ກອງທຶນປົກປັກຮັກສາສິ່ງແວດລ້ອມ ໄດ້ຈັດກິດຈະກຳປູກຈິດສຳນຶກໃນການປົກປັກຮັກສາສິ່ງແວດລ້ອມ ໃຫ້ນ້ອງນັກຮຽນ ຢູ່ໂຮງຮຽນປະຖົມສົມບູນໂຄກແຫ້, ເມືອງສັງທອງ, ນະຄອນຫລວງວຽງຈັນ ໃນວັນທີ 18 ຕຸລາ 2019 ນີ້, ນໍາພາໂດຍ ທ່ານ ສີພັນດອນ ສີຫາວົງ, ຫົວໜ້າຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ, ທ່ານ ນາງ ບຸນພາມາ ໂພທິສານ, ຮອງຫົວໜ້າຫ້ອງການ ກປສ, ທ່ານ ອຸດອນ ໄຕຈັນທອນ, ຮອງຫົວໜ້າສຶກສາເມືອງສັງທອງ, ທ່ານ ນາງ ບຸນໂຮມ ວົງທັກຂິນ ຜູ້ອຳນວຍການໂຮງຮຽນປະຖົມໂຄກແຫ້, ທ່ານ ເຄນ ເພັດສະຫວ່າງ, ນາຍບ້ານ ບ້ານໂຄກແຫ້ ພ້ອມດ້ວຍນ້ອງນັກຮຽນ ແລະ ພະນັກງານ ກອງທຶນປົກປັກຮັກສາສິ່ງແວດລ້ອມ.
ຈຸດປະສົງຂອງການຈັດກິດຈະກຳປູກຈິດສຳ ນຶກໃນການປົກປັກຮັກສາສິ່ງແວດລ້ອມ ໃນຄັ້ງນີ້, ແນໃສ່ເຮັດໃຫ້ນ້ອງນັກຮຽນມີຄວາມຮັບຮູ້, ທັກສະ, ທັດສະນະຄະຕິທີ່ດີຕໍ່ສິ່ງແວດລ້ອມ ແລະ ຮູ້ຄຸນຄ່າຂອງສິ່ງແວດລ້ອມຫລາຍຂຶ້ນ, ທັງເປັນການປຸກຈິດສຳນຶກໃຫ້ນ້ອງນັກຮຽນເຂົ້າຮ່ວມຢ່າງເປັນເຈົ້າການ ແລະ ມີຄວາມຮັບຜິດຊອບສູງ ໃນການຄຸ້ມຄອງສິ່ງ ແວດລ້ອມແບບຍືນຍົງ, ແນໃສ່ປົກປັກຮັກສາສິ່ງແວດ ລ້ອມ ແລະ ອະນຸລັກຊັບພະຍາກອນທຳມະຊາດ, ເພື່ອການພັດທະນາທີ່ໝັ້ນຄົງ ແລະ ເຮັດໃຫ້ຊີວິດການເປັນຢູ່ ຂອງໝົດທຸກຄົນດີຂຶ້ນເທື່ອລະກ້າວ, ການປົກປັກຮັກສາສິ່ງແວດລ້ອມ ແມ່ນວຽກງານໜຶ່ງທີ່ສຳຄັນ ເຊິ່ງພັກ-ລັດຖະບານ ຍາມໃດກໍ່ຊີ້ນຳໃຫ້ເອົາໃຈໃສ່ ຢ່າງເປັນປົກກະຕິຕໍ່ເນື່ອງ ໃຫ້ມີຄວາມຍືນຍົງ ໃນການນຳໃຊ້ ຊັບພະຍາກອນທຳ ມະຊາດໃຫ້ມີປະສິດທິຜົນ. ພ້ອມດຽວກັນນັ້ນ ກໍໄດ້ມີນະໂຍບາຍ ຊຸກຍູ້ສົ່ງເສີມ ການສ້າງຈິດສຳນຶກ ດ້ານສິ່ງແວດລ້ອມ ໃຫ້ແກ່ຄົນລຸ້ນໜຸ່ມນ້ອຍເຍົາວະຊົນ ຢ່າງຕໍ່ເນື່ອງ.
ໃນການຈັດກິດຈະກຳໃນຄັ້ງນີ້, ໄດ້ມີຫລາຍກິດຈະ ກຳທີ່ໜ້າສົນໃຈ ເປັນຕົ້ນ ການມອບອຸປະກອນການສຶກສາ ແລະ ກິລາ ຈຳນວນໜຶ່ງ ພ້ອມທັງສີທາອາຄານໂຮງຮຽນ ລວມມູນຄ່າ 8,000,000 ກີບ, ການສະແດງລະຄອນເວທີ ທີ່ສ່ອງແສງໃຫ້ເຫັນເຖິງການປົກປັກຮັກສາສິ່ງແວດລ້ອມ, ຜົນຮ້າຍ-ຜົນເສຍຂອງການຕັດໄມ້ທຳລາຍປ່າ, ການລ່າສັດ, ລວມໄປເຖິງການທໍາລາຍສິ່ງແວດລ້ອມໃນສັງຄົມ ຖາມ-ຕອບຄຳຖາມ ກ່ຽວກັບສິ່ງແວດລ້ອມ ແລະ ອື່ນໆ. ເຊິ່ງໄດ້ສ້າງຄວາມຮູ້ ແລະ ຄວາມມ່ວນຊື່ນ ແກ່ນ້ອງນັກຮຽນ ຢ່າງຄຶກຄື້ນ ທັງເປັນເວທີສະແດງຄວາມສາມາດ, ກ້າຄິດ, ກ້າສະແດງອອກ ຂອງນ້ອງນັກຮຽນ ອີກດ້ວຍ.