ເຄືອຂ່າຍອົງການບັງຄັບໃຊ້ກົດໝາຍສັດນໍ້າ-ສັດປ່າ ແຫ່ງຊາດ (ລາວເວັນ) ໄດ້ເປີດກອງປະຊຸມຄັ້ງທີ 2

May 25, 2017 | Uncategorized @lo

ວຽງຈັນ, ວັນທີ 12 ພຶດສະພາ 2017 ທີ່ ໂຮງແຮມວຽງຈັນ ພລາຊາ ເຄືອຂ່າຍອົງການບັງຄັບໃຊ້ກົດໝາຍສັດນໍ້າ-ສັດປ່າ ແຫ່ງຊາດ (ລາວເວັນ) ໄດ້ເປີດກອງປະຊຸມຄັ້ງທີ 2 ຂອງຕົນຂື້ນ. ໃຫ້ກຽດເປັນປະທານ ແລະນໍາພາກອງປະຊຸມ ໂດຍ ທ່ານ ຄໍາພຸດ ພັນດານຸວົງ, ຫົວໜ້າກົມກວດກາປ່າໄມ້ ທັງເປັນປະທານ ລາວເວັນ ແລະໂດຍການເປັນປະທານຮ່ວມຂອງ ທ່ານ ນ. ບຸນພາມາ ໂພທິສານ, ຮອງຫົວໜ້າຫ້ອງການ ກອງທຶນປົກປັກຮັກສາສິ່ງແວດລ້ອມ (ກປສ). ກອງປະຊຸມຄັ້ງນີ້ ຜູ່ເຂົ້າຮ່ວມ ໄດ້ຮັບຟັງລາຍການງານຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານບັງຄັບໃຊ້ກົດໝາຍໄລຍະ 3 ເດືອນຜ່ານມາ ຊຶ່ງໄດ້ຮັບທຶນສະໜັບສະໜູນຈາກ ກປສ ຜ່ານໂຄງການສິ່ງແວດລ້ອມ ແລະສັງຄົມ ໄລຍະ 2 (ຄສລ2). ນອກນັ້ນ ແຕ່ລະພາກສ່ວນ ຍັງໄດ້ຜ່ານແຜນປະຈໍາປີ 2017 ແລະ ພາກັນຄົ້ນຄ້ວາສົນທະນາບັນຫາທ້າທາຍ ໃນວຽກງານບັງຄັບໃຊ້ກົດໝາຍ ແລະຮ່ວມກັນຫາ ວິທີທາງປັບປຸງໃຫ້ດີຂື້ນຕໍ່ໜ້າ ແລະເພື່ອຮັບປະກັນໃຫ້ ວຽກງານສະກັດກັ້ນ ບັນຫາການຄ້າຂາຍສັດປ່າຜິດກົດໝາຍໃນລາວ ມີປະສິດທິຜົນສູງຂື້ນ.

ມີຜູ່ເຂົ້າຮ່ວມທັງໝົດ 36 ຄົນ (ຍີງ 6 ຄົນ) ຊຶ່ງຕາງໜ້າໃຫ້ພາກສ່ວນ: ກົມກວດກາປ່າໄມ້, ກອງກວດກາປ່າໄມ້ຈາກ 4 ແຂວງ (ນະຄອນຫລວງ, ຄໍາມ່ວນ, ບໍລິຄໍາໄຊ, ຫົວພັນ), ກົມຕໍາຫລວດສະກັດກັ້ນ-ຕ້ານອາຊະຍາກໍາຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ, ກົມພາສີ, ກົມປະຊາສໍາພັນ (ສນຍ). ນອກນັ້ນ ຍັງມີໂຄງການຄູ່ຮ່ວມງານອື່ນໆທີ່ຖືກຮັບເຊີນ ເຊັ່ນ: SUFORD-SU, ICBF, CliPAD, WWF, WCS.