ກອງປະຊຸມ ຮັບຟັງຜົນການສະຫຼຸບການມາເຮັດວຽກຊຸກຍູ້ຕິດຕິດການຈັດຕັ້ງປະຕິບັດໂຄງການ ຄສລ2 ຂອງທີມງານທະນາຄານໂລກ ແລະ ຜົນຂອງການກວດສອບບັນຊີ ປະຈໍາປີ 2018

Jul 12, 2019 | news

ໃນວັນທີ 10 ກໍລະກົດ 2019 ກອງທຶນປົກປັກຮັກສາສິ່ງແວດລ້ອມ (ກປສ) ໄດ້ຈັດກອງປະຊຸມຮັບຟັງຜົນການສະຫຼຸບການມາເຮັດວຽກຊຸກຍູ້ຕິດຕິດການຈັດຕັ້ງປະຕິບັດໂຄງການສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສປປ ລາວ ໄລຍະ 2 (ຄສລ2) ຂອງທີມງານທະນາຄານໂລກ ແລະ ຜົນຂອງການກວດສອບບັນຊີ ປະຈໍາປີ 2018 ເຊິ່ງໃຫ້ກຽດເປັນປະທານໂດຍທ່ານ ສີພັນດອນ ສີຫາວົງ ຫົວໜ້າຫ້ອງການ ກປສ ແລະ ມີຜູ້ເຂົ້າຮ່ວມຈາກ 37 ໂຄງການ ເຊິ່ງມາຈາກ ແຂວງຄໍາມ່ວນ, ສະຫວັນນະເຂດ, ບໍລິຄໍາໄຊ, ວຽງຈັນ, ຫຼວງພະບາງ, ຊຽງຂວາງ ແລະ ຫົວພັນ ແລະ ນະຄອນຫຼວງວຽງຈັນ ທີ່ໄດ້ຮັບທຶນຈາກ ໂຄງການ ຄສລ 2 ລວມທັງໝົດ ມີ 114 ທ່ານ.
ຈຸດປະສົງຂອງກອງປະຊຸມແມ່ນເພື່ອ ຮັບຟັງຜົນການມາເຮັດວຽກຊຸກຍູ້ຕິດຕາມການຈັດຕັ້ງປະຕິບັດໂຄງການ ຄສລ2 ແລະ ປະເມີນຄວາມຄືບໜ້າ ຄສລ2 ເລີ່ມຕັ້ງແຕ່ຄະນະໄດ້ມາເຮັດວຽກ ໃນເດືອນ 11/2018 ຈຸດປະສົງເພື່ອພັດທະນາໂຄງການຍ່ອຍ ແລະ ຜົນງານລວມຂອງ ຄສລ2 ເຊິ່ງວ່າການມາຊຸກຍູ້ຕິດຕາມ ໃນຊ່ວງວັນທີ 6-17/05/2019 ຮ່ວມກັບກອງທຶນປົກປັກຮັກສາສິ່ງແວດລ້ອມ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ກະຊວງກະສິກຳ ແລະ ປ່າໄມ້, ທາງຄະນະທະນາຄານໂລກ ໄດ້ລົງຢ້ຽມຢາມຢູ່ 26 ໂຄງການ (ໃນ 38 ໂຄງການ) ຂອງ ຄສລ2 ທີ່ແຂວງ ວຽງຈັນ, ຫລວງພະບາງ, ຫົວພັນ ແລະ ຊຽງຂວາງ. ພ້ອມນັ້ນຍັງໄດ້ລົງຢ້ຽມຢາກອີກ 8 ໂຄງການ ເຊິ່ງແມ່ນໂຄງການຂອງປ່າສະຫງວນ, ຄ້າຂາຍສັດປ່າແບບຜິດກົດໝາຍ ແລະ ໂຄງການສິ່ງແວດລ້ອມ ແລະ ສັງຄົມ. ນອກນັ້ນ, ທີມງານຍັງໄດ້ສະໜັບສະໜູນອີກ 18 ໂຄງການ ໃນລະດັບສູນກາງ.
ຜົນການລົງຊຸກຍູ້ຕິດຕາມແມ່ນໄດ້ສັງລວມໃນບົດບັນທຶກຊ່ວຍຈຳ ທີ່ໄດ້ຖືກຮັບຮອງ ໂດຍການນຳຂອງທະນາ ຄານໂລກແລ້ວ ຈຶ່ງໄດ້ຈັດກອງປະຊຸມເພື່ອເຜີຍແຜ່ໃນຄັ້ງນີ້. ນອກຈາກການຮັບຟັງຜົນການຈັດຕັ້ງປະຕິບັດໂຄງການ, ສິ່ງທ້າທາຍ ແລະ ຂໍ້ຄົງຄ້າງຕ່າງໆແລ້ວ, ຍັງຈະໄດ້ປຶກສາຫາລື: ການຈັດສັນງົບແຮ່ສຸກເສີນ, ບູລິມະສິດກິດຈະກຳທີ່ຂໍງົບເພີ່ມ, ການຄຸ້ມຄອງການເງິນ, MoU ລະຫວ່າງ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກັບ ມະຫາວິທະຍາໄລແຫ່ງຊາດ ເພື່ອຈັດຕັ້ງປະຕິບັດກິດຈະກຳຂອງ ຄສລ2, ການຕິດຕັ້ງຖານຂໍ້ມູນ EIA/IEE, ການແຕ່ງຕັ້ງຜູ້ຮັບຜິດຊອບໃນການຕິດຕາມຄວາມຄືບໜ້າຂອງກິດຈະກຳໂຄງການຕາມການເຫັນດີນຳກັນ, ການເຜີຍແຜ່ຜົນງານຂອງ ຄສລ2, ການລາຍງານຜົນສຳເລັດຂອງຕົວຊີ້ວັດ, ການອັບເດດບົດສະຫຼຸບຫຍໍ້ໂຄງການຍ່ອຍ, ການສົ່ງບົດລາຍງານປະຈຳປີ 2018 ແລະ ການກະກຽມໂຄງການໃໝ່.
ໂຄງການ ຄສລ 2 ຈະສິ້ນສຸດໃນທ້າຍປີ 2020 ເຊິ່ງຈະນໍາເອົາຜົນຂອງການຕິດຕາມເຜີຍແຜ່ນີ້ໄປຜັນຂະຫຍາຍ ເພື່ອການຈັດຕັ້ງປະຕິບັດໂຄງການໃຫ້ມີປະສິດທິພາບ ແລະ ບັນລຸເປົ້າໝາຍຕາມທີ່ວາງໄວ້.
[Best_Wordpress_Gallery id=”54″ gal_title=”wrapup12719″]