ກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ກົມສິ່ງແວດລ້ອມ, ກຊສ ໄດ້ຮ່ວມກັນຈັດກິດຈະກຳປູກຈິດສຳນຶກໃນການປົກປັກຮັກສາສິ່ງແວດລ້ອມ ໃຫ້ນ້ອງນັກຮຽນ ຢູ່ໂຮງຮຽນປະຖົມສົມບູນບ້ານອາກາດ, ເມືອງສີໂຄດຕະບອງ, ແລະ ໂຮງຮຽນປະຖົມສົບບູນບ້ານ ໂພນພະເນົາ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ ໃນວັນທີ 7 ແລະ 8 ທັນວາ 2020 ນີ້, ນໍາພາໂດຍ ທ່ານ ນາງ ພັກກາວັນ ພິດສະໄໝ, ວ່າການຫົວໜ້າຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ; ທ່ານ ນາງ ບຸນພາມາ ໂພທິສານ, ຮອງຫົວໜ້າຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ; ທ່ານ ນາງ ໄຂ່ແກ້ວ ຈັນທະວີສຸກ, ຮອງຫົວໜ້າພະແນກສົ່ງເສີມສິ່ງແວດລ້ອມ, ກົມສິ່ງແວດລ້ອມ, ກຊສ; ທ່ານ ນາງ ວົງທິບ ເທບບູລີ, ອຳນວຍການໂຮງຮຽນປະຖົມສົມບູນອາກາດ; ທ່ານ ນາງ ກອງຄຳ ພັນວົງສາ, ອຳນວຍການໂຮງຮຽນປະຖົມສົມບູນໂພນພະເນົາ, ພ້ອມດ້ວຍ ນາຍບ້ານ, ຄູອາຈານ, ນ້ອງນັກຮຽນ, ພະນັກງານ ກອງທຶນປົກປັກຮັກສາສິ່ງແວດລ້ອມ, ພະນັກງານກົມສິ່ງແວດລ້ອມ.
ຈຸດປະສົງຂອງການຈັດກິດຈະກຳໃນຄັ້ງນີ້ ກໍ່ເພື່ອແນໃສ່ການ ປຸກຈິດສຳນຶກດ້ານສິ່ງແວດລ້ອມໃຫ້ທົ່ວສັງຄົມ ເປັນຕົ້ນຄົນລຸ້ນໃໝ່ໜຸ່ມນ້ອຍເຍົາວະຊົນໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ວຽກງານ ຂຽວ ສະອາດ ງາມຕາ. ໃນໄລຍະສິບກວ່າປີຜ່ານມາ, ກອງທຶນປົກປັກຮັກສາສິ່ງແວດລ້ອມໄດ້ສຸມໃສ່ການສ້າງຄວາມເຂັ້ມແຂງ ໃຫ້ອົງການຈັດຕັ້ງທີ່ເຮັດວຽກປົກປັກຮັກສາສິ່ງແວດລ້ອມ ດ້ວຍການສະໜອງທຶນໃຫ້ 100 ກວ່າໂຄງການ ໃນນັ້ນລວມມີ ໂຄງການສະໜັບສະໜູນໂຮງຮຽນໃຫ້ກາຍເປັນໂຮງຮຽນສີຂຽວ, ໂຄງການປົກປັກຮັກສາປ່າສະຫງວນໃນທົ່ວປະເທດ ເພື່ອໃຫ້ມີປ່າປົກຫຸ້ມ 70% ແລະ ໂຄງການອື່ນໆ.
ກິດຈະກຳໃນມືີ້ນີ້ແມ່ນໜື່ງໃນກິດຈະກຳ ທີ່ພວກເຮົາສະໜັບສະໜູນທາງດ້ານງົບປະມານ ພາຍໃຕ້ໂຄງການສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສປປ ລາວ ໄລຍະ 2 ໃນການເລັ່ງໃສ່ໂຄສະນາເຜີຍແຜ່ ແລະ ປຸກຈິດສຳນຶກ ກ່ຽວກັບບັນຫາສິ່ງແວດລ້ອມໃຫ້ທົ່ວສັງຄົມຮັບຮູ້ ແລະ ເຂົ້າໃຈ ໂດຍສະເພາະແມ່ນການຫ້າມຖິ້ມຂີ້ເຫຍື້ອຊະຊາຍ, ຈູດຂີ້ເຫຍື້ອ, ມົນລະພິດ, ການຕັດໄມ້ທຳລາຍປ່າ ແລະ ບັນຫາອື່ນໆ ທີ່ສົ່ງຜົນກະທົບທັງທາງກົງ ແລະ ທາງອ້ອມຕໍ່ສິ່ງແວດລ້ອມ. ດັ່ງທີ່ພວກເຮົາພົບເຫັນໃນປະຈຸບັນ ມົນລະພິດທາງອາກາດ PM 2.5 ເຊິ່ງສາເຫດແມ່ນນ້ຳມືຂອງມະນຸດ ແລະ ມີຜົນກະທົບຕໍ່ສຸຂະພາບຂອງພວກເຮົາ.
ໃນການຈັດກິດຈະກຳໃນຄັ້ງນີ້, ໄດ້ມີຫລາຍກິດຈະກຳທີ່ໜ້າສົນໃຈ ເປັນຕົ້ນ ການມອບອຸປະກອນການສຶກສາ, ສີທາອາຄານໂຮງຮຽນ ລວມມູນຄ່າ 14,000,000 ກີບ, ການໃຫ້ຄວາມຮູ້ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ, ຜົນຮ້າຍ-ຜົນເສຍ ຂອງການຖີ້ມຂີ້ເຫຍື້ອຍຊະຊາຍ, ຈູດຂີ້ເຫຍື້ອ, ມົນລະພິດ ລວມໄປເຖິງການທໍາລາຍສິ່ງແວດລ້ອມໃນສັງຄົມ ນອກນັ້ນຍັງໄດ້ມີການ ຖາມ-ຕອບຄຳຖາມ ກ່ຽວກັບສິ່ງແວດລ້ອມ ແລະ ອື່ນໆ. ເຊິ່ງເຮັດໃຫ້ນ້ອງນັກຮຽນມີຄວາມຮັບຮູ້, ມີທັດສະນະຄະຕິທີ່ດີຕໍ່ສິ່ງແວດລ້ອມ ແລະ ຮູ້ຄຸນຄ່າຂອງສິ່ງແວດລ້ອມຫລາຍຂຶ້ນ, ທັງເປັນເວທີສະແດງຄວາມສາມາດ, ກ້າຄິດ, ກ້າສະແດງອອກ ຂອງນ້ອງນັກຮຽນ ອີກດ້ວຍ.