ໄດ້ຈັດຂື້ນໃນເວລາ 8:30 ໂມງ ຂອງວັນທີ 30 ກັນຍາ 2019 ທີ່ໂຮງແຮມວຽງຈັນພຮາຊາ ໂດຍການເປັນປະທານຂອງທ່ານ ພູວົງ ຫຼວງໄຊຊະນະ, ຫົວໜ້າກົມແຜນການ ແລະ ການຮ່ວມມື, ກຊສ, ຫົວໜ້າຄະນະວິຊາການ ຄສລ 2 ພ້ອມດ້ວຍຄະນະວິຊາການຈາກ ກົມແຜນການ ແລະ ການເງິນ ກະຊວງກະສິກຳ ແລະ ປ່າໄມ້ ແລະ ມະຫາວິທະຍາໄລແຫ່ງຊາດ, ພ້ອມທັງຜູ້ເຂົ້າຮ່ວມຈາກບັນດາ 7 ແຂວງ (ຫຼວງພະບາງ, ຊຽງຂວາງ, ຫົວພັນ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ), ຕາງໜ້າຈາກກົມນະໂຍບາຍ ແລະ ການວາງແຜນພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່, ອົງການຄຸ້ມຄອງ ແລະ ພັດທະນາຕົວເມືອງ (ອພບຕ), ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ກົມການເງິນ ກຊສ) ແລະ ກປສ ລວມທັງມົດ 44 ທ່ານ.
ໃນກອງປະຊຸມດັ່ງກ່າວແມ່ນລວມເອົາ ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການ ຄສລ 2 ປະຈຳ 6 ເດືອນຕົ້ນປີ 2019 ໂດຍສະເພາະບັນດາຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕ່າງໆ, ລາຍງານຄືນໜ້າວຽກ ແລະ ການຈັດຕັ້ງປະຕິບັດແນວຽກ ທີ່ໄດ້ເອກກະພາບຮ່ວມກັບທະນາຄານໂລກ ໃນເວລາຕິດຕາມໂຄງການ ຄສລ 2 ຄັ້ງວັນທີ 6-17 ພຶດສະພາ 2019, ໂດຍສະເພາະການຈັດສັນງົບປະມານຄືນເພື່ອໃຫ້ສາມາດນຳໃຊ້ຕາມເປົ້າໝາຍ, ນຳສະເໜີພິຈາລະນາ ແລະ ຮັບຮອງບົດສະເໜີໂຄງການ ຈຳນວນ 13 ໂຄງການທີ່ຂໍທຶນເພິ້ມ ແລະ ຂໍທຶນໃໝ່ຈາກ ກປສ (ທຶນພາຍໃນ ກປສ ແລະ ທຶນ ຄສລ 2).
ໂຄງການທີ່ສະເໜີ 13 ໂຄງການລວມມີ: (1) ໂຄງການປ່າສະຫງວນພູມືດ-ພູສັນເຂື່ອນ ແບບມີສ່ວນຮ່ວມຂອງຊຸມຊົນແຂວງວຽງຈັນ, (2) ໂຄງການຄຸ້ມຄອງປ່າປ້ອງກັນແຫ່ງຊາດນ້ຳມ່ວນ-ນ້ຳຍ້ວງ ເຂດຍອດນ້ຳມ່ວນໃຫ້ມີຄວາມຍືນຍົງ ແຂວງບໍລິຄຳໄຊ, (3) ໂຄງການສ້າງຄວາມເຂັ້ມແຂງໃຫ້ພະນັກງານສິ່ງແວດລ້ອມ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ ໃນການນຳໃຊ້ ແລະ ຕິດຕາມການປະເມີນຜົນກະທົບສິ່ງແວດລ້ອມເບື້ອງຕົ້ນ (IEE), (4) ໂຄງການສ້າງຄວາມເຂັ້ມແຂງໃຫ້ພະນັກງານສິ່ງແວດລ້ອມ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຊຽງຂວາງ ໃນການນຳໃຊ້ ແລະ ຕິດຕາມການປະເມີນຜົນກະທົບສິ່ງແວດລ້ອມເບື້ອງຕົ້ນ (IEE), (5) ໂຄງການສ້າງຄວາມເຂັ້ມແຂງໃຫ້ພະນັກງານສິ່ງແວດລ້ອມ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫຼວງພະບາງ ໃນການນຳໃຊ້ ແລະ ຕິດຕາມການປະເມີນຜົນກະທົບສິ່ງແວດລ້ອມເບື້ອງຕົ້ນ (IEE), (6)ໂຄງການສ້າງຄວາມເຂັ້ມແຂງໃຫ້ພະນັກງານສິ່ງແວດລ້ອມ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງວຽງຈັນ ໃນການນຳໃຊ້ ແລະ ຕິດຕາມການປະເມີນຜົນກະທົບສິ່ງແວດລ້ອມເບື້ອງຕົ້ນ (IEE), (7) ໂຄງການສ້າງຄວາມເຂັ້ມແຂງໃຫ້ພະນັກງານສິ່ງແວດລ້ອມ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງບໍລິຄຳໄຊ ໃນການນຳໃຊ້ ແລະ ຕິດຕາມການປະເມີນຜົນກະທົບສິ່ງແວດລ້ອມເບື້ອງຕົ້ນ (IEE), (8) ໂຄງການສ້າງຄວາມເຂັ້ມແຂງໃຫ້ພະນັກງານສິ່ງແວດລ້ອມ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຄຳມ່ວນ ໃນການນຳໃຊ້ ແລະ ຕິດຕາມການປະເມີນຜົນກະທົບສິ່ງແວດລ້ອມເບື້ອງຕົ້ນ (IEE), (9) ໂຄງການສ້າງຄວາມເຂັ້ມແຂງໃຫ້ພະນັກງານສິ່ງແວດລ້ອມ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ ໃນການນຳໃຊ້ ແລະ ຕິດຕາມການປະເມີນຜົນກະທົບສິ່ງແວດລ້ອມເບື້ອງຕົ້ນ (IEE), (10) ໂຄງການຄົ້ນຄວ້າປູກມອນ-ລ້ຽງມ້ອນ ແນວພັນພື້ນເມືອງເພື່ອການອະນຸລັກ (Researech on Lao Serculture for Conservation), (11) ໂຄງການປ້ອງກັນສະພາບນ້ຳຖ້ວມອັ່ງຂັງໃນຕົວເມືອງ ໃນນະຄອນຫຼວງວຽງຈັນ, (12) ໂຄງການຍົກລະດັບຄວາມອາດສາມາດຂອງພະນັກງານ DEPP ເພື່ອຈັດຕັ້ງປະຕິບັດນະໂຍບາຍການພັດທະນາພະລັງງານໄຟຟ້ານ້ຳຕົກແບບຍືນຍົງ (PSHD) ກະຊວງພະລັງງານ ແລະ ບໍ່ແຮ່, (13) ໂຄງການການປະເມີນມູນຄ່າທາງເສດຖະກິດຂອງລະບົບນິເວດວິທະຍາ ແລະ ບັນດາຊີວະນາໆພັນ ໃນເຂດປ່າສະຫງວນພູຈອມວອຍ.
ໃນນີ້ທາງຄະນະວິຊາການ ເຫັນດີເປັນເອກກະພາບຮັບຮອງ 12 ໂຄງການ ແລະ ເຫັນດີຮັບຮອງທາງດ້ານຫຼັກການ 1 ໂຄງການ, ພ້ອມນີ້ ໃຫ້ທຸກໆໂຄງການປັບປຸງບົດສະເໜີໂຄງການຂອງຕົນ ຕາມຄຳເຫັນຂອງສະມາຊິກຄະນະວິຊາການ ແລະ ຂໍສະເໜີການເຫັນດີຈາກທະນາຄານໂລກ ສຳລັບໂຄງການທີ່ຂໍທຶນ ຄສລ 2 ແລະ ໂຄງການທີ່ຂໍທຶນ ກປສ ສືບຕໍ່ປັບປຸງ ແລະ ສະເໜີສະພາບໍລິຫານ ເພື່ອຂໍອະນຸມັດ.