ພິທີເຊັນສັນຍາສະໜອງທຶນລະຫວ່າງ ກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ 11 ໂຄງການ ທີ່ໄດ້ຮັບທຶນຜ່ານໂຄງການສິ່ງແວດລ້ອມ ແລະ ສັງຄົມຢູ່ ສປປ ລາວ ໄລຍະ2

Jan 22, 2020 | news

ຕອນບ່າຍ ວັນທີ 15 ມັງກອນ 2020 ໄດ້ມີພິທີເຊັນສັນຍາ ສະໜອງທຶນ ລະຫວ່າງ ກອງທຶນປົກປັກຮັກສາສິ່ງແວດລ້ອມ (ກປສ) ແລະ ຜູ້ຮັບທຶນຈາກ ພະແນກກະສິກໍາ-ປ່າໄມ້ (2 ໂຄງການ),ກະຊວງກະສິກໍາ ແລະ ປ່າໄມ້, ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (7 ໂຄງການ), ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ມະຫາວິທະຍາໄລແຫ່ງຊາດ (1 ໂຄງການ) ແລະ ກະຊວງພະລັງງານ ແລະ ບໍ່ແຮ່ (1 ໂຄງການ) ລວມທັງໝົດ 11 ໂຄງການ ( 1 ໂຄງການ ແມ່ນ ສະໜອງທຶນໃໝ່ແລະ 10 ໂຄງການແມ່ນສະໜອງທຶນເພີ້ມ ) ລວມມູນຄ່າທັງໝົດ 10,122,723,900 ກີບ ຫຼື ເທົ່າກັບ 1,250,000 ໂດລາສະຫະລັດ ພິທີດັ່ງກ່າວ ແມ່ນໄດ້ຈັດຂື້ນທີ່ ສະໂມສອນ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານ ໂດຍ ທ່ານ ປອ ໄຊນະຄອນ ອິນທະວົງ, ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍ ບັນດາຫົວໜ້າກົມ ແລະ ຮອງກົມ ຈາກ ກົມກອງທີ່ກ່ຽວຂ້ອງ ລວມໄປເຖິງ ຄະນະຊີ້ນໍາໂຄງການ ແລະ ຫົວໜ້າໂຄງການ ເພື່ອເຂົ້າຮ່ວມເປັນສັກຂີພິຍານ ລວມທັງ​ໝົດ​ປະມານ 112 ທ່ານ.

ໃນພິທີເຊັນສັນຍາດັ່ງກ່າວແມ່ນໃຫ້​ກຽດ​ລົງ​ນາມ​​ເຊັນສັນຍາໂດຍ ນາງ ບຸນພາມາ ໂພທິສານ, ຮອງຫົວໜ້າຫ້ອງການ ກອງ​ທຶນປົກປັກຮັກສາ​ສິ່ງ​ແວດ​ລ້ອມ (ຕາງໜ້າຜູ້​ໃຫ້​ທຶນ) ​ແລະ ຜູ້ຕາງໜ້າຈາກ 11 ໂຄງການ ທີ່ໄດ້ຮັບທຶນ ຄື:

ໂຄງການທີ່ 1 : ໂຄງການຍົກລະດັບຄວາມອາດສາມາດພະນັກງານ ຂອງ ກົມສິ່ງແວດລ້ອມ,ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ກົມນະໂຍບາຍ ແລະ ແຜນພະລັງງານ (DEPP) ເພື່ອຮ່ວມກັນຈັດຕັ້ງປະຕິບັດ ນະໂຍບາຍການພັດທະນາ ພະລັງງານໄຟຟ້ານໍ້າຕົກແບບຍືນຍົງ (PSHD) ໂດຍສຸມໃສ່ ການຕິດຕາມກວດກາ ປະສິດທິພາບຂອງການ ແບ່ງປັນດ້ານ ຜົນປະໂຫຍດ ແລະ ການກະກຽມ ຍຸດທະສາດການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ສໍາລັບ ແຜນການພັດທະນາໂຄງການ ໄຟຟ້ານໍ້າຕົກ , ຈັດຕັ້ງປະຕິບັດ: ກົມສິ່ງແວດລ້ອມ, ກະຊວງຊັບພະຍາກອນທໍໍາມະຊາດ ແລະ ສິ່ງແວດລ້ອມ ຮ່ວມກັບ ກົມນະໂຍບາຍ ແລະ ແຜນພະລັງງານ ກະຊວງ ພະລັງງານ ແລະ ບໍ່ແຮ່, .ມູນຄ່າໂຄງການ :  2,025,000,000 ກີບ (250,000 USD ) ໄລຍະເວລາໂຄງການ: 1 ປີ (ມັງກອນ – ທັນວາ 2020).

ຈຸດປະສົງໂຄງການ: ຍົກລະດັບຄວາມອາດສາມາດພະນັກງານ ຂອງ  ທັງສອງກົມ ດັ່ງກ່າວ ເພື່ອຮ່ວມກັນຈັດຕັ້ງປະຕິບັດ ນະໂຍບາຍການພັດທະນາ ພະລັງງານໄຟຟ້ານໍ້າຕົກແບບຍືນຍົງ (PSHD) ໂດຍສຸມໃສ່ ການຕິດຕາມກວດກາ ປະສິດທິພາບຂອງການແບ່ງປັນດ້ານ ຜົນປະໂຫຍດ ແລະ ການກະກຽມ ຍຸດທະສາດການປະເມີນຜົນ ກະທົບຕໍ່ສິ່ງແວດລ້ອມ ສໍາລັບ ແຜນການພັດທະນາໂຄງການ ໄຟຟ້ານໍ້າຕົກ.

ໂຄງການທີ່ 2: ໂຄງການຄູ້ມຄອງ ປ່າປ້ອງກັນແຫ່ງຊາດນໍ້າມ່ວນ-ນໍ້າຍ້ວງ ເຂດຍອດນໍ້າມ່ວນ ໃຫ້ມີຄວາມຍືນຍົງ, ຈັດຕັ້ງປະຕິບັດໂດຍ ພະແນກກະສິກໍາ-ປ່າໄມ້ແຂວງບໍລິຄໍາໄຊ, ມູນຄ່າໂຄງການເພີ້ມ:  810,000,000 ກີບ (100,000 USD ) ໄລຍະເວລາໂຄງການ: 3 ປີ (ມັງກອນ, 2018- ທັນວາ, 2020).

ຈຸດປະສົງຂອງໂຄງການ: ເພື່ອສ້າງຄວາມເຂັ້ມແຂງໃຫ້ກັບຊຸມຊົນເຂດປ່າປ້ອງກັນຍອດນໍ້າມ່ວນ (97,989 ຮຕ) ໃນການຄຸ້ມຄອງປ່າປ້ອງກັນ, ສີ່ງແວດລ້ອມ ແລະ ສັດນໍ້າ-ສັດປ່າ ໃຫ້ມີຄວາມຍືນຍົງ ພ້ອມທັງຮັບປະກັນທາງດ້ານ ຊີວິດການເປັນຢູ່ຂອງຊຸມຊົນທີ່ອາໃສຢູ່ໃນ ແລະ ເຂດອ້ອມຂ້າງໃຫ້ດີຂື້ນ.

ໂຄງການທີ່ 3: ໂຄງການຄຸ້ມຄອງປ່າສະຫງວນພູມືດ-ພູສັນເຂື່ອນແບບມີສ່ວນຮ່ວມຂອງຊຸ່ມຊົນ ແຂວງ ວຽງຈັນ, ຈັດຕັ້ງປະຕິບັດ: ພະແນກກະສິກໍາ-ປ່າໄມ້ແຂວງວຽງຈັນ, ມູນຄ່າໂຄງການເພີ້ມ:  810,000,000 ກີບ (100,000 USD) ໄລຍະເວລາໂຄງການ: 3 ປີ 3 ເດືອນ (ຕຸລາ, 2017- ທັນວາ 2020)

ຈຸດປະສົງໂຄງການ: ສ້າງຄວາມອາດສາມາດຂອງ ຂະແໜງການຄຸ້ມຄອງປ່າໄມ້ແຂວງໃນລະດັບແຂວງ ແລະ ທ້ອງຖິ່ນ  ແລະເຂດໝູ່ບ້ານເພື່ອຄຸ້ມຄອງຊີວະນາໆພັນໃນເຂດ ປ່າສະຫງວນພູມືດ-ພູສັນເຂືອນ  ແບບມີສ່ວນ ຮ່ວມກັບຊຸມຊົນໃຫ້ມີຄວາມຍືນຍົງ ຢູ່ແຂວງວຽງຈັນ.

ໂຄງການທີ່ 4: ໂຄງການສ້າງຄວາມສາມາດໃຫ້ພະນັກງານສິ່ງແວດລ້ອມ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ,ການຈັດຕັ້ງປະຕິບັດ: ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງວຽງຈັນ,ມູນຄ່າໂຄງການເພີ້ມ:  809,991,900 ກີບ (99,999 USD) ໄລຍະເວລາໂຄງການ: 3.5 ປີ (ກໍລະກົດ 2017 – ທັນວາ, 2020)

ຈຸດປະສົງຂອງໂຄງການ: ເພື່ອຊ່ວຍສ້າງຄວາມເຂັ້ມແຂງລະບົບການຄຸ້ມຄອງສິ່ງແວດລ້ອມໂດຍສະເພາະແມ່ນການຄຸ້ມຄອງ ແລະ ການບັງຄັບ ໃຊ້ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ,ປະຕິບັດລະບຽບການ, ບັນດານິຕິກໍາ ຕໍ່ການປະເມີນຜົນກະທົບສິ່ງແວດລ້ອມເບື້ອງຕົ້ນ

ໂຄງການທີ່ 5: ໂຄງການສ້າງຄວາມສາມາດໃຫ້ພະນັກງານສິ່ງແວດລ້ອມ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຈັດຕັ້ງປະຕິບັດ: ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງບໍລິຄໍາໄຊ, ມູນຄ່າໂຄງການເພີ້ມ:  809,919,000 ກີບ (99,990 USD), ໄລຍະເວລາໂຄງການ: 3.5 ປີ (ກໍລະກົດ 2017 – ທັນວາ, 2020)

ຈຸດປະສົງຂອງໂຄງການ: ເພື່ອຊ່ວຍສ້າງຄວາມເຂັ້ມແຂງລະບົບການຄຸ້ມຄອງສິ່ງແວດລ້ອມໂດຍສະເພາະແມ່ນການຄຸ້ມຄອງ ແລະ ການບັງຄັບ ໃຊ້ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ,ປະຕິບັດລະບຽບການ ບັນດານິຕິກໍາ ຕໍ່ການປະເມີນຜົນກະທົບສິ່ງແວດລ້ອມເບື້ອງຕົ້ນ

ໂຄງການທີ່ 6: ໂຄງການສ້າງຄວາມສາມາດໃຫ້ພະນັກງານສິ່ງແວດລ້ອມພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຈັດຕັ້ງປະຕິບັດ: ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຄຳມ່ວນ, ມູນຄ່າໂຄງການເພີ້ມ:  809,919,000 ກີບ (99,990 USD)  ໄລຍະເວລາໂຄງການ: 3.5 ປີ (ກໍລະກົດ 2017 – ທັນວາ, 2020)

ຈຸດປະສົງຂອງໂຄງການ: ເພື່ອຊ່ວຍສ້າງຄວາມເຂັ້ມແຂງລະບົບການຄຸ້ມຄອງສິ່ງແວດລ້ອມໂດຍສະເພາະແມ່ນການຄຸ້ມຄອງ ແລະ ການບັງຄັບ ໃຊ້ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ,ປະຕິບັດລະບຽບການ ບັນດານິຕິກໍາ ຕໍ່ການປະເມີນຜົນກະທົບສິ່ງແວດລ້ອມເບື້ອງຕົ້ນ

ໂຄງການທີ່ 7: ໂຄງການສ້າງຄວາມສາມາດໃຫ້ພະນັກງານສິ່ງແວດລ້ອມ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຕັ້ງປະຕິບັດ: ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ, ມູນຄ່າໂຄງການເພີ້ມ:  809,919,000 ກີບ (99,990 USD) ໄລຍະເວລາໂຄງການ: 3.5 ປີ (ກໍລະກົດ 2017 – ທັນວາ, 2020)

ຈຸດປະສົງຂອງໂຄງການ: ເພື່ອຊ່ວຍສ້າງຄວາມເຂັ້ມແຂງລະບົບການຄຸ້ມຄອງສິ່ງແວດລ້ອມໂດຍສະເພາະແມ່ນການຄຸ້ມຄອງ ແລະ ການບັງຄັບ ໃຊ້ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ,ປະຕິບັດລະບຽບການ ບັນດານິຕິກໍາ ຕໍ່ການປະເມີນຜົນກະທົບສິ່ງແວດລ້ອມເບື້ອງຕົ້ນ

ໂຄງການທີ່ 8: ໂຄງການສ້າງຄວາມເຂັ້ມແຂງໃຫ້ພະນັກງານສິ່ງແວດລ້ອມ, ພະແນກຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມ ແຂວງຊຽງຂວາງ ໃນການນຳໃຊ້ ແລະ ຕິດຕາມ ການປະເມີນຜົນກະທົບດ້ານສິ່ງແວດລ້ອມເບື້ອງຕົ້ນ (IEE) ຈັດຕັ້ງປະຕິບັດ: ຂະແໜງສິ່ງແວດລ້ອມ ແລະ ປ່ຽນແປງດິນຟ້າອາກາດ, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ງົບປະມານໂຄງການເພີ້ມ:  809,919,000 ກີບ (99,990 USD) ໄລຍະເວລາໂຄງການ: 3 ປີ 5 ເດືອນ (ກໍລະກົດ 2017- ທັນວາ 2020)

ຈຸດປະສົງໂຄງການ: ເພື່ອເພີ້ມສັດສ່ວນຈໍານວນ ການປະເມີນຜົນກະທົບສິ່ງແວດລ້ອມ/ ອອກໃບຢັ້ງຢືນສິ່ງວດລ້ອມ (IEE/ECC) ທີ່ສຳເລັດ ແລະ ຍົກລະດັບການຈັດຕັ້ງປະຕິບັດ ແຜນການ ຄຸ້ມຄອງ ແລະ ຕິດຕາມກວດກາ ສິ່ງແວດລ້ອມ ແລະ ສັງຄົມ ແລະ  ຄວບຄຸມການນໍາໃຊ້ສານ ເຄມີໃນວຽກງານກະສິກໍາ ພາຍໃນແຂວງຊຽງຂວາງ

ໂຄງການທີ່ 9: ໂຄງການສ້າງຄວາມເຂັ້ມແຂງໃຫ້ພະນັກງານສິ່ງແວດລ້ອມ, ພະແນກຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມ ແຂວງ ຫົວພັນ ໃນການນຳໃຊ້ ແລະ ຕິດຕາມ ການປະເມີນຜົນກະທົບດ້ານສິ່ງແວດລ້ອມເບື້ອງຕົ້ນ (IEE), ຈັດຕັ້ງປະຕິບັດ: ຂະແໜງສິ່ງແວດລ້ອມ ແລະ ປ່ຽນແປງດິນຟ້າອາກາດ, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ມູນຄ່າໂຄງການເພີ້ມ: 808,137,000 ກີບ (99,770 USD) ໄລຍະເວລາໂຄງການ: 3 ປີ 5 ເດືອນ (ກໍລະກົດ 2017- ທັນວາ 2020)

ຈຸດປະສົງໂຄງການ: ເພື່ອເພີ້ມສັດສ່ວນຈໍານວນ IEE/ECC ທີ່ສຳເລັດ ແລະ ຍົກລະດັບການຈັດຕັ້ງປະຕິບັດ ແຜນການຄຸ້ມ ຄອງ ແລະ ຕິດຕາມກວດກາ ສິ່ງແວດລ້ອມ ແລະ ສັງຄົມ ແລະ  ຄວບຄຸມການນໍາໃຊ້ສານເຄມີ ໃນວຽກງານກະສິກໍາ ພາຍໃນ ແຂວງຫົວພັນ.

ໂຄງການທີ່ 10: ໂຄງການສ້າງຄວາມເຂັ້ມແຂງໃຫ້ພະນັກງານສິ່ງແວດລ້ອມ, ພະແນກຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມ ແຂວງ ຫຼວງພະບາງ ໃນການນຳໃຊ້ ແລະ ຕິດຕາມ ການປະເມີນຜົນກະທົບ ດ້ານສິ່ງແວດລ້ອມ ເບື້ອງຕົ້ນ (IEE), ຈັດຕັ້ງປະຕິບັດ: ຂະແໜງສິ່ງແວດລ້ອມ ແລະ ປ່ຽນແປງດິນຟ້າອາກາດ, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ມູນຄ່າໂຄງງກນເພີ້ມ:  809,919,000 ກີບ (99,990 USD) ໄລຍະເວລາໂຄງການ: 3 ປີ 5 ເດືອນ (ກໍລະກົດ 2017- ທັນວາ 2020)

ຈຸດປະສົງໂຄງການ: ເພື່ອເພີ້ມສັດສ່ວນຈໍານວນ IEE/ECC ທີ່ສຳເລັດ ແລະ ຍົກລະດັບການຈັດຕັ້ງປະຕິບັດ ແຜນການຄຸ້ມ ຄອງ ແລະ ຕິດຕາມກວດກາ ສິ່ງແວດລ້ອມ ແລະ ສັງຄົມ ແລະ  ຄວບຄຸມການນໍາໃຊ້ສານ ເຄມີໃນວຽກງານກະສິກໍາພາຍໃນ ແຂວງຫລວງພະບາງ

ໂຄງການທີ່ 11:ໂຄງການການປະເມີນມູນຄ່າທາງເສດຖະກິດຂອງລະບົບນິເວດວິທະຍາ ແລະ ບັນດາຊີວະນາໆພັນ ໃນເຂດປ່າສະຫງວນ ພູຈອມວອຍ, ຈັດຕັ້ງປະຕິບັດ: ຄະນະວິທະຍາສາດ ທຳມະຊາດ ແລະ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດລາວ ມູນຄ່າໂຄງການເພີ້ມ:  810,000,000 ກີບ (100,000 USD) ໄລຍະເວລາໂຄງການ: 1 ປີ 2 ເດືອນ (ພະຈິກ 2019 – ທັນວາ 2020)

ຈຸດປະສົງໂຄງການ: ໂດຍອີງຕາມໜັງສືແນະນຳຂອງທ່ານ ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ກອງປະຊຸມທີ່ ກປສ, ຄະນະວິທະຍາສາດ ທຳມະຊາດ ແລະ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ຂອງມະຫາວິທະຍາໄລແຫ່ງຊາດ ຈະໄດ້ສຶກສາມູນຄ່າທາງເສດຖະກິດໂດຍເນັ້ນໃສ່ດ້ານຊີວະນາໆພັນໃນເຂດປ່າສະຫງວນ ພູຈອມວອຍ.

[Best_Wordpress_Gallery id=”68″ gal_title=”ພິທີເຊັນສັນຍາ 11 ໂຄງການ”]