ສປປ ລາວ ແລະ ລັດຖະບານເຢຍລະມັນ ສືບຕໍ່ສະໜັບສະໜູນວຽກງານປ່າໄມ້

Jun 22, 2020 | ຂ່າວສານ

ໃນວັນທີ 17 ມິຖຸນາ 2020 ນີ້ ທີ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ ລັດຖະບານລາວ ແລະ ເຢຍລະມັນ ໄດ້ຕົກລົງເຫັນດີ ຈັດຕັ້ງປະຕິບັດ ໂຄງການປ້ອງກັນດິນຟ້າອາກາດ ໂດຍຫຼີກລ້ຽງການທໍາລາຍປ່າໄມ້ (CliPAD)” ໄລຍະໃໝ່ ແລະ ແຜນງານການຈັດຕັ້ງປະຕິບັດການສ້າງຄວາມເຂັ້ມແຂງໃນວຽກງານປ່າໄມ້, ການຄຸ້ມຄອງປ່າໄມ້ແບບພູມິທັດ ແລະ ສົ່ງເສີມຊີວິດການເປັນຢູ່ (1-GFLL) ສັນຍາສະບັບນີ້ ປະກອບມີການປະກອບສ່ວນຂອງ ລັດຖະບານເຢຍລະມັນ ມູນຄ່າ 6.500.000 ເອີໂຣ ແລະ ການປະກອບສ່ວນຮ່ວມສະໜອງທຶນຂອງກອງທຶນສີຂຽວດ້ານການປ່ຽນແປງດິນຟ້າອາກາດສາກົນ (GCF) ມູນຄ່າ 16.140.000 ເອີໂຣ ໂດຍການສະໝອງຜ່ານ GIZ.​

ຈຸດປະສົງເພື່ອຈັດຕັ້ງປະຕິບັດແຜນງານຫຼຸດຜ່ອນການປ່ອຍອາຍເຮືອນແກ້ວຂອງ ສປປ ລາວ ຜ່ານທາງການປັບປຸງການຄຸ້ມຄອງບໍລິຫານ ແລະ ການຄຸ້ມຄອງພູມີທັດປ່າໄມ້ແບບຍືນຍົງ ເຊິ່ງໂຄງການນີ້ຈະຖືກຈັດຕັ້ງປະຕິບັດແຕ່ນີ້ ຈົນຮອດເດືອນມິຖຸນາ ປີ 2024 ໂດຍສຸມໃສ່ຂົງເຂດ 3 ວຽກງານຄື: 1) ສ້າງຄວາມເຂັ້ມແຂງ ໃຫ້ແກ່ການສ້າງສະພາບແວດລ້ອມ, 2) ສະໜັບສະໜູນ ການເຮັດກະສິກຳ ແລະ ກະສິກໍາປ່າໄມ້ແບບປະສົມປະສານ ທີ່ປາສະຈາກ ການທໍາລາຍປ່າໄມ້ ແລະ 3) ສະໜັບສະໜູນ ການຈັດຕັ້ງປະຕິບັດ ການຄຸ້ມຄອງພູມິທັດປ່າໄມ້ ແບບຍືນຍົງ (SFM) ແລະ ການຟື້ນຟູພູມິທັດປ່າໄມ້ (FLR) ໃນເນື້ອທີ່ດິນເຊື່ອມໂຊມ ຫຼາຍກວ່າ 1,5 ລ້ານເຮັກຕາ.

ພິທີລົງນາມເຊັນສັນຍາ ວ່າດ້ວຍການຈັດຕັ້ງປະຕິບັດດ້ານວິຊາການ ໂດຍ ກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້ ແລະ GIZ ໄດ້ຈັດຂຶ້ນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງພັດ ວົງມະນີ, ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ທ່ານ ເຢັນ ລູກເກິນແຮມ (Jens LOtkenherm), ເອກອັກຄະລັດຖະທູດເຢຍລະມັນ ປະຈໍາລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

[Best_Wordpress_Gallery id=”83″ gal_title=”17620″]