ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອແລກປ່ຽນຄວາມຮູ້ ແລະ ລະດົມແນວຄວາມຄິດ ກ່ຽວກັບການຄົ້ນຄວ້າວິທະຍາສາດກ່ຽວກັບຊີວະນາໆພັນ ແລະ ລັກສະນະນິເວດວິທະຍາຂອງປ່າໄມ້ເຂດສູງໃນສປປລາວ ແລະ ສະຖານະໃນການອະນຸລັກໃນປະຈຸບັນ, ປຶກສາຫາລື ແລະ ຮ່ວມແນະນຳກ່ຽວກັບມາດຕະຖານການຈັດປະເພດປ່າ ແລະ ການອະນຸລັກປ່າໄມ້ເຂດສູງ ໃນສປປ ລາວ, ປະກອບແນວຄວາມຄິດ ເພື່ອສ້າງແຜນອະນຸລັກປ່າໄມ້ເຂດສູງໃນສປປລາວໃນຂົງເຂດການຄົ້ນຄວ້າວິທະຍາສາດ ແລະ ການຄຸ້ມຄອງເພື່ອການອະນຸລັກ.
ໃຫ້ກຽດເປັນປະທານກ່າວເປີດກອງປະຊຸມ ໂດຍ ທ່ານ ບຸນປອນ ແສງທອງ ຮອງຫົວໜ້າກົມປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້, ຮສ. ປອ. ອຸດົມ ພອນຄຳເພັງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ນ. ບຸນພາມາ ໂພທິສານ, ຮອງຫົວໜ້າກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ທ່ານ John Parr ຜູ້ຕາງໜ້າທະນາຄານໂລກ ກໍ່ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມ.
ພ້ອມດຽວກັນນັ້ນ, ບັນດາທ່ານຈາກ ກົມປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້, ກົມພັດທະນາການທ່ອງທ່ຽວ, ກະຊວງຖະແຫຼງຂ່າວ, ວັດທະນາທຳ ແລະ ທ່ອງຖ່ຽວ, ພະແນກກະສິກຳ ແລະ ປ່າໄມ້ ແຂວງໄຊສົມບູນ, ພະແນກກະສິກຳ ແລະ ປ່າໄມ້ ແຂວງຊຽງຂວາງ, ສະຖາບັນສະຖິຕິ, ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບ, ຫ້ອງການສະພາວິທະຍາສາດແຫ່ງຊາດ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ອົງການ ອະນຸລັກສັດປ່າ (WCS), ສະມາຄົມອະນຸລັກສັດປ່າລາວ
(Lao WCA), ອົງການສາກົນເພື່ອການອະນຸລັກທຳມະຊາດ (IUCN), ອົງການກອງທຶນອະນຸຮັກທຳມະຊາດໂລກປະຈຳລາວ (WWF), ນັກອະນຸລັກທຳມະຊາດ, ຄະນະບໍດີ, ຮອງຄະນະບໍດີ, ຜູ້ຕາງໜ້າຈາກ 5 ຄະນະວິຊາທີ່ໄດ້ຮັບໂຄງການ ຈາກທະນາຄານໂລກ ພ້ອມດ້ວຍນັກຄົ້ນຄວ້າ ແລະ ນັກວິຊາການ ລວມທັງໝົດມີ 66 ທ່ານ