ຝຶກອົບຮົມກ່ຽວກັບ ການຈັດຕັ້ງປະຕິບັດໂຄງການ ໃນກອບຜົນໄດ້ຮັບໃໝ່ ຂອງ ໂຄງການສິ່ງແວດລ້ອມ ແລະ ສັງຄົມ ໄລຍະ 2

Jun 26, 2018 | Uncategorized @lo, ຂ່າວສານ

ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ( ກປສ) ຈັດກອງປະຊຸມຝຶກອົບຮົມກ່ຽວກັບ ການຈັດຕັ້ງປະຕິບັດໂຄງການ ໃນກອບຜົນໄດ້ຮັບໃໝ່ ຂອງ ໂຄງການສິ່ງແວດລ້ອມ ແລະ ສັງຄົມ ໄລຍະ 2, ເຊິ່ງຈັດຂື້ນໃນລະຫວ່າງວັນທີ 20-22 ມິຖຸນາ 2018 ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ນາງ ບຸນພາມາ ໂພທີສານ, ຮອງຫົວໜ້າຫ້ອງການ ກປສ ພ້ອມດ້ວຍທີມງານຄູຝຶກ ຂອງ ກປສ ແລະ ຕາງໜ້າຈາກ 36 ໂຄງການທີ່ໄດ້ຮັບທຶນຈາກ ຄສລ2 ລວມທັງໝົດມີ 142 ທ່ານ.
ຈຸດປະສົງຂອງການຝຶກອົບຮົມແມ່ນເພື່ອແນະນຳຂັ້ນຕອນຕ່າງໆໃນການບໍລິຫານ/ຈັດຕັ້ງປະຕິບັດໂຄງການ, ເພື່ອແລກປ່ຽນບົດຮຽນການຈັດຕັ້ງປະຕິບັດໂຄງການ ກັບພາກສ່ວນອື່ນໆ ຊຶ່ງອາດມີຜົນດີຕໍ່ການປັບປຸງ ການຈັດຕັ້ງປະຕິບັດໂຄງການ ຂອງ ກປສ, ແນະນຳເຄື່ອງມື ແລະ ກົດລະບຽບຕ່າງໆ ຂອງກອງທຶນ ເພື່ອນຳໄປໃຊ້ໃນເວລາຈັດຕັ້ງປະຕິບັດໂຄງການ ແລະ ແນະນຳວິທີການ ຮ່າງແຜນການປະຈໍາປີ (ແຜນກິດຈະກຳ,ການເງິນ, ຈັດຊື້-ຈັດຈ້າງ ແລະ ການປົກປ້ອງສິ່ງແວດລ້ອມ ແລະ ສັງຄົມ ແລະ ການມີສວນຂອງຊຸມຊົນ), ເພື່ອເຮັດບົດສະຫລຸບ, ລາຍງານ ແລະ ຕິດຕາມປະເມີນຜົນເວລາຈັດຕັ້ງປະຕິບັດໂຄງການ.
[Best_Wordpress_Gallery id=”17″ gal_title=”ຝຶກອົບຮົມໂຄງການ”]