ກິດຈະກຳສົ່ງເສີມການອະນຸລັກສັດປ່າ ເນື່ອງໃນວັນສັດປ່າໂລກ

Mar 3, 2017 | Uncategorized @lo

ໃນວັນ ທີ 03 ມີນາ 2017 ເນື່ອງໃນວັນ ສັດປ່າໂລກ ກອງທຶນປົກປັກຮັກສາສິ່ງແວດລ້ອມ (ກປສ) ໄດ້ຈັດກິດຈະກໍາສົ່ງເສີມການອະນຸລັກສັດປ່າ ທີ່ໂຮງຮຽນປະຖົມສຶກສາສົມບູນຈອມເພັດ.
ວັນສັດປ່າໂລກແມ່ນໂອກາດທີ່ມີຄວາມໝາຍຄວາມສໍາຄັນຕໍ່ການສະເຫຼີມສະຫຼອງ ຄວາມຫຼາກຫຼາຍຂອງສັດປ່ານາໆ ພັນ ແລະ ການປູກຈິດສໍານຶກ ກ່ຽວກັບວຽກງານອະນຸລັກ ເຊີ່ງມີຄວາມສໍາຄັນຢ່າງຍິ່ງຕໍ່ຊີວິດການເປັນຢູ່ຂອງຄົນເຮົາ. ວັນສັດປ່າໂລກຍັງເປັນໂອກາດທີ່ພວກເຮົາຄວນລະນຶກເຖິງ ຄວາມຮີບດ່ວນ ແລະ ຈໍາເປັນໃນການຮ່ວມໃຈໃນກັນຕ້ານ ແລະ ສະກັດກັ້ນ ການຄ້າຂາຍສັດປ່າແບບຜິດກົດໝາຍ ທີ່ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ.
ສັດປ່າເປັນຊັບສົມບັດອັນລໍ້າຄ່າ ແລະ ເປັນອົງປະກອບຕົ້ນຕໍໃນການເສີມສ້າງໃຫ້ໃຫ້ປັດໃຈຕ່າງໆ ທາງສິ່ງແວດລ້ອມ ແລະ ສັງຄົມອຸດົມສົມບູນຂື້ນ ເຊັ່ນ: ຄວາມສົມດູນຂອງລະບົບນິເວດ, ຄວາມຫຼາກຫຼາຍທາງດ້ານສາຍພັນ, ເປັນແຫຼ່ງຄົ້ນຄົ້ວາ, ແຫຼ່ງການສຶກສາ, ສູນສ້າງກິດຈະກໍາເພື່ອການພັກຜ່ອນ ແລະ ການພັດທະນາແບບຍືນຍົງຂອງມະນຸດ. ດ້ວຍເຫດນີ້, ໃນນາມ ກອງທຶນປົກປັກຮັກສາສິ່ງແວດລ້ອມ ເປັນຫ້ອງການທີ່ໃຫ້ຄວາມສໍາຄັນຕໍ່ການ ສົ່ງເສີມການອະນຸລັກສິ່ງແວດລ້ອມ (ລວມທັງສັດນໍ້າ ແລະ ສັດປ່າ) ຈື່ງຢາກເຊື້ອເຊີນ ທຸກພາກສ່ວນໃນສັງຄົມ, ອົງການຈັດຈັ້ງທັງພາກລັດ ແລະ ເອກະຊົນ, ອົງການຈັດຕັ້ງມະຫາຊົນ, ນັກຮຽນນັກສຶກສາ, ໄວໜຸ່ມເຍົາວະຊົນ ແລະ ບຸກຄົນທົ່ວໄປ ຮ່ວມສະເຫຼີມສະຫຼອງ ແລະ ສ້າງຈິດສໍານຶກເພື່ອເຮັດໃຫ້ວັນສັດປ່າໂລກ ກາຍເປັນວັນແຫ່ງຄວາມສຸກ, ຄວາມປອດໄພ ແລະ ຄວາມສົມບູນພູນສຸກ ຂອງບັນດາສັດປ່າທັງໝົດທີ່ມີໃນປະເທດເຮົາ ກໍ່ຄືໃນໂລກ.
ອີກເທີ່ອໜື່ງ, ໃນໂອກາດການສະເຫຼີມສະຫຼອງວັນສັດປ່າໂລກ ໃນຫົວຂໍ້ ຟັງຄໍາເຫັນຂອງໄວໜູ່ມ (listen to the young voices) ພວກເຮົາຈື່ງຢາກສົ່ງເສີມ ແລະ ເຜີຍແຜ່ໃຫ້ນ້ອງໆ ທີ່ເປັນຄົນຮຸ້ນໃຫມ່ ຫັນມາໃສ່ໃຈການອະນຸລັກ ເພື່ອເຮັດແນວໃດໃຫ້ສັດປ່າທັງຫຼາຍປາສະຈາກໄພຂົ່ມຂູ່ຕ່າງໆ ເຊັ່ນ: ການຖືກທໍາລາຍຖິ່ນທີ່ຢູ່ອາໃສ, ພາວະໂລກຮ້ອນ ແລະ ການໄລ່ລ້າເພື່ອຈັບສັດປ່າ ຫຼື ຊີ້ນສ່ວນສັດປ່າເປັນສິນຄ້າ ແລະ ອື່ນໆ.

[metaslider id=771]