ກອງປະຊຸມ ລິເລີ່ມໃນການຕິດຕາມ-ຊຸກຍູ້ການຈັດຕັ້ງປະຕິບັດໂຄງການ ສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສປປ ລາວ ໄລຍະ 2

May 17, 2022 | ຂ່າວສານ

ກອງປະຊຸມ ລິເລີ່່ມໃນການຕິດຕາມ-ຊຸກຍູ້ການຈັດຕັ້ງປະຕິບັດໂຄງການ ສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສປປ ລາວ ໄລຍະ 2 ຂອງທີມງານທະນາຄານໂລກ ລະຫວ່າງວັນທີ 16-25 ພຶດສະພາ 2022 (Joint WB Implementation Support Mission on LENS2)

********************************************

ໃນຕອນເຊົ້າຂອງວັນທີ 16 ພຶດສະພາ 2022 ທີ່ຫ້ອງປະຊຸມຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ໄດ້ຈັດກອງປະຊຸມ ການຕິດຕາມ-ຊຸກຍູ້ການຈັດຕັ້ງປະຕິບັດໂຄງການ ສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສປປ ລາວ ໄລຍະ 2 ຂອງທີມງານທະນາຄານໂລກ ໂດຍມີ ທ່ານ ນາງ ພັກກາວັນ ພິດສະໄໝ, ຫົວໜ້າຫ້ອງການກອງທຶນປົກປັກຮັກສິ່ງແວດລ້ອມ ພ້ອມດ້ວຍຄະນະ ແລະ ທ່ານ ວຽງແກ້ວ ເພັດນະວົງໄຊ, ຊ່ຽວຊານອາວຸໂສດ້ານສິ່ງແວດລ້ອມ, ຫົວໜ້າທີມງານ ຄສລ2 ຂອງທະນາຄານໂລກ ພ້ອມດ້ວຍຄະນະ ໂດຍການເຂົ້າຮ່ວມຂອງ ກົມແຜນການ ແລະ ການເງິນ, ກຊສ ແລະ ກົມແຜນການ ແລະ ການຮ່ວມມື, ກປ. ກອງປະຊຸມໄດ້ດຳເນີນດ້ວຍສອງຮູບແບບ ຄືແບບປະຊຸມເຊິ່ງໜ້າ ແລະ ແບບອອນລາຍ ມີຜູ້ເຂົ້າຮ່ວມທັງໝົດ 24 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ກໍ່ເພື່ອສະເໜີຜົນໄດ້ຮັບ, ການນຳໃຊ້ງົບປະມານ ແລະ ຕີລາຄາ ຜົນການຈັດຕັ້ງປະຕິບັດໂຄງການຍ່ອຍ ຄສລ2 ນັບແຕ່ກອງປະຊຸມຊຸກຍູ້ຕິດຕາມຄັ້ງຜ່ານມາ, ປຶກສາຫາລືບັນຫາທ້າທາຍຕ່າງໆ ລວມທັງ ແຜນວຽກບຸລິມະສິດ ແລະ ທິດທາງຕໍ່ໜ້າ.