ສັບປະດາວຽງຈັນ ສະອາດ

Apr 3, 2018 | Uncategorized @lo

ເພື່ອເປັນການສ້າງຂະບວນການ ຕ້ອນຮັບ ບຸນປີໃໝ່ລາວ ພສ 2561 ແລະ ເພື່ອເປັນການຈັດຕັ້ງປະຕິບັດ ສັບປະດາວຽງຈັນສະອາດ 1- 7 ເມສາ 2018 ໃນເວລາ 06:00 ໂມງ ເຊົ້າຂອງວັນອາທິດ ທີ 01 ເມສາ 2018 ທີ່ເສັ້ນທາງ ໜອງບົວທອງ-ໜອງບຶກ ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງ ວຽງຈັນ ຮ່ວມກັບ ອຳນາດການປົກຄອງເມືອງ ສີໂຄດຕະບອງ ໄດຈັດພິທີ ເປີດ ເລີ່ມຕົ້ນ ສັບປະດາ
ວຽງຈັນ ສະອາດຂຶ້ນ, ເປັນກຽດເຂົ້າຮ່ວມ ໃນພິທີ ອັນມີ ຄວາມໝາຍ ຄວາມສຳຄັນໃນມື້ນີ້ ມີ ທ່ານ ປອ. ສິນລະວົງ ຄຸດໄພທູນ ກົມການເມືອງສູນກາງພັກ, ເລຂາຄະນະພັກ, ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ສົມມາດ ພົລເສນາ ກຳມະການສູນກາງພັກ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ບັນດາທ່ານ ຮອງລັດຖະມົນຕີ, ທ່ານ ຮອງເຈົ້າຄອງນະຄອນຫຼວງ, ທ່ານ ຫົວໜ້າກົມ, ຮອງກົມ, ຄະນະປະຈຳພັກ, ຄະນະພັກ, ເຈົ້າເມືອງ, ຫົວໜ້າພະແນກການ ຂັ້ນສູນກາງ, ຂັ້ນນະຄອນຫຼວງ, ເມືອງ ຕະຫຼອດເຖິງ ສະມາຊິກພັກ ພະນັກງານ, ພໍ່ແມ່ປະຊາຊົນ ນ້ອງນັກຮຽນ ເມືອງສີໂຄດຕະບອງ, ຫົວໜ່ວຍທຸລະກິດ, ສື່ມວນຊົນ ຈາກພາກສ່ວນຕ່າງ ໆ ກໍ່ໄດ້ໃຫ້ກຽດເຂົ້າຮ່ວມ ຢ່າງເປັນຂະບວນຟົດຟື້ນ.
ພ້ອມນີ້ ຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ, ຊາວຄ້າຂາຍ ຕະຫລອດເຖີງ ພະນັກງານ, ທະຫານ, ຕຳຫລວດ ແລະ ທຸກ ພາກສ່ວນ ຈົ່ງຊ່ວຍກັນເອົາໃຈໃສ່ຮັກສາຄວາມສະອາດຊ່ວຍກັນ ຈົ່ງຢ່າເອົາສີ່ງເສດເຫລືອມາຖີ້ມຊະຊາຍ