ປືກສາຫາລື ໂຄງການຄຸ້ມຄອງ ສິ່ງແວດລ້ອມ ແລະ ສິ່ງເສດເຫຼືອ

Apr 1, 2021 | ຂ່າວສານ

ໃນລະຫວ່າງ ວັນທີ 29 ມີນາ ຫາ 02 ເມສາ 2021 ກອງທຶນປົກປັກຮັກສາສິ່ງແວດລ້ອມ ຈັດກອງປະຊຸມ ປືກສາຫາລື ໂຄງການຄຸ້ມຄອງ ສິ່ງແວດລ້ອມ ແລະ ສິ່ງເສດເຫຼືອ (Environmental and Waste Management Project) ຮ່ວມກັບ ທະນາຄານໂລກ, ບັນດາກົມກອງທີ່ກ່ຽວຂ້ອງຈາກ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງ ແຜນການ ແລະ ການລົງທຶນ ເພື່ອປຶກສາຫາລືກ່ຽວກັບການອອກແບບ ໂຄງການ ຊຶ່ງຈະມີຕົວຊີ້ວັດ, ກອບໜ້າວຽກ, ພື້ນທີ່ເປົ້າໝາຍໂຄງການ, ແລະ ໜ້າທີ່ຮັບຜິດຊອບ ຂອງແຕ່ລະພາກສ່ວນໃນການກະກຽມໂຄງການ ພ້ອມທັງປຶກສາແຜນການລະອຽດໃນການກະກຽມ ໂດຍສະເພາະຂະບວນການອະນຸມັດເອກະສານຕ່າງໆ.
[robo-gallery id=7876]