ສະຫລູບຜົນການຊຸກຍູ້-ຕິດຕາມການຈັດຕັ້ງປະຕິບັດ

Dec 22, 2020 | ຂ່າວສານ

ກອງທຶນປົກປັກຮັກສາສິ່ງແວດລ້ອມ ໄດ້ຈັດກອງປະຊຸມຂື້ນທີ່ ສູນຝຶກອົບຮົມ ICTC ພາຍໃຕ້ການເປັນປະທານ ຂອງ ທ່ານ ນາງ ພັກກາວັນ ພິດສະໄໝ ວ່າການຫົວໜ້າຫ້ອງການ ກອງທຶນປົກປັກຮັກສາສິ່ງແວດລ້ອມ, ແລະ ທ່ານ ສະຕີເຟັນ ດານຽວ, ຊ່ຽວຊານອາວຸໂສດ້ານສິ່ງແວດລ້ອມ, ຫົວໜ້າທີມງານວິຊາການ ທະນາຄານໂລກ ແລະ ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມ.

ຈຸດປະສົງຂອງໂຄງການ (PDO): ແມ່ນເພື່ອຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການຄຸ້ມຄອງສິ່ງແວດລ້ອມ, ໂດຍສະເພາະການອະນຸລັກເຂດປ່າສະຫງວນ, ການບັງຄັບໃຊ້ກົດຫມາຍສັດປ່າ ແລະ ການຄຸ້ມຄອງການປະເມີນສິ່ງແວດລ້ອມ ແລະ ຊຸກຍູ້​ຕິດຕາມການຈັດ​ຕັ້ງ​ປະຕິບັດໂຄງການ ຄສລ 2, ເຊິ່ງການຈັດຕັ້ງປະຕິບັດໂຄງການຍ່ອຍ ແລະ ໄດ້ຈັດເປັນກຸ່ມມີດັ່ງນີ້:

  1. 1. ກຸ່ມຄຸ້ມຄອງປ່າສະຫງວນ, 2. ກຸ່ມບັງຄັບໃຊ້ກົດຫມາຍສັດປ່າ, 3. ກຸ່ມການວາງແຜນ ແລະການຄຸ້ມຄອງສິ່ງແວດລ້ອມ (ລວມທັງການວາງແຜນການພັດທະນາສີຂຽວ),  ກຸ່ມການສຶກສາ ແລະ ການສ້າງຄວາມສາມາດ (ລວມທັງການສື່ສານ ແລະ ຄວາມຮູ້)

ນອກນັ້ນ ຍັງໄດ້ລາຍ​ງານຜົນ​ການ​​ເຮັດ​ວຽກ​ຊຸກຍູ້​ຕິດຕາມການຈັດ​ຕັ້ງ​ປະຕິບັດໂຄງການ ຄສລ 2 ​

[robo-gallery id=7465]