ກິດຈະກຳປຸກຈິດສຳນຶກ ຮຮ ປະຖົມໂພນພະເນົາ

Dec 22, 2020 | ຂ່າວສານ

ກອງ​ທຶນ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ກົມສິ່ງແວດລ້ອມ, ກຊສ ໄດ້​ຮ່ວມກັນຈັດ​ກິດຈະກຳ​ປູກ​ຈິດ​ສຳນຶກ​ໃນ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ໃຫ້​ນ້ອງ​ນັກຮຽນ ຢູ່​ໂຮງຮຽນ​ປະຖົມສົມບູນບ້ານອາກາດ, ເມືອງສີໂຄດຕະບອງ, ແລະ ໂຮງຮຽນປະຖົມສົບບູນບ້ານ ໂພນພະເນົາ, ເມືອງໄຊເສດຖາ, ນະຄອນຫລວງ​ວຽງ​ຈັນ ​ໃນ​ວັນ​ທີ 7 ແລະ 8 ທັນວາ 2020 ນີ້, ນໍາພາໂດຍ ​ທ່ານ ນາງ ພັກກາວັນ ພິດສະໄໝ, ວ່າການຫົວໜ້າ​ຫ້ອງການ​ກອງ​ທຶນ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ; ທ່ານ ນາງ ບຸນພາມາ ໂພທິສານ, ຮອງຫົວໜ້າຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ; ທ່ານ ນາງ ໄຂ່ແກ້ວ ຈັນທະວີສຸກ, ຮອງຫົວໜ້າພະແນກສົ່ງເສີມສິ່ງແວດລ້ອມ​, ກົມສິ່ງແວດລ້ອມ, ກຊສ; ທ່ານ ນາງ ວົງທິບ ເທບບູລີ, ອຳນວຍການໂຮງຮຽນປະຖົມສົມບູນອາກາດ; ທ່ານ ນາງ ກອງຄຳ ພັນວົງສາ, ອຳນວຍການໂຮງຮຽນປະຖົມສົມບູນໂພນພະເນົາ, ພ້ອມ​ດ້ວຍ​ ນາຍບ້ານ, ຄູອາຈານ, ນ້ອງ​ນັກຮຽນ, ພະນັກງານ ກອງທຶນປົກປັກຮັກສາສິ່ງແວດລ້ອມ, ພະນັກງານກົມສິ່ງແວດລ້ອມ.

ຈຸດປະສົງຂອງການຈັດກິດຈະກຳ​​ໃນ​ຄັ້ງ​ນີ້ ກໍ່ເພື່ອ​ແນ​ໃສ່ການ ປຸກຈິດສຳນຶກດ້ານສິ່ງແວດລ້ອມໃຫ້ທົ່ວສັງຄົມ ເປັນຕົ້ນຄົນລຸ້ນໃໝ່ໜຸ່ມນ້ອຍເຍົາວະຊົນໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ວຽກງານ ຂຽວ ສະອາດ ງາມຕາ. ໃນໄລຍະສິບກວ່າປີຜ່ານມາ, ກອງທຶນປົກປັກຮັກສາສິ່ງແວດລ້ອມໄດ້ສຸມໃສ່ການສ້າງຄວາມເຂັ້ມແຂງ ໃຫ້ອົງການຈັດຕັ້ງທີ່ເຮັດວຽກປົກປັກຮັກສາສິ່ງແວດລ້ອມ ດ້ວຍການສະໜອງທຶນໃຫ້ 100 ກວ່າໂຄງການ ໃນນັ້ນລວມມີ ໂຄງການສະໜັບສະໜູນໂຮງຮຽນໃຫ້ກາຍເປັນໂຮງຮຽນສີຂຽວ, ໂຄງການປົກປັກຮັກສາປ່າສະຫງວນໃນທົ່ວປະເທດ ເພື່ອໃຫ້ມີປ່າປົກຫຸ້ມ 70% ແລະ ໂຄງການອື່ນໆ.

ກິດຈະກຳໃນມືີ້ນີ້ແມ່ນໜື່ງໃນກິດຈະກຳ ທີ່ພວກເຮົາສະໜັບສະໜູນທາງດ້ານງົບປະມານ ພາຍໃຕ້ໂຄງການສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສປປ ລາວ ໄລຍະ 2 ໃນການເລັ່ງໃສ່ໂຄສະນາເຜີຍແຜ່ ແລະ ປຸກຈິດສຳນຶກ ກ່ຽວກັບບັນຫາສິ່ງແວດລ້ອມໃຫ້ທົ່ວສັງຄົມຮັບຮູ້ ແລະ ເຂົ້າໃຈ ໂດຍສະເພາະແມ່ນການຫ້າມຖິ້ມຂີ້ເຫຍື້ອຊະຊາຍ, ຈູດຂີ້ເຫຍື້ອ, ມົນລະພິດ, ການຕັດໄມ້ທຳລາຍປ່າ ແລະ ບັນຫາອື່ນໆ ທີ່ສົ່ງຜົນກະທົບທັງທາງກົງ ແລະ ທາງອ້ອມຕໍ່ສິ່ງແວດລ້ອມ. ດັ່ງທີ່ພວກເຮົາພົບເຫັນໃນປະຈຸບັນ ມົນລະພິດທາງອາກາດ PM 2.5 ເຊິ່ງສາເຫດແມ່ນນ້ຳມືຂອງມະນຸດ ແລະ ມີຜົນກະທົບຕໍ່ສຸຂະພາບຂອງພວກເຮົາ.

ໃນ​ການ​ຈັດ​ກິດຈະກຳ​ໃນ​ຄັ້ງ​ນີ້, ໄດ້​ມີ​ຫລາຍ​ກິດຈະກຳທີ່​ໜ້າ​ສົນ​ໃຈ ​ເປັນ​ຕົ້ນ ການມອບອຸປະກອນການສຶກສາ, ສີທາອາຄານໂຮງຮຽນ ລວມມູນຄ່າ 14,000,000 ກີບ, ການ​ໃຫ້ຄວາມຮູ້ກ່ຽວກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ຜົນ​ຮ້າຍ-ຜົນ​ເສຍ ​ຂອງ​ການ​ຖີ້ມຂີ້ເຫຍື້ອຍຊະຊາຍ, ຈູດຂີ້ເຫຍື້ອ, ມົນລະພິດ ລວມໄປເຖິງການທໍາລາຍສິ່ງແວດລ້ອມໃນສັງຄົມ ນອກນັ້ນຍັງໄດ້ມີການ ຖາມ​-ຕອບ​ຄຳ​ຖາມ ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ ​ແລະ ອື່ນໆ. ​ເຊິ່ງເຮັດໃຫ້ນ້ອງ​ນັກຮຽນມີຄວາມຮັບຮູ້, ມີທັດສະນະຄະຕິທີ່ດີຕໍ່ສິ່ງແວດລ້ອມ ແລະ ຮູ້ຄຸນຄ່າຂອງສິ່ງແວດລ້ອມຫລາຍ​ຂຶ້ນ, ທັງ​ເປັນ​ເວທີ​ສະ​ແດງ​ຄວາມ​ສາມາດ, ກ້າ​ຄິດ, ກ້າສະ​ແດງ​ອອກ ຂອງ​ນ້ອງ​ນັກຮຽນ​ ອີກ​ດ້ວຍ.

[robo-gallery id=7512]