ໃນວັນທີ 16 ຕຸລາ 2020 ຄະນະໜ່ວຍພັກ ແລະ ສະມາຊິກພັກ ໜ່ວຍພັກພະແນກບັນຊີ ພ້ອມດ້ວຍ 3 ອົງການຈັດຕັ້ງມະຊົນ ຂອງ ຫ້ອງການ ກອງທຶນປົກປັກຮັກສາສິ່ງແວດລ້ອມ ນຳໂດຍ ສະຫາຍ ນາງ ມະໄລທອງ ແກ້ວໂຍທີ, ຮອງເລຂາໜ່ວຍພັກ ພະແນກບັນຊີ ພ້ອມດ້ວຍຄະນະ ແລະ ສະມາຊິກ ລວມທັງຫມົດຈຳນວນ 38 ຄົນ ຍິງ 25 ຄົນ ໄດ້ເຂົ້າຢ້ຽມຢາມ ອະນຸສອນສະຖານ ທ່ານ ໜູຮັກ ພູມສະຫວັັນ, ທີ່ບ້ານສະພານທອງເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ເພື່ອສຶກສາຄົ້ນຄວ້າຮ່ຳຮຽນ ເອົາແບບຢ່າງອັນປະເສີດເລີດລ້ຳ ແລະ ການດຳລົງຊີວິດທີ່ປອດໃສ ຂາວສະອາດຂອງເພິ່ນເຂົ້າໄປໝູນໃຊ້ໃນວຽກງານ.
ທ່ານ ໜູຮັກ ພູມສະຫວັນ ແມ່ນຜູ້ນຳການປະຕິວັດລາວຮຸ່ນທຳອິດຂອງພັກ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ຕະຫຼອດຊີວິດຂອງເພີ່ນ ໄດ້ທຸ່ມເທໝົດກຳລັງວັງຊາ ສະຕິປັນຍາອຸທິດໃຫ້ພາລະກິດຕໍ່ສູ້ປົດປ່ອຍຊາດ ເພື່ອຄວາມເປັນເອກະລາດ ແລະ ອິດສະຫຼະພາບຂອງຊາດ ອຸທິດໃຫ້ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ເພື່ອຄວາມສົມບູນພູນສຸກຂອງປະຊາຊົນລາວບັນດາເຜົ່າ ຢ່າງບໍ່ຮູ້ອິດຮູ້ເມື່ອຍ ຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງ ທີ່ເພິ່ນໄດ້ສ້າງໄວ້ໜ້າປະຫວັດສາດຂອງຊາດລາວວີລະຊົນ ແມ່ນບໍ່ມີສິ່ງໃດຈະປຽບປານ.