ໜັງສືແຈ້ງເຊີນເຂົ້້າຮ່ວມປະມູນ

Mar 14, 2018 | Uncategorized @lo

1. ກອງທຶນປົກປັກຮັກສາສິ່ງແວດລ້ອມ ໄດ້ຮັບທຶນຈາກທະນາຄານໂລກ ເພື່ອໃຊ້ຈ່າຍສຳລັບ ໂຄງການສິ່ງແວດລ້ອມ ແລະ ສັງຄົມ ໄລຍະສອງ (ຄສລ 2), ແລະ ມີຈຸດປະສົງນຳໃຊ້ສ່ວນໜຶ່ງຂອງທຶນເຂົ້າໃນລາຍຈ່າຍຂອງສັນຍາ ການຈັດຊື້ລົດກະບະ 4 ປະຕູ 4×4, ການຈັດຊື້ ລົດຈັກ ແລະ ເຄື່ອງຄອມພິວເຕີ້ ພ້ອມດ້ວຍອຸປະກອນຈຳນວນໜຶ່ງ ໃຫ້ ໂຄງການຍ່ອຍ.
2. ກອງທຶນປົກປັກຮັກສາສິ່ງແວດລ້ອມ, ໂຄງການສິ່ງແວດລ້ອມ ແລະ ສັງຄົມ ໄລຍະສອງ (ຄສລ 2) ຂໍເຊີນບັນດາບໍລິສັດທີ່ມີຄວາມສົນໃຈ ແລະ ມີຄວາມເໝາະສົມເຂົ້າຍື່ນຊ່ອງປະມູນສຳລັບ ການສະໜອງລົດກະບະ 4 ປະຕູ 4×4, ລົດຈັກ ແລະ ເຄື່ອງຄອມພິວເຕີ້ ພ້ອມດ້ວຍອຸປະກອນຈຳນວນໜຶ່ງ ຕາມລາຍລະອຽດລຸ່ມນີ້:
ລາຍການ ໄລຍະເວລາໃນການສົ່ງມອບ ບ່ອນສົ່ງປາຍທາງ
ລົດກະບະ 4 ປະຕູ 4×4 90 ວັນ ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ, ນະຄອນຫລວງວຽງຈັນ
ລົດຈັກ 60 ວັນ ແຂວງຄຳມ່ວນ, ຫົວພັນ, ຊຽງຂວາງ ແລະ ຫຼວງພະບາງ
ເຄື່ອງຄອມພິວເຕີ້ 60 ວັນ ແຂວງຄຳມ່ວນ, ຫົວພັນ, ຊຽງຂວາງ ແລະ ຫຼວງພະບາງ

3. ການປະມູນຈະດຳເນີນຕາມຂັ້ນຕອນການປະມູນພາຍໃນ ແລະ ສົມທຽບລາຄາຕາມທີ່ໄດ້ລະບຸໄວ້ໃນຄູ່ມືແນະນຳ: ຂອງທະນາຄານໂລກ ວ່າດ້ວຍ: ການຈັດຊື້ສິນຄ້າ, ການກໍ່ສ້າງ-ສ້ອມແປງ ແລະ ການບໍລິການ ທີ່ບໍ່ແມ່ນດ້ານທີ່ປຶກສາ, ພາຍໃຕ້ການກູ້ຢືມຂອງ IBRD, ທຶນ IDA & ທຶນຊ່ວຍເຫລືອລ້າຂອງຜູ່ກູ້ຢືມເງິນຈາກທະນາຄານ ແລະ ການບໍລິການດ້ວຍທຶນຂອງລັດ ສະບັບເລກທີ 03/ນຍ, ລົງວັນທີ 9 ມັງກອນ 2004 ແລະ ລະບຽບການຈັດຕັ້ງປະຕິບັດດຳລັດ, ສະບັບເລກທີ 063/ກງ, ລົງວັນທີ 12 ມີນາ 2004 ແລະ ສະບັບດັດແກ້ ເລກທີ 0861/ກງ, ລົງວັນທີ 05 ພຶດສະພາ 2009.
4. ບໍລິສັດທີ່ມີຄວາມເໝາະສົມອາດໄດ້ຮັບຂໍ້ມູນຈາກ ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ, ພະແນກ ຈັດຊື້-ຈັດຈ້າງ ແລະ ກວດກາເອກະສານປະມູນໃນເວລາໂມງການ ແຕ່ 08 : 00 ຫາ 16 : 00 ໂມງ ຕາມທີ່ຢູ່ຂ້າງລຸ່ມນີ້.
5. ບໍລິສັດທີ່ມີຄວາມເໝາະສົມ ແມ່ນໃຫ້ມາເອົາເອກະສານປະມູນຄົບຊຸດເປັນພາສາລາວ (ໂດຍບໍ່ເສຍຄ່າ). ເລີ້ມແຕ່ວັນທີ 12 ມີນາ 2018 ເປັນຕົ້ນໄປ.
6. ຊອງປະມູນຈະຕ້ອງສົ່ງຫາບ່ອນຢູ່ຂ້າງລຸ່ມນີ້ ຕາມວັນທີ ແລະ ເວລາ ທີ່ລະບຸໃນເອກະສານປະມູນແຕ່ລະຊຸດ ການສົ່ງດ້ວຍລະບົບເອເລັກໂຕຼນິກຈະບໍ່ອະນຸຍາດ. ການປະມູນທີ່ສົ່ງຊ້າ ຈະຖືກປະຕິເສດ. ການເປີດຊອງປະມູນຈະເປີດຕໍ່ໜ້າສາທາລະນະໂດຍຊ່ອງໜ້າຜູ່ຕາງໜ້າຂອງຜູ່ເຂົ້າແຂ່ງຂັນປະມູນທີ່ຖືກແຕ່ງຕັ້ງ ແລະ ບຸກຄົນອື່ນທີ່ສົນໃຈຢາກເຂົ້າຮ່ວມຢູ່ສະຖານທີ່ໆກຳນົດໄວ້ຂ້າງລຸ່ມນີ້.

ເຖິງ: ກອງທຶນປົກປັກຮັກສາສີ່ງແວດລ້ອມ
ບ່ອນຢູ່: ຖະໜົນສີດໍາດວນ, ຊັ້ນ 2, ຕືກ 100, ຄຸ້ມຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ
ເມືອງ : ຈັນທະບູລີ, ນະຄອນຫຼວງວຽງຈັນ
ໂທລະສັບ : + 856 -21 252 739
ເບີແຟັກ : + 856-21 252 741
ເວບ໌ໄໍຊ: www.laoepf.org.la