ປະມູນສົມທຽບລາຄາການຈັດພິມປຶ້ມຍຸດທະສາດການເຕີບໂຕສີຂຽວ
ປະມູນສົມທຽບລາຄາສຳລັບການຈັດພິມປຶ້ມ
ໜັງສືແຈ້ງປະມູນ
ປະມູນເປີດກວ້າງພາຍໃນການຈັດຊື້ເຄື່ອງວັດແທກມົນລະພິດທາງອາກາດ
ໜັງສືເຊີນເຂົ້າຮ່ວມສົມທຽບລາຄາ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
—————————
ກະຊວງກະສິກຳ ແລະ ປ່າໄມ້
ກົມປ່າໄມ້ ເລກທີ: /ກປມ
ນະຄອນຫຼວງວຽງຈັນ,ວັນທີ 12 ກໍລະກົດ 2019
ໜັງສືເຊີນເຂົ້າຮ່ວມສົມທຽບລາຄາ
ເຖີງ: ບໍລິສັດ ຫລື ຫ້າງຮ້ານທີ່ມີຄຸນວຸດທິ
- ໂຄງການເສີມສ້າງຄວາມອາດສາມາດ ແລະ ການຄຸ້ມຄອງປ່າສະຫງວນແຫ່ງຊາດ ນ້ຳແອດ-ພູເລີຍ (NE-PL NPA), ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຮັບອະນຸມັດເງິນຊ່ວຍເຫລືອລ້າຈາກທະນາຄານໂລກ ໂດຍຜ່ານກົນໄກການສະໜອງທຶນຂອງກອງທຶນປົກປັກຮັກສາສີ່ງແວດລ້ອມ ເພື່ອດຳເນີນການປະມູນຈັດຊື້ປະ ເພດເຄື່ອງໃຊ້ຕ່າງໆດັ່ງລຸ່ມນີ້:
- ປະເພດ ເຄື່ອງໄອທີ (IT)
- ປະເພດ ເຄື່ອງສໍາຫລວດ ແລະ ເຄື່ອງນຸ່ງໃສ່ລາດຕະເວນ
ດ້ວຍການສະເໜີໃຫ້ຍືນການສົມທຽບລາຄາ, ລາຍລະອຽດຂອງການສະເໜີລາຄາເຄື່ອງປະເພດຕ່າງໆແມ່ນ
ກໍານົດໄວ້ໃນເອກະສານປະມູນຄົບຊຸດ.
- ໂຄງການເສີມສ້າງຄວາມອາດສາມາດ ແລະ ການຄຸ້ມຄອງປ່າສະຫງວນແຫ່ງຊາດ ນ້ຳແອດ–ພູເລີຍ (NE-PL NPA), ກະຊວງກະສິກໍາ ແລະ ປ່າໄມ້ ຂໍເຊີນບໍລິສັດຂອງທ່ານເຂົ້າຍື່ນຊອງສົມທຽບລາຄາສຳລັບ ເຄື່ອງໃຊ້ ປະເພດເຄື່ອງໄອທີ (IT) ແລະ ປະເພດເຄື່ອງສໍາຫລວດ ແລະ ເຄື່ອງນຸ່ງໃສ່ລາດຕະເວນ ໄລຍະເວລາ ໃນການສົ່ງມອບ 60 ວັນ. ທ່ານສາມາດພົວພັນເອົາຊອງປະມູນນໍາໂຄງການ ໂດຍບໍ່ໄດ້ເສຍຄ່າ ຕາມທີ່ຢູ່ລະບຸໄວ້ຂ້າງລຸ່ມນີ້, ເວລາໃນການພົວພັນເອົາຊອງປະມູນຕາມໂມງເຮັດວຽກຂອງລັດ
- ການສົມທຽບລາຄານີ້ ຈະດຳເນີນຕາມຂັ້ນຕອນທີ່ໄດ້ກຳນົດໄວ້ຢູ່ໃນດຳລັດ ວ່າດ້ວຍ ການປະມູນຈັດຊື້ສິນຄ້າ, ການກໍ່ສ້າງ ສ້ອມແປງ ແລະ ການບໍລິການ ດ້ວຍທືນຂອງລັດ, ສະບັບເລກທີ 03/ນຍ ລົງວັນທີ 09 ມັງກອນ 2004 ແລະ ລະບຽບການຈັດຕັ້ງປະຕິບັດດຳລັດ, ສະບັບເລກທີ 063/ກງ, ລົງວັນທີ 12 ມີນາ 2004 ແລະ ສະບັບດັດແກ້ ເລກທີ 0861/ກງ ລົງວັນທີ 05 ພຶດສະພາ 2009.
- ຊອງສະເໜີລາຄາ ຈະຕ້ອງສົ່ງກ່ອນ ວັນທີ: 31 ກໍລະກົດ 2019 ເວລາ 09:00 ໂມງ, ສະຖານທີສົ່ງ: ໂຄງການເສີມສ້າງຄວາມອາດສາມາດ ແລະ ການຄຸ້ມຄອງປ່າສະຫງວນແຫ່ງຊາດ ນ້ຳແອດ–ພູເລີຍ ( NE-PL NPA ), ກົມປ່າໄມ້, ກະຊວງກະຊິກໍາ ແລະ ປ່າໄມ້, ພະແນກຄຸ້ມຄອງປ່າສະຫງວນ, ບ້ານຫັດສະດີ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ເບີໂທ 021 215000.
ດັ່ງນັ້ນ, ຈິ່ງໄດ້ເຊີນທ່ານ ເພື່ອເຂົ້າຮ່ວມໃນການສະເໜີລາຄາໃນຄັ້ງນີ້.
ໜັງສືແຈ້ງເຊີນເຂົ້້າຮ່ວມປະມູນ ການຈັດຊື້ລົດກະບະ 4 ປະຕູ 4×4
ກອງທຶນປົກປັກຮັກສາສິ່ງແວດລ້ອມ
ໂຄງການສິ່ງແວດລ້ອມ ແລະ ສັງຄົມ ໄລຍະສອງ (ຄສລ 2)
ຊື່ຂອງສັນຍາ: ການຈັດຊື້ລົດກະບະ 4 ປະຕູ 4x4
ເລກທີອ້າງອີງ. (ຕາມແຜນການຈັດຊື້): NCB-PAFO-KHM-HP-XK-LPB/G01&WMPA-NNT2/G01
- ກອງທຶນປົກປັກຮັກສາສິ່ງແວດລ້ອມ ໄດ້ຮັບທຶນຈາກທະນາຄານໂລກ ເພື່ອໃຊ້ຈ່າຍສຳລັບ ໂຄງການສິ່ງແວດລ້ອມ ແລະ ສັງຄົມ ໄລຍະສອງ (ຄສລ 2), ແລະ ມີຈຸດປະສົງນຳໃຊ້ສ່ວນໜຶ່ງຂອງທຶນເຂົ້າໃນລາຍຈ່າຍຂອງສັນຍາ ການຈັດຊື້ລົດກະບະ 4 ປະຕູ 4×4 ໃຫ້ 5 ໂຄງການຍ່ອຍ.
- ກອງທຶນປົກປັກຮັກສາສິ່ງແວດລ້ອມ, ໂຄງການສິ່ງແວດລ້ອມ ແລະ ສັງຄົມ ໄລຍະສອງ (ຄສລ 2) ຂໍເຊີນບັນດາບໍລິສັດທີ່ມີຄວາມສົນໃຈ ແລະ ມີຄວາມເໝາະສົມເຂົ້າຍື່ນຊ່ອງປະມູນສຳລັບ ການສະໜອງລົດກະບະ 4 ປະຕູ 4×4 ຕາມລາຍລະອຽດລຸ່ມນີ້:
ລາຍການ ຈຳນວນ ໄລຍະເວລາໃນການສົ່ງມອບ ບ່ອນສົ່ງປາຍທາງ ລົດກະບະ 4 ປະຕູ 4×4 6 ຄັນ 90 ວັນ ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ, ຄຸ້ມສໍານັກງານນາຍົກລັດຖະມົນຕີ, ຖະໜົນ: ສີດໍາດວນ ຊັ້ນ/ນ້ຳ ເບີຫ້ອງ: ຊັ້ນ 2, ຕືກ 100, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ເມືອງ: ຈັນທະບູລີ, ນະຄອນ ຫລວງວຽງຈັນ - ການປະມູນຈະດຳເນີນຕາມຂັ້ນຕອນການປະມູນພາຍໃນຕາມທີ່ໄດ້ລະບຸໄວ້ໃນຄູ່ມືແນະນຳ: ຂອງທະນາຄານໂລກ ວ່າດ້ວຍ: ການຈັດຊື້ສິນຄ້າ, ການກໍ່ສ້າງ-ສ້ອມແປງ ແລະ ການບໍລິການ ທີ່ບໍ່ແມ່ນດ້ານທີ່ປຶກສາ, ພາຍໃຕ້ການກູ້ຢືມຂອງ IBRD, ທຶນ IDA & ທຶນຊ່ວຍເຫລືອລ້າຂອງຜູ່ກູ້ຢືມເງິນຈາກທະນາຄານໂລກ ແລະ ການບໍລິການດ້ວຍທຶນຂອງລັດ ສະບັບເລກທີ 03/ນຍ, ລົງວັນທີ 9 ມັງກອນ 2004 ແລະ ລະບຽບການຈັດຕັ້ງປະຕິບັດດຳລັດ, ສະບັບເລກທີ 063/ກງ, ລົງວັນທີ 12 ມີນາ 2004 ແລະ ສະບັບດັດແກ້ ເລກທີ 0861/ກງ, ລົງວັນທີ 05 ພຶດສະພາ 2009.
- ບໍລິສັດທີ່ມີຄວາມເໝາະສົມອາດໄດ້ຮັບຂໍ້ມູນຈາກ ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ, ພະແນກ ຈັດຊື້-ຈັດຈ້າງ ແລະ ກວດກາເອກະສານປະມູນໃນເວລາໂມງການ ແຕ່ 08 : 00 ຫາ 16 : 00 ໂມງ ຕາມທີ່ຢູ່ຂ້າງລຸ່ມນີ້.
- ບໍລິສັດທີ່ມີຄວາມເໝາະສົມ ແມ່ນໃຫ້ມາເອົາເອກະສານປະມູນຄົບຊຸດເປັນພາສາລາວ ຕາມທີ່ຢູ່ຂ້າງລຸ່ມນີ້ ໂດຍບໍ່ເສຍຄ່າ.
- ຊອງປະມູນຈະຕ້ອງສົ່ງຫາບ່ອນຢູ່ຂ້າງລຸ່ມນີ້ ໃນວັນເວລາ ຫລື ກ່ອນ ເວລາ 10 : 00 ໂມງ, ວັນທີ 23 ພຶດສະພາ 2018. ການສົ່ງດ້ວຍລະບົບເອເລັກໂຕຼນິກຈະບໍ່ອະນຸຍາດ. ການປະມູນທີ່ສົ່ງຊ້າ ຈະຖືກປະຕິເສດ. ການເປີດຊອງປະມູນຈະເປີດຕໍ່ໜ້າສາທາລະນະໂດຍຊ່ອງໜ້າຜູ່ຕາງໜ້າຂອງຜູ່ເຂົ້າແຂ່ງຂັນປະມູນທີ່ຖືກແຕ່ງຕັ້ງ ແລະ ບຸກຄົນອື່ນທີ່ສົນໃຈຢາກເຂົ້າຮ່ວມຢູ່ສະຖານທີ່ໆກຳນົດໄວ້ຂ້າງລຸ່ມນີ້.
- ທຸກໆເອກະສານຈະຕ້ອງປະກອບແຈ້ງການຄໍ້າປະກັນການປະມູນມາພ້ອມ.
ເຖິງ: ກອງທຶນປົກປັກຮັກສາສີ່ງແວດລ້ອມ, ຖະໜົນສີດໍາດວນ, ຊັ້ນ 2, ຕືກ 100, ຄຸ້ມຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ
ເມືອງ : ຈັນທະບູລີ, ນະຄອນຫຼວງວຽງຈັນ, ໂທລະສັບ : + 856 -21 252 739, ເບີແຟັກ : + 856-21 252 741, ເວ໌ບໄຊ: www.laoepf.org.la
ໜັງສືແຈ້ງເຊີນເຂົ້້າຮ່ວມປະມູນ
1. ກອງທຶນປົກປັກຮັກສາສິ່ງແວດລ້ອມ ໄດ້ຮັບທຶນຈາກທະນາຄານໂລກ ເພື່ອໃຊ້ຈ່າຍສຳລັບ ໂຄງການສິ່ງແວດລ້ອມ ແລະ ສັງຄົມ ໄລຍະສອງ (ຄສລ 2), ແລະ ມີຈຸດປະສົງນຳໃຊ້ສ່ວນໜຶ່ງຂອງທຶນເຂົ້າໃນລາຍຈ່າຍຂອງສັນຍາ ການຈັດຊື້ລົດກະບະ 4 ປະຕູ 4×4, ການຈັດຊື້ ລົດຈັກ ແລະ ເຄື່ອງຄອມພິວເຕີ້ ພ້ອມດ້ວຍອຸປະກອນຈຳນວນໜຶ່ງ ໃຫ້ ໂຄງການຍ່ອຍ.
2. ກອງທຶນປົກປັກຮັກສາສິ່ງແວດລ້ອມ, ໂຄງການສິ່ງແວດລ້ອມ ແລະ ສັງຄົມ ໄລຍະສອງ (ຄສລ 2) ຂໍເຊີນບັນດາບໍລິສັດທີ່ມີຄວາມສົນໃຈ ແລະ ມີຄວາມເໝາະສົມເຂົ້າຍື່ນຊ່ອງປະມູນສຳລັບ ການສະໜອງລົດກະບະ 4 ປະຕູ 4×4, ລົດຈັກ ແລະ ເຄື່ອງຄອມພິວເຕີ້ ພ້ອມດ້ວຍອຸປະກອນຈຳນວນໜຶ່ງ ຕາມລາຍລະອຽດລຸ່ມນີ້:
ລາຍການ ໄລຍະເວລາໃນການສົ່ງມອບ ບ່ອນສົ່ງປາຍທາງ
ລົດກະບະ 4 ປະຕູ 4×4 90 ວັນ ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ, ນະຄອນຫລວງວຽງຈັນ
ລົດຈັກ 60 ວັນ ແຂວງຄຳມ່ວນ, ຫົວພັນ, ຊຽງຂວາງ ແລະ ຫຼວງພະບາງ
ເຄື່ອງຄອມພິວເຕີ້ 60 ວັນ ແຂວງຄຳມ່ວນ, ຫົວພັນ, ຊຽງຂວາງ ແລະ ຫຼວງພະບາງ
3. ການປະມູນຈະດຳເນີນຕາມຂັ້ນຕອນການປະມູນພາຍໃນ ແລະ ສົມທຽບລາຄາຕາມທີ່ໄດ້ລະບຸໄວ້ໃນຄູ່ມືແນະນຳ: ຂອງທະນາຄານໂລກ ວ່າດ້ວຍ: ການຈັດຊື້ສິນຄ້າ, ການກໍ່ສ້າງ-ສ້ອມແປງ ແລະ ການບໍລິການ ທີ່ບໍ່ແມ່ນດ້ານທີ່ປຶກສາ, ພາຍໃຕ້ການກູ້ຢືມຂອງ IBRD, ທຶນ IDA & ທຶນຊ່ວຍເຫລືອລ້າຂອງຜູ່ກູ້ຢືມເງິນຈາກທະນາຄານ ແລະ ການບໍລິການດ້ວຍທຶນຂອງລັດ ສະບັບເລກທີ 03/ນຍ, ລົງວັນທີ 9 ມັງກອນ 2004 ແລະ ລະບຽບການຈັດຕັ້ງປະຕິບັດດຳລັດ, ສະບັບເລກທີ 063/ກງ, ລົງວັນທີ 12 ມີນາ 2004 ແລະ ສະບັບດັດແກ້ ເລກທີ 0861/ກງ, ລົງວັນທີ 05 ພຶດສະພາ 2009.
4. ບໍລິສັດທີ່ມີຄວາມເໝາະສົມອາດໄດ້ຮັບຂໍ້ມູນຈາກ ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ, ພະແນກ ຈັດຊື້-ຈັດຈ້າງ ແລະ ກວດກາເອກະສານປະມູນໃນເວລາໂມງການ ແຕ່ 08 : 00 ຫາ 16 : 00 ໂມງ ຕາມທີ່ຢູ່ຂ້າງລຸ່ມນີ້.
5. ບໍລິສັດທີ່ມີຄວາມເໝາະສົມ ແມ່ນໃຫ້ມາເອົາເອກະສານປະມູນຄົບຊຸດເປັນພາສາລາວ (ໂດຍບໍ່ເສຍຄ່າ). ເລີ້ມແຕ່ວັນທີ 12 ມີນາ 2018 ເປັນຕົ້ນໄປ.
6. ຊອງປະມູນຈະຕ້ອງສົ່ງຫາບ່ອນຢູ່ຂ້າງລຸ່ມນີ້ ຕາມວັນທີ ແລະ ເວລາ ທີ່ລະບຸໃນເອກະສານປະມູນແຕ່ລະຊຸດ ການສົ່ງດ້ວຍລະບົບເອເລັກໂຕຼນິກຈະບໍ່ອະນຸຍາດ. ການປະມູນທີ່ສົ່ງຊ້າ ຈະຖືກປະຕິເສດ. ການເປີດຊອງປະມູນຈະເປີດຕໍ່ໜ້າສາທາລະນະໂດຍຊ່ອງໜ້າຜູ່ຕາງໜ້າຂອງຜູ່ເຂົ້າແຂ່ງຂັນປະມູນທີ່ຖືກແຕ່ງຕັ້ງ ແລະ ບຸກຄົນອື່ນທີ່ສົນໃຈຢາກເຂົ້າຮ່ວມຢູ່ສະຖານທີ່ໆກຳນົດໄວ້ຂ້າງລຸ່ມນີ້.
ເຖິງ: ກອງທຶນປົກປັກຮັກສາສີ່ງແວດລ້ອມ
ບ່ອນຢູ່: ຖະໜົນສີດໍາດວນ, ຊັ້ນ 2, ຕືກ 100, ຄຸ້ມຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ
ເມືອງ : ຈັນທະບູລີ, ນະຄອນຫຼວງວຽງຈັນ
ໂທລະສັບ : + 856 -21 252 739
ເບີແຟັກ : + 856-21 252 741
ເວບ໌ໄໍຊ: www.laoepf.org.la