ພິທີເຊັນບົດບັນທຶກຄວາມເຂົ້າໃຈໃນການຮ່ວມມື ລະຫວ່າງ ກຊສ ແລະ ມຊ

Oct 16, 2018 | Uncategorized @lo, ຂ່າວສານ

ພິທີເຊັນບົດບັນທຶກຄວາມເຂົ້າໃຈໃນການຮ່ວມມືວິຊາການດ້ານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ  ລະຫວ່າງ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດຂື້ນຢ່າງເປັນທາງການ ໃນວັນທີ 15 ຕຸລາ 2018, ໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານສົມມາດ ພົລເສນາ, ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ) ແລະ ທ່ານ ສຈ ປອ ສົມສີ ຍໍພັນໄຊ  ວ່າການອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ (ມຊ) ພ້ອມດ້ວຍພະນັກງານຂັ້ນສູງ ທັງສອງຝ່າຍເຂົ້າຮ່ວມ ລວມທັງໝົດ 49 ທ່ານ. ໃນພິທີເຊັນບົດບັນທຶກດັ່ງກ່າວ ຕາງໜ້າໃຫ້ ກຊສ ແມ່ນ ທ່ານ ນ. ບຸນຄໍາ ວໍລະຈິດ, ຮອງລັດຖະມົນຕີ ກຊສ, ຕາງໜ້າໃຫ້ທາງ ມຊ ທ່ານ ສຈ ປອ ສົມສີ ຍໍພັນໄຊ  ວ່າການອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ເປັນຜູ້ເຊັນ.ໃນນີ້, ໜ້າວຽກຈຸດສຸມຂອງການຮ່ວມມືມີດັ່ງນີ້:

  • ເພື່ອຜັນຂະຫຍາຍຜົນຂອງກອງປະຊຸມປຶກສາຫາລື ຄັ້ງວັນທີ 28 ກັນຍາ 2018 ທີ່ ມະຫາວິທະຍາໄລແຫ່ງຊາດ ໃຫ້ປະກົດຜົນເປັນຈິງ;
  • ເພື່ອເສີມຂະຫຍາຍ ຜົນການ​ຈັດຕັ້ງປະຕິບັດ 5 ໂຄງການ  ຂອງ 5​ ຄະນະວິຊາ ຂອງມະຫາວິທະຍາໄລ ແຫ່ງຊາດ ທີ່ໄດ້ຮັບທຶນສະໜັບສະໜູນ ຈາກກອງທຶນປົກປັກຮັກສາສິ່ງແວດລ້ອມ ໃນບ້ວງທຶນ ຂອງທະນະຄານໂລກ ຮອດປີ 2020 ເຊິ່ງ​ມີເປົ້າ​ໝາຍ: “ພັດທະນາຊັບພະຍາກອນມະນຸດ ດ້ານການຄຸ້ມຄອງປ່າສະ ຫງວນ ແລະ ສັດປ່າ, ດ້ານການປ້ອງກັນສັງຄົມ ໃນບັນດາໂຄງການລົງທຶນ, ດ້ານເສດຖະສາດສິ່ງແວດລ້ອມ  ແລະ ຊັບພະຍາກອນທໍາມະຊາດ ທີ່ກ່ຽວຂ້ອງກັບ ການຄຸ້ມຄອງສັດປ່າ ແລະ ປ່າສະຫງວນ, ດ້ານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ກ່ຽວກັບວິທະຍາສາດທໍາມະຊາດ ລວມທັງການສຶກສາຜົນກະທົບ ຈາກການນໍາໃຊ້ ຢາປາບສັດຕູພຶດ ແລະ ບັນຫາທີ່ພົ້ນເດັ່ນອື່ນໆ”;
  • ເພື່ອຊຸກຍູ້ການຮ່ວມມືສອງຝ່າຍ ຫຼື ຫຼາຍຝ່າຍ ດ້ານວິຊາການ ໃຫ້ຂະຫຍາຍກວ້າງຂວາງອອກ ແລະ ຮອບດ້ານ ແນໃສ່ ປະກອບສ່ວນເຂົ້າໃນການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ.

ຜົນສຳເລັດໃນການລິເລີ່ມການຮ່ວມມືໃນຄັ້ງນີ້ ແມ່ນຈະໄດ້ເສີມຂະຫຍາຍຂີດຄວາມສາມາດຂອງທັງສອງພາກສ່ວນ, ພ້ອມທັງຈະຊ່ວຍສະໜັບສະໜູນເຂົ້າໃນແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ແລະ ຈະເປັນໜື່ງໃນປັດໃຈທີ່ປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ ຕາມທິດສີຂຽວ ແລະ ຍືນຍົງ.

[Best_Wordpress_Gallery id=”24″ gal_title=”16102018″]