ໜັງສືແຈ້ງເຊີນເຂົ້້າຮ່ວມປະມູນ ການຈັດຊື້ລົດກະບະ 4 ປະຕູ 4×4

May 8, 2018 | Uncategorized @lo

ກອງທຶນປົກປັກຮັກສາສິ່ງແວດລ້ອມ

ໂຄງການສິ່ງແວດລ້ອມ ແລະ ສັງຄົມ ໄລຍະສອງ (ຄສລ 2)

ຊື່ຂອງສັນຍາ: ການຈັດຊື້ລົດກະບະ 4 ປະຕູ 4x4

ເລກທີອ້າງອີງ. (ຕາມແຜນການຈັດຊື້): NCB-PAFO-KHM-HP-XK-LPB/G01&WMPA-NNT2/G01

­

  1. ກອງທຶນປົກປັກຮັກສາສິ່ງແວດລ້ອມ ໄດ້ຮັບທຶນ​ຈາກ​ທະນາຄານ​ໂລກ ເພື່ອ​ໃຊ້​ຈ່າຍ​ສຳລັບ ໂຄງການສິ່ງແວດລ້ອມ ແລະ ສັງຄົມ ໄລຍະສອງ (ຄສລ 2), ​ແລະ ມີ​ຈຸດປະສົງ​ນຳ​ໃຊ້​ສ່ວນ​ໜຶ່ງ​ຂອງ​ທຶນ​ເຂົ້າ​ໃນ​ລາຍ​ຈ່າຍ​ຂອງ​ສັນຍາ ການຈັດຊື້ລົດກະບະ 4 ປະຕູ 4×4 ໃຫ້ 5 ໂຄງການຍ່ອຍ.
  2. ກອງທຶນປົກປັກຮັກສາສິ່ງແວດລ້ອມ, ໂຄງການສິ່ງແວດລ້ອມ ແລະ ສັງຄົມ ໄລຍະສອງ (ຄສລ 2) ຂໍ​ເຊີນ​ບັນດາ​ບໍລິສັດ​ທີ່​ມີ​ຄວາມ​ສົນ​ໃຈ ​ແລະ ມີ​ຄວາມ​ເໝາະ​ສົມ​ເຂົ້າຍື່ນ​ຊ່ອງ​ປະມູນ​ສຳລັບ ການສະໜອງລົດກະບະ 4 ປະຕູ 4×4 ຕາມລາຍລະອຽດລຸ່ມນີ້:
    ລາຍການຈຳນວນໄລຍະເວລາໃນການສົ່ງມອບບ່ອນສົ່ງປາຍທາງ
    ລົດກະບະ 4 ປະຕູ 4×46 ຄັນ90 ວັນຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ, ຄຸ້ມສໍານັກງານນາຍົກລັດຖະມົນຕີ, ຖະໜົນ:​ ສີດໍາດວນ ຊັ້ນ/ນ້ຳ ​ເບີ​ຫ້ອງ: ຊັ້ນ 2, ຕືກ 100, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ເມືອງ: ຈັນທະບູລີ, ນະຄອນ ຫລວງວຽງຈັນ
  3. ການ​ປະມູນ​ຈະ​ດຳ​ເນີນ​ຕາມ​ຂັ້ນຕອນ​ການ​ປະມູນ​​ພາຍ​ໃນ​ຕາມ​ທີ່​ໄດ້​ລະບຸ​ໄວ້​ໃນຄູ່​ມືແນະນຳ​​: ຂອງ​ທະນາຄານ​ໂລກ ວ່າ​ດ້ວຍ: ການຈັດ​ຊື້ສິນຄ້າ, ການ​ກໍ່ສ້າງ-ສ້ອມ​ແປງ ​ແລະ ການ​ບໍລິການ ທີ່​ບໍ່​ແມ່ນ​ດ້ານ​ທີ່​ປຶກສາ, ພາຍ​ໃຕ້​ການ​ກູ້​ຢືມ​ຂອງ IBRD, ທຶນ IDA & ທຶນ​ຊ່ວຍ​ເຫລືອ​ລ້າ​ຂອງ​ຜູ່ກູ້​ຢືມ​ເງິນ​ຈາກ​ທະນາຄານໂລກ ແລະ ການບໍລິການດ້ວຍທຶນຂອງລັດ ສະບັບເລກທີ 03/ນຍ, ລົງວັນທີ 9 ມັງກອນ 2004 ແລະ ລະບຽບການຈັດຕັ້ງປະຕິບັດດຳລັດ, ສະບັບເລກທີ 063/ກງ, ລົງວັນທີ 12 ມີນາ 2004 ແລະ ສະບັບດັດແກ້ ເລກທີ 0861/ກງ, ລົງວັນທີ 05 ພຶດສະພາ 2009.
  4. ບໍລິສັດ​ທີ່​ມີ​ຄວາມ​ເໝາະ​ສົມ​ອາດ​ໄດ້​ຮັບ​ຂໍ້​ມູນ​ຈາກ ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ, ພະແນກ ຈັດຊື້-ຈັດຈ້າງ ​ແລະ ກວດກາ​ເອກະສານ​ປະມູນ​ໃນ​ເວລາ​ໂມງ​ການ ແຕ່ 08 : 00 ຫາ 16 : 00 ໂມງ ຕາມທີ່​ຢູ່ຂ້າງ​ລຸ່ມ​ນີ້.
  5. ບໍລິສັດ​ທີ່​ມີ​ຄວາມ​ເໝາະ​ສົມ ແມ່ນໃຫ້ມາເອົາ​ເອກະສານ​ປະມູນ​ຄົບ​ຊຸດ​ເປັນພາສາລາວ ຕາມ​ທີ່​ຢູ່​ຂ້າງ​ລຸ່ມ​ນີ້ ໂດຍບໍ່ເສຍຄ່າ.
  6. ຊອງ​ປະມູນ​ຈະ​ຕ້ອງ​ສົ່ງ​ຫາ​ບ່ອນ​ຢູ່​ຂ້າງ​ລຸ່ມ​ນີ້ ໃນ​ວັນເວລາ ຫລື ກ່ອນ ເວລາ 10 : 00 ໂມງ, ວັນທີ 23 ພຶດສະພາ 2018. ການ​ສົ່ງ​ດ້ວຍ​ລະບົບ​ເອ​ເລັກ​ໂຕຼນິກຈະ​ບໍ່ອະນຸຍາດ. ການ​ປະມູນ​ທີ່​ສົ່ງ​ຊ້າ ຈະຖືກ​ປະຕິ​ເສດ. ການເປີດ​ຊອງປະມູນ​ຈະ​ເປີດ​ຕໍ່​ໜ້າ​ສາທາລະນະ​ໂດຍ​ຊ່ອງ​ໜ້າ​ຜູ່ຕາງ​ໜ້າ​ຂອງ​ຜູ່​ເຂົ້າແຂ່ງຂັນປະມູນ​ທີ່​ຖືກ​ແຕ່ງຕັ້ງ ​ແລະ ບຸກຄົນ​ອື່ນ​ທີ່​ສົນ​ໃຈ​ຢາກ​ເຂົ້າຮ່ວມ​ຢູ່​ສະຖານ​ທີ່ໆ​ກຳນົດ​ໄວ້​ຂ້າງ​ລຸ່ມ​ນີ້.
  7. ທຸກໆ​ເອກະສານ​ຈະ​ຕ້ອງ​ປະກອບ​ແຈ້ງ​ການ​​ຄໍ້າປະກັນ​ການ​ປະມູນມາພ້ອມ.

ເຖິງ: ກອງທຶນປົກປັກຮັກສາສີ່ງແວດລ້ອມ, ຖະໜົນສີດໍາດວນ, ຊັ້ນ 2, ຕືກ 100, ຄຸ້ມຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ

​ເມືອງ : ຈັນທະບູລີ, ນະຄອນຫຼວງວຽງຈັນ, ໂທລະ​ສັບ : + 856 -21 252 739, ເບີ​ແຟັກ : + 856-21 252 741, ເວ໌ບໄຊ: www.laoepf.org.la