ໜັງສືເຊີນເຂົ້າຮ່ວມສົມທຽບລາຄາ

Jul 18, 2019 | Close Post

ສາທາລະນ­ະລັດ ປະຊາທິປະໄຕ ປະຊາຊົນ­ລາວ

ສັ­ຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນ­ະຖາວອນ­

—————————

ກະຊວງກະສິກຳ ແລະ ປ່າໄມ້

ກົມປ່າໄມ້                                                                                                                                                                                              ເລກທີ:         /ກປມ

ນະຄອນຫຼວງວຽງຈັນ,ວັນທີ 12 ກໍລະກົດ 2019

ໜັງສືເຊີນເຂົ້າຮ່ວມສົມທຽບລາຄາ

ເຖີງ: ບໍລິສັດ ຫລື ຫ້າງຮ້ານທີ່ມີຄຸນວຸດທິ

  1. ໂຄງການເສີມສ້າງຄວາມອາດສາມາດ ແລະ ການຄຸ້ມຄອງປ່າສະຫງວນແຫ່ງຊາດ ນ້ຳແອດ-ພູເລີຍ (NE-PL NPA), ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຮັບອະນຸມັດເງິນຊ່ວຍເຫລືອລ້າຈາກທະນາຄານໂລກ ໂດຍຜ່ານກົນໄກການສະໜອງທຶນຂອງກອງທຶນປົກປັກຮັກສາສີ່ງແວດລ້ອມ ເພື່ອດຳເນີນການປະມູນຈັດຊື້ປະ ເພດເຄື່ອງໃຊ້ຕ່າງໆດັ່ງລຸ່ມນີ້:
  • ປະເພດ ເຄື່ອງໄອທີ (IT)
  • ປະເພດ ເຄື່ອງສໍາຫລວດ ແລະ ເຄື່ອງນຸ່ງໃສ່ລາດຕະເວນ

ດ້ວຍການສະເໜີໃຫ້ຍືນການສົມທຽບລາຄາ, ລາຍລະອຽດຂອງການສະເໜີລາຄາເຄື່ອງປະເພດຕ່າງໆແມ່ນ

ກໍານົດໄວ້ໃນເອກະສານປະມູນຄົບຊຸດ.

  1. ໂຄງ​ການເສີມສ້າງຄວາມອາດສາມາດ ແລະ ການຄຸ້ມຄອງປ່າສະຫງວນແຫ່ງຊາດ ນ້ຳແອດພູເລີຍ (NE-PL NPA), ກະຊວງກະສິກໍາ ແລະ ປ່າໄມ້ ຂໍ​ເຊີນ​ບໍ​ລິ​ສັດ​ຂອງ​ທ່ານ​ເຂົ້າ​ຍື່ນ​ຊອງ​ສົມ​ທຽບ​ລາ​ຄາສຳ​ລັບ ເຄື່ອງ​ໃຊ້ ປະເພດເຄື່ອງໄອ​ທີ (IT) ແລະ ປະເພດເຄື່ອງສໍາຫລວດ ແລະ ເຄື່ອງນຸ່ງໃສ່ລາດຕະເວນ ໄລ​ຍະ​ເວ​ລາ ໃນ​ການ​ສົ່ງ​ມອບ 60 ວັນ. ທ່ານສາມາດພົວພັນເອົາຊອງປະມູນນໍາໂຄງການ ໂດຍບໍ່ໄດ້ເສຍຄ່າ ຕາມທີ່ຢູ່ລະບຸໄວ້ຂ້າງລຸ່ມນີ້, ເວລາໃນການພົວພັນເອົາຊອງປະມູນຕາມໂມງເຮັດວຽກຂອງລັດ
  2. ການ​ສົມທຽບລາຄານີ້ ຈະ​ດຳ​ເນີນ​ຕາມ​ຂັ້ນ​ຕອນ​ທີ່​ໄດ້​ກຳ​ນົດ​ໄວ້​ຢູ່​ໃນ​ດຳ​ລັດ​ ວ່າ​ດ້ວຍ​ ການ​ປະ​ມູນ​ຈັດ​ຊື້​ສິນ​ຄ້າ, ການ​ກໍ່​ສ້າງ ສ້ອມ​ແປງ ແລະ ການ​ບໍ​ລິ​ການ ດ້ວຍ​ທືນ​ຂອງ​ລັດ, ສະ​ບັບ​ເລກ​ທີ 03/ນຍ ລົງ​ວັນ​ທີ 09 ມັງ​ກອນ 2004 ແລະ ລະ​ບຽບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ດຳ​ລັດ, ສະ​ບັບ​ເລກ​ທີ 063/ກງ, ລົງ​ວັນ​ທີ 12 ມີ​ນາ 2004 ແລະ ສະ​ບັບ​ດັດ​ແກ້ ເລກ​ທີ 0861/ກງ ລົງ​ວັນ​ທີ 05 ພຶດ​ສະ​ພາ 2009.
  3. ຊອງ​ສະ​ເໜີ​ລາ​ຄາ ຈະ​ຕ້ອງ​ສົ່ງ​ກ່ອນ ວັນ​ທີ: 31 ​ກໍລະກົດ 2019 ເວ​ລາ 09:00 ໂມງ, ສະ​ຖານ​ທີ​ສົ່ງ: ໂຄງ​ການເສີມສ້າງຄວາມອາດສາມາດ ແລະ ການຄຸ້ມຄອງປ່າສະຫງວນແຫ່ງຊາດ ນ້ຳແອດພູເລີຍ ( NE-PL NPA ), ກົມປ່າໄມ້, ກະຊວງກະຊິກໍາ ແລະ ປ່າໄມ້, ພະແນກຄຸ້ມຄອງປ່າສະຫງວນ, ບ້ານຫັດສະດີ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ເບີໂທ 021 215000.

ດັ່ງນັ້ນ, ຈິ່ງໄດ້ເຊີນທ່ານ ເພື່ອເຂົ້າຮ່ວມໃນການສະເໜີລາຄາໃນຄັ້ງນີ້.