ໃນລະຫວ່າງ ວັນທີ 27 – 29 ພຶດສະພາ 2020 ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ (ກປສ) ຈັດກອງປະຊຸມຝຶກອົບຮົມກ່ຽວກັບ ການຈັດຕັ້ງປະຕິບັດໂຄງການ ໃຫ້ແກ່ກົມນະໂຍບາຍ ແລະ ແຜນພະລັງງານ ແລະ ກົມສິ່ງແວດລ້ອມ, ໂດຍໃຫ້ກຽດເປັນປະທານຮ່ວມ ລະຫວ່າງ ທ່ານ ນາງ ບຸນພາມາ ໂພທິສານ, ຮອງຫົວໜ້າຫ້ອງການ ກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ທ່ານ ວິທູນລາບັນດິດ ທຸມມາບຸດ, ຮອງຫົວໜ້າກົມນະໂຍບາຍ ແລະ ແຜນພະລັງງານ. ມີຜູ້ເຂົ້າຮ່ວມທັງໝົດ 17 ທ່ານ ເຊິ່ງເປັນຍິງ 11 ທ່ານ.
ຈຸດປະສົງຂອງການຝຶກອົບຮົມແມ່ນ ເພື່ອຍົກລະດັບຄວາມອາດສາມາດພະນັກງານ ເພື່ອຈັດຕັ້ງປະຕິບັດ ນະໂຍບາຍການພັດທະນາພະລັງງານໄຟຟ້ານໍ້າຕົກແບບຍືນຍົງ ໂດຍສຸມໃສ່ການຕິດຕາມກວດກາປະສິດທິພາບຂອງການແບ່ງປັນດ້ານຜົນປະໂຫຍດ ແລະ ການກະກຽມຍຸດທະສາດການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ສໍາລັບແຜນການພັດທະນາໂຄງການໄຟຟ້ານໍ້າຕົກ ທີ່ຫ້ອງປະຊຸມກົມນະໂຍບາຍ ແລະ ແຜນພະລັງງານ, ແນະນຳຂັ້ນຕອນຕ່າງໆໃນການຈັດຕັ້ງປະຕິບັດໂຄງການ. ນອກນັ້ນຍັງ ແນະນຳວິທີການເຮັດບົດລາຍງານ,ແຜນວຽກປະຈໍາປີ, ບົດສະຫລຸບ ແລະ ຕິດຕາມປະເມີນຜົນເວລາຈັດຕັ້ງປະຕິບັດໂຄງການ ເຊິ່ງກອງປະຊຸມດັ່ງກ່າວແມ່ນໄດ້ດໍາເນີນເປັນເວລາ 3 ວັນ ຄື:
ມື້ທີ 1 ກ່າວຈຸດປະສົງໃນການຝຶກອົບຮົມ, ພາບລວມກ່ຽວກັບອົງປະກອບຂອງ 03 ໜ້າວຽກທີ່ຕ້ອງຝຶກໂຄງການຍ່ອຍ (ຄຸ້ມຄອງໂຄງການ, ຈັດຊື້-ຈັດຈ້າງ ແລະ ການເງິນ) ຫຼັງຈາກນັ້ນແມ່ນ ທີມງານຄຸ້ມຄອງໂຄງການນຳສະເໜີ ວຽກງານຄຸ້ມຄອງໂຄງການ ເຊິ່ງໄດ້ຄົ້ນຄ້ວາ ແລະ ສົນທະນາກ່ຽວກັບການຂຽນແຜນວຽກ-ແຜນເງິນແຜນປະຈຳໄຕມາດ ແລະ ປະຈຳປີ (AWPB), ແນະນຳກອບຜົນໄດ້ຮັບ ແລະ ວິທີຄິດໄລ່ຕົວຊີ້ວັດ, ການຄິດໄລ່ກ່ຽວກັບ ດັດຊະນີຄວາມອາດສາມາດ (FCI), ການອັບເດດບົດສະຫຼຸບຫຍໍ້ໂຄງການ (project brief update), ການຂຽນບົດລາຍງານ ປະຈຳໄຕມາດ, ປະຈຳງວດ ແລະ ປະຈຳປີ.
ມື້ທີ 2 ລົງເລິກກ່ຽວກັບວຽກງານການເງິນ, ຈຸດປະສົງໃນການຄຸ້ມຄອງການເງິນ, ການຂື້ນແຜນ ແລະ ການຕິດຕາມ ງົບປະມານ, ການຂໍຄ່ຽນເງິນ, ການລາຍງານການເງິນ, ການປະກອບເອກະສານລາຍຈ່າຍ, ການຕິດຕາມຊັບສິນ, ການກວດສອບ ແລະອື່ນໆ ທີ່ກ່ຽວຂ້ອງ,
ມື້ທີ 3 ແມ່ນວຽກງານຈັດຊື້-ຈັດຈ້າງ ໄດ້ສົນທະນາ ແລະ ແນະນໍາກ່ຽວກັບການປະມູນສົມທຽບລາຄາກ່ຽວກັບວຽກກໍ່ສ້າງ, ການຈັດຈ້າງທີ່ປຶກສາ ແລະ ການຄຸ້ມຄອງຊັບສິນ.
ຫຼັງຈາກນັ້ນ ກໍ່ໄດ້ສະຫຼຸບລວມ ແລະ ຖອດຖອນບົດຮຽນ ຝຶກອົບຮົມຕະຫຼອດ 3 ວັນທີ່ຜ່ານມາເຫັນວ່າຜູ້ເຂົ້າຮ່ວມີຄວາມຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບໜ້າວຽກຕ່າງໆຕາມຄາດໝາຍທີ່ວາງໄວ້. ການຝຶກອົບຮົມໃນຄັ້ງນີ້ ແມ່ນຊ່ວຍໃຫ້ໂຄງການທີ່ໄດ້ຮັບການສະໜັບສະໜູນ ຈາກກອງທຶນປົກປັກຮັກສາສິ່ງແວດລ້ອມ ທີ່ໄດ້ຮັບທຶນພາຍໃຕ້ໂຄງການສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສປປ ລາວ ໄລຍະ 2 ແລະ ນໍາເອົາບົດຮຽນໄປຈັດຕັ້ງປະຕິບັດໂຄງການຂອງຕົນ ແລະ ເພື່ອຊ່ວຍໃຫ້ການຈັດຕັ້ງປະຕິບັດມີປະສິດທິຜົນດີຂື້ນ.