ພິທີເຊັນສັນຍາສະໜອງທຶນພາຍໃນ ກປສ

May 25, 2022 | ຂ່າວສານ

ພິທີເຊັນສັນຍາສະໜອງທຶນພາຍໃນ ກປສ

ໃນຕອນເຊົ້າ ວັນທີ 24 ພຶດສະພາ 2022 ໄດ້ມີພິທີເຊັນສັນຍາສະໜອງທຶນພາຍໃນ ກປສ ລະຫວ່າງ ກອງທຶນປົກປັກຮັກສາສິ່ງແວດລ້ອມ (ກປສ) ແລະ ຜູ້ຮັບທຶນຈາກ ພະແນກກະສິກຳ ແລະ ປ່າໄມ້ ແຂວງ ສາລະວັນ

ໂຄງການ ທີ 1: ໂຄງການ​ຄຸ້ມຄອງປົກປັກຮັກສາອະນຸລັກຊີວະນາໆພັນໃນປ່າປ້ອງກັນພູເສັດ ແລະ ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນແບບມີສ່ວນຮ່ວມ” ງົບປະມານ 800,000,000​ ກີບ (ແປດຮ້ອຍລ້ານກີບ) ແລະ ພະແນກອຸດສະຫະກຳ ແລະ ການຄ້າ ແຂວງ ຄຳມ່ວນ ໂຄງການທີ 2: “ໂຄງການຄຸ້ມຄອງການນໍາໃຊ້ສານເຄມີໃນຂົງເຂດອຸດສາຫະກໍາ ປຸງແຕ່ງ ທີ່ຕິດພັນກັບການຮັກສາສິ່ງແວດລ້ອມພາຍໃນ 10 ເມືອງ, ແຂວງ ຄໍາມ່ວນ” ງົບປະມານ 483,000,000 ກີບ (ສີ່ຮ້ອຍແປດສິບສາມລ້ານກີບ). ພິທີດັ່ງກ່າວ ແມ່ນໄດ້ຈັດຂື້ນທີ່ ຫ້ອງປະຊຸມ ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານ ໂດຍ ທ່ານ ພູວົງ ຫຼວງໄຊຊະນະ, ຮອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຮອງປະທານສະພາບໍລິຫານ ກອງທຶນປົກປັກຮັກສາສ່ິງແວດລ້ອມ ພ້ອມດ້ວຍ ຮອງຫົວໜ້າຄະນະກໍາມະການ ຄະນະວິຊາການ, ຫົວໜ້າຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ເຂົ້າຮ່ວມເປັນສັກຂີພະຍານ ລວມທັງໝົດປະມານ 18 ທ່ານ.

ໃນພິທີເຊັນສັນຍາດັ່ງກ່າວໃຫ້ກຽດລົງນາມເຊັນສັນຍາ ໂຄງການທີ 1:  ໂດຍ ນາງ ພັກກາວັນ ພິດສະໄໝ ຫົວໜ້າຫ້ອງການ ກອງທຶນປົກປັກຮັກສາສິ່ງແວດລ້ອມ (ຕາງໜ້າຜູ້ໃຫ້ທຶນ)  ແລະ ທ່ານ ວັງປະເສີດ ບຸນເອື້ອວົງສາ, ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງສາລະວັນ (ຕາງໜ້າຜູ້ຮັບທຶນ) “ໂຄງການ​ຄຸ້ມຄອງປົກປັກຮັກສາອະນຸລັກຊີວະນາໆພັນໃນປ່າປ້ອງກັນພູເສັດ ແລະ ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນແບບມີສ່ວນຮ່ວມ” ແລະ ໂຄງການທີ 2: ໂດຍ ນາງ ພັກກາວັນ ພິດສະໄໝ ຫົວໜ້າຫ້ອງການ ກອງທຶນປົກປັກຮັກສາສິ່ງແວດລ້ອມ (ຕາງໜ້າຜູ້ໃຫ້ທຶນ)  ແລະ ທ່ານ ບຸນໂຮມ ມຸກດາສັກ, ຫົວໜ້າພະແນກອຸດສະຫະກຳ ແລະ ການຄ້າ ແຂວງຄຳມ່ວນ   (ຕາງໜ້າຜູ້ຮັບທຶນ) “ໂຄງການຄຸ້ມຄອງການນໍາໃຊ້ສານເຄມີໃນຂົງເຂດອຸດສາຫະກໍາ ປຸງແຕ່ງ ທີ່ຕິດພັນກັບການຮັກສາສິ່ງແວດລ້ອມພາຍໃນ 10 ເມືອງ, ແຂວງ ຄໍາມ່ວນ”.

ຈຸດປະສົງຂອງການການສະໜອງທຶນຂອງ ກປສ ເພື່ອສ້າງຄວາມເຂັ້ມແຂງໃຫ້ພາກສ່ວນກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ພ້ອມທັງສົ່ງເສີມໃຫ້ທຸກພາກສ່ວນໃນສັງຄົມມີສ່ວນຮ່ວມໃນການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມ ໂດຍການສະໜອງທຶນແມ່ນປະຕິບັດໃຫ້ສອດຄ່ອງກັບທິດທາງຂອງພັກ-ລັດ, ຍຸດທະສາດການເຕີບໂຕສີຂຽວ, ວິໃສທັດ, ຍຸດທະສາດ ແລະ ແຜນການ 5 ປີ ຂອງ ກປສ ແລະ ສອດຄ່ອງກັບນະໂຍບາຍ, ຍຸດທະສາດ ຂອງຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ຂະແໜງການທີ່ກ່ຽວຂ້ອງ ເພື່ອ​ຄຸ້ມຄອງປົກປັກຮັກສາອະນຸ ລັກຊີວະນາໆພັນ ລວມທັງການຄຸ້ມຄອງປ່າໄມ້, ພັດທະນາຊີວິດການເປັນຢູ່ ແລະ ຄຸ້ມຄອງການນໍາໃຊ້ສານເຄມີໃນຂົງເຂດອຸດສາຫະກໍາປຸງແຕ່ງ ທີ່ຕິດພັນກັບການຮັກສາສິ່ງແວດລ້ອມ, ງົບປະມານ ທີ່ ກປສ ສະໜອງໃຫ້ພາກສ່ວນຕ່າງໆ ແມ່ນໄດ້ມາຈາກການປະກອບສ່ວນ ຂອງບັນດາໂຄງການລົງທຶນ ຂະແໜງພະລັງງານ ແລະ ບໍ່ແຮ່ ທີ່ປະກອບທຶນເຂົ້າໃນກອງທຶນປົກຮັກສາສ່ິງແວດລ້ອມ ໃນແຕ່ລະປີ. ກປສ ໄດ້ຈັດສັນງົບປະມານດັ່ງກ່າວ ເພື່ອສະໜອງທຶນ ໂດຍຜ່ານ 6 ຮ່ວງທຶນ ຊຶ່ງແຕ່ລະປີຈະເປີດຮັບບົດສະເໜີໂຄງການ ເລີ່ມແຕ່ເດືອນມັງກອນ ຫາ ກັນຍາ ຂອງທຸກໆປີ. ພ້ອມນັ້ນ, ກໍ່ມີຂະບວນການຄົ້ນຄວ້າ ແລະ ພິຈາລະນາ ບົດສະເໜີໂຄງການ ໂດຍຜ່ານ ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ, ຂະແໜງການທີ່ກ່ຽວຂ້ອງ, ຄະນະວິຊາການ ກປສ ແລະ ສະພາບໍລິຫານ ກປສ. ສະນັ້ນ, ໂຄງການທີ່ໄດ້ຮັບທຶນໃນຄັ້ງນີ້ ກໍຖືວ່າເປັນໂຄງການທີ່ໄດ້ຜ່ານຂະບວນການກັ່ນກອງ ແລະ ພິຈາລະນາ ຕາມຂັ້ນຕອນທີ່ກໍານົດໄວ້.ທັງ 2 ໂຄງການທີເຊັນສັນຍາໃນຄັ້ງນີ້,  ເປັນໂຄງການທີ່ຈັດຕັ້ງປະຕິບັດຢູ່ໃນລະດັບແຂວງ ຊຶ່ງມີຄວາມສໍາຄັນໃນການສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງການທີ່ກ່ຽວຂ້ອງຂັ້ນທ້ອງຖິ່ນໃນການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ພ້ອມທັງສອດຄ່ອງກັບທິດທາງນະໂຍບາຍຂອງ ກປສ ກໍ່ຄືຂອງພັກ-ລັດ ໂດຍສະເພາະ ໂຄງການກ່ຽວກັບການຄຸ້ມຄອງ ແລະ ອະນຸລັກປ່າປ້ອງກັນໃຫ້ອຸດົມສົມບູນ ທີ່ຊຸມຊົນມີສ່ວນຮ່ວມ ແລະ ໂຄງການກ່ຽວກັບການຄຸ້ມຄອງ ແລະ ຕິດຕາມການນຳໃຊ້ສານເຄມີໃນຂະແໜງອຸດສະຫະກຳປຸງແຕ່ງ ເພື່ອຫລຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ.

ພິທີເຊັນສັນຍາໃນຄັ້ງນີ້ ທ່ານ ພູວົງ  ຫລວງໄຊຊະນະ, ຮອງລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ຮອງປະທານສະພາບໍລິຫານ ກອງທຶນປົກປັກຮັກສາສ່ິງແວດລ້ອມ ກໍ່ໄດ້ມີຄໍາເຫັນຕໍ່ໂຄງການທີ່ໄດ້ຮັບທຶນ ໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດໂຄງການໃຫ້ສອດຄ່ອງກັບເປົ້າໝາຍ, ຈຸດປະສົງຂອງໂຄງການ ແລະ ລະບຽບການນຳໃຊ້ທຶນຂອງ ກປສ ໂດຍໃຫ້ແຕ່ງຕັ້ງທີມງານຮັບຜິດຊອບໂຄງການສະເພາະ, ມີການສະຫຼຸບລາຍງານຕາມລະບຽບການ ຂອງ ກປສ ຢ່າງເຂັ້ມງວດ, ມີຄວາມໂປ່ງໃສ ແລະ ສາມາດກວດສອບໄດ້, ພ້ອມນັ້ນ, ກໍສະເໜີໃຫ້ຫ້ອງການກອງທຶນປົກປັກຮັກສາສ່ິງແວດລ້ອມ ໃນນາມ ກອງເລຂາ ຂອງ ສະພາບໍລິຫານ ກອງປົກປັກຮັກສາສ່ິງແວດລ້ອມ ເຮັດໜ້າທີຝຶກອົບຮົມສ້າງຄວາມເຂັ້ມແຂງ ແລະ ແນະນໍາວິທີການນໍາໃຊ້ທຶນ ແລະ ສະຫຼຸບລາຍງານ ໃຫ້ພາກສ່ວນດັ່ງກ່າວ ພ້ອມທັງຕິດຕາມກວດກາ, ປະເມີນ ແລະ ລາຍງານຄວາມຄືບໜ້າ ການຈັດຕັ້ງປະຕິບັດໂຄງການ ໃຫ້ຄະນະວິຊາການ ແລະ ສະພາບໍລິຫານ ຮັບຊາບຢ່າງເປັນປົກກະຕິ ເພື່ອຮັບປະກັນ ການນໍາໃຊ້ງົບປະມານໃຫ້ມີສິດທິຜົນ ແລະ ເກີດປະໂຫຍດສູງສຸດ.