງປະຕິບັດເປັນໄປຕາມແຜນ ແລະ ຊ່ວຍໃນການວາງແຜນສໍາລັບກິດຈະກໍາທີ່ຈະຕ້ອງຈັດຕັ້ງປະຕິບັດຈົນເຖິງໄລຍະສີ້ນສຸດໂຄງການ.

[Best_Wordpress_Gallery id=”26″ gal_title=”19102018″]