ປິດໂຄງການສຶກສາການນຳໃຊ້ຢາຂ້າຫຍ້າ 5 ແຂວງພາກເໜືອ ແລະ 3 ແຂວງພາກກາງ

Aug 13, 2020 | ຂ່າວສານ

ໂຄງການ ສຶກສາການນຳໃຊ້ຢາຂ້າຫຍ້າ ແລະ ຢາປາບສັດຕູພຶດ ໃນສວນກ້ວຍ, ສວນອ້ອຍ ແລະ ສວນປູກໝາກໄມ້ກິນໝາກ ໃນ 5 ແຂວງພາກເໜືອ (ຜົ້ງສາລີ, ຫລວງນ້ຳທາ, ອຸດົມົຊ, ບໍ່ແກ້ວ, ໄຊຍະບູລີ) ປະກອບມີ 16 ຕົວເມືອງ ເຂົ້າຮ່ວມໂຄງການ ແລະ 3 ແຂວງພາກກາງ (ສະຫວັນນະເຂດ, ຄຳມ່ວນ, ບໍລິຄຳໄຊ) ປະກອບມີ 5 ຕົວເມືອງເຂົ້າຮ່ວມໂຄງການ

ໂຄງການສຶກສາການນຳໃຊ້ຢາຂ້າຫຍ້າ ແລະ ຢາປາບສັດຕູພຶດ ໃນ 5 ແຂວງພາກເໜືອ ແລະ 3 ແຂວງພາກກາງ ເປັນໂຄງການຕົວແບບ (Pilot Project) ຊື່ງໄດ້ກຳນົດເອົາສະເພາະພື້ນທີ່ການລົງທືນປູກກ້ວຍ, ອ້ອຍ ແລະ ໄມ້ກິນໝາກຂອງນັກລົງທຶນຈາກ ສປ ຈີນ ໃນ 5 ແຂວງພາກເໜືອ ມີເນື້ອທີ່ທັງໝົດ 33,335 ເຮັກຕ້າ, ສ່ວນການປູກອ້ອຍໃນ 2 ແຂວງພາກກາງ (ສະຫວັນນະເຂດ, ຄຳມ່ວນ) ມີເນື້ອທີ່ ທັງໝົດ 16,727 ເຮັກຕ້າ ເພື່ອປ້ອນເຂົ້າ 2 ໂຮງງານນ້ຳຕານ (ເມືອງໄຊບູລີ ແລະ ເມືອງອາດສະພັງທອງ)

ນອກນັ້ນ, ຍັງມີສວນປູກໝາກໄມ້ກິນໝາກ (ໝາກມ່ວງ) ໃນແຂວງ ບໍລິຄໍາໄຊ ມີເນື້ອທີ່ທັງໝົດ 2,000ເຮັກຕ້າ, ຈາກການສຶກສາທາງດ້ານຂໍ້ມູ່ນ ພົບວ່າ ປະລິມານການນຳໃຊ້ຢາຂ້າຫຍ້າ ຊ່ວງປີ 2018-2019 ໃນ 5 ແຂວງພາກເໜືອ ມີເຖິງ 1,555,625 ລົດ ໃນເນື້ອທີ່ 33,335 ເຮັກຕ້າ, ແຂວງພາກກາງ 628,218 ລິດ ໃນເນື້ອທີ່ 18,727 ເຮັກຕ້າ, ເວົ້າລວມໃນການນໍາໃຊ້ຢາຂ້າຫຍ້າ ໃນ 8 ແຂວງ ຂອງ ສປປ ລາວ ຊ່ວງ 2018-2019 ໃນ 21 ຕົວເມືອງ ມີເຖິງ 2,183,843 ລິດ

 

ກິດຈະກຳຕົ້ນຕໍມີດັ່ງນີ້:

  1. 1. ສ້າງຄວາມເຂັ້ມແຂງໃຫ້ພະແນກຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມແຂວງ ແລະ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງໃນການບໍລິຫານ, ການຄວບຄຸມການນຳໃຊ້ຢາຂ້າຫຍ້າ ແລະ ຢາປາບສັດຕູພືດຢູ່ບັນດາແຂວງພາກເໜືອ ໄຊຍະບູລີ, ອຸດົມໄຊ, ບໍ່ແກ້ວ, ຫລວງນ້ຳທາ ແລະ ຜົ້ງສາລີ ແລະ 3 ແຂວງພາກກາງ: ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ
  2. ລົງເກັບກໍາຕົວຢ່າງດິນ ແລະ ນ້ໍາຢູ່ບັນດາສວນກ້ວຍ ແລະ ເຂດຜະລິດກະສີກໍາ ໃນບັນດາແຂວງພາກເໜືອ ແລະ ພາກກາງ ເພື່ອສຶກສາຫາສານເຄມີກະສີກຳອັນຕະລາຍທີ່ຖືກໃຊ້ໃນການຜະລິດກະສີກຳ

 

ຜົນງານການເຄື່ອງໄຫວໃນເຂດດັ່ງກ່າວມີ:

  1. 1. ໄດ້ຈັດຕັ້ງກອງປະຊຸມສ້າງຄວາມເຂັ້ມແຂງໃຫ້ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ແລະ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງຂອງບັນດາແຂວງພາກເໜືອ ແລະ ພາກກາງ ຊື່ງເຫັນວ່າບັນດາ ພຊສ ແລະ ຫຊສ ມີຄວາມເຂົ້າໃຈຂັ້ນພື້ນຖານໃນການບໍລິຫານ ແລະ ການຄວບຄຸມການນຳໃຊ້ສານເຄມີອັນຕະລາຍໃຫ້ແກ່ປະຊາຊົນ, ການລົງເຜົຍແຜຄວາມຮູ້ກ່ຽວກັບສານເຄມີກະສີກຳມີລາຍລະອຽດຈຳນວນຄັ້ງ ມີດັ່ງນີ້: ຜົ້ງສາລີ 2 ຄັ້ງ (ເມືອງຍອດອູ ແລະ ເທດສະບານແຂວງ), ຫລວງນ້ໍາທາ 2 ຄັ້ງ (ເມືອງສິງ), ແຂວງບໍ່ແກ້ວ 4 ຄັ້ງ, ການລົງແກ້ໄຂບັນຫາປາຕາຍຈາກການນຳໃຊ້ຢາປາບສັດຕູພຶດໃນທາງທີ່ຜິດ ຢູ່ບ້ານປຸ່ງນາໜູນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ, ໄຊຍະບູລີ 2 ຄັ້ງ (ເມືອງຊຽງຮ່ອນ, ເມືອງຄອບ), ອຸດົມໄຊ 1 ຄັ້ງ, ສະຫວັນນະເຂດ 3 ຄັ້ງ, ຄຳມ່ວນ 2 ຄັ້ງ, ບໍລິຄຳໄຊ 1 ຄັ້ງ (ເຜີຍແຜ່ໃຫ້ການນຳແຂວງ), ຫົວພັນ 1 ຄັ້ງ, ເຊກອງ 1 ຄັ້ງ (ກົມຄວບຄຸມມົນລະພິດ), ອັດຕະປື 1 ຄັ້ງ (ກົມຄວບຄຸມມົນລະພິດ), ຫົວພັນ 1 ຄັ້ງ, ເຊກອງ 1 ຄັ້ງ (ກົມຄວບຄຸມມົນລະພິດ), ເມືອງຊະນະຄາມ ແຂວງວຽງຈັນ 1 ຄັ້ງ, ເຂົ້າຮ່ວມເຜີຍແຜ່ໃນກອງປະຊຸມ Remsar ທີ່ນະຄອນປາກເຊ 1 ຄັ້ງ
  2. ຜົນຈາກການສຶກສາທາງດ້ານຂໍ້ມູ່ນພົບວ່າ ປະລິມານການນໍາໃຊ້ຢາຂ້າຫຍ້າ ຊ່ວງປີ 2018-2019 ໃນ 5 ແຂວງພາກເໜືອ ມີເຖິງ 1,555,625 ລົດ ໃນເນື້ອທີ່ 33,335 ເຮັກຕ້າ, ແຂວງພາກກາງ 628,218 ລິດ ໃນເນື້ອທີ່ 18,727 ເຮັກຕ້າ, ສະຫຼຸບລວມແລ້ວການນໍາໃຊ້ຢາຂ້າຫຍ້າ ໃນ 8 ແຂວງ ຂອງ ສປປ ລາວ ຊ່ວງ 2018-2019 ໃນ 21 ຕົວເມືອງ ມີເຖິງ 2,183,843 ລິດ, ໃນນັ້ນໄດ້ພົບເຫັນການນຳໃຊ້ຢາປາບສັດຕູພຶດຫລາຍກວ່າ 38 ຊະນິດ ບໍ່ນັບສານກະຕຸ້ນ (ຮໍໂມນ) ຊື່ງ 36 ຊະນິດລ້ວນແຕ່ນອນຢູໃນບັນຊີການຫ້າມນຳໃຊ້ ຂອງກະຊວງກະສີກຳ-ປ່າໄມ້ 2860/ກປ ແລະ ສັນຍາ ໂຣດເຕີດາມ ທີ່ ສປປ ລາວ ເປັນພາຄີ

 

ບົດຮຽນທີ່ໄດ້ຮັບຈາກໂຄງການນີ້ມີ:

  1. ການນຳໃຊ້ສານເຄມີກະສີອັນຕະລາຍຂອງປະຊາຊົນແມ່ນຍັງບໍ່ມີຄວາມເຂົ້າໃຈ ເຮັດໃຫ້ການ

ນຳໃຊ້ບໍ່ຖືກຕ້ອງ, ພາຊະນະທີ່ໃຊ້ແລ້ວຖີ້ມຊະຊາຍ ຫຼື ເອົາໄປນຳໃຊ້ໃນທາງທີ່ບໍ່ຖືກຕ້ອງ ແລະ ການນຳສານເຄມີກະສີກຳອັນຕະລາຍໃຊ້ນັບມື້ນັບຫລາຍຂື້ນ ຊື່ງຈະເຮັດໃຫ້ສຸຂະພາບຂອງປະຊາຊົນຕົກຢູ່ໃນພາວະອັນຕະລາຍໃນອະນາຄົດ

  1. ການນຳເຂົ້າສານເຄມີກະສີກຳອັນຕະລາຍແມ່ນຊະຊາຍ ບໍ່ເປັນລະບຽບ ບໍ່ໄດ້ຜ່ານການກວດສອບ ຫຼື ຄວບຄຸມຈາກພາກສ່ວນທີ່ກ່ຽວຂ້ອງເທົ່າທີ່ຄວນ
  2. ບັນດາ ພຊສ, ຫຊສ ແລະ ພາກສ່ວນອື່ນໆ ທີ່ກ່ຽວຂ້ອງຍັງບໍ່ຮູ້ວິທີບໍລິຫານຄວບຄຸມການນຳໃຊ້ຢ່າງຈະແຈ້ງ

 

ຂໍ້ສະເໜີເພື່ອເຮັດຕໍ່ໜ້າມີດັ່ງນີ້:

  1. ຢາກຂໍງົບປະມານເພື່ອສຶກສາ ແລະ ສ້າງຄວາມເຂັ້ມແຂງທົ່ວປະເທດ
  2. ຢາກໃຫ້ທຸກພາກສ່ວນ ທັງພາກລັດ ແລະ ເອກະຊົນ ເອົາໃຈໃສ່ຢ່າງຈີງຈັງໃນການປົກປັກຮັກສາສິ່ງແວດລ້ອມພານໃນປະເທດ[Best_Wordpress_Gallery id=”98″ gal_title=”270720″]