ກອງປະຊຸມກະກຽມ “ກອງປະຊຸມປຶກສາຫາລືລະດັບຊາດ ກ່ຽວກັບຈຸດສຸມ ສຳລັບກອງທຶນສິ່ງແວດລ້ອມໂລກ (GEF) ແລະ ກອງທຶນການປ່ຽນແປງດິນຟ້າອາກາດສາກົນ (GCF)

Jan 15, 2019 | news

ໃນຕອນເຊົ້າ ວັນທີ 14 ມັງກອນ 2019 ກອງທຶນປົກປັກຮັກສາສິ່ງແວດລ້ອມ (EPF)ໃນນາມເປັນຜູ້ປະສານງານລະດັບຜູ້ປະຕິບັດ ຂອງ GEF ປະຈໍາ ສປປ ລາວ ຮ່ວມກັບກົມຄຸ້ມຄອງການ ປ່ຽນແປງດິນຟ້າອາກາດ (DCD)ໃນນາມເປັນຈຸດປະສານງານ ຂອງ GCF ປະຈໍາ ສປປ ລາວ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມກະກຽມ “ກອງປະຊຸມປຶກສາຫາລືລະດັບຊາດ ກ່ຽວກັບຈຸດສຸມ ສຳລັບກອງທຶນສິ່ງແວດລ້ອມໂລກ (GEF) ແລະ ກອງທຶນການປ່ຽນແປງດິນຟ້າອາກາດສາກົນ (GCF)” ທີ່ຈະຈັດຂື້ນໃນກາງເດືອນ ກຸມພາ 2019, ກອງປະຊຸມໃນຄັ້ງນີ້ແມ່ນຈັດຂື້ນທີ່ຫໍປະຊຸມແຫ່ງຊາດ (ຫຼັກ 6), ນະຄອນຫຼວງວຽງຈັນ ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ນາງ ບຸນພາມາ ໂພທິສານ, ຮອງຫົວໜ້າ ຫ້ອງການ ກອງທຶນປົກປັກຮັກສາສິ່ງແວດລ້ອມ, ທ່ານ ສັງຂານ ທ່ຽງທໍາມະວົງ, ຫົວໜ້າກົມ ຄຸ້ມຄອງການປ່ຽນແປງດິນຟ້າອາກາດ ແລະ ທ່ານ Malasubramaniam Murali ຮັກສາການ ຜູ້ຕາງໜ້າ ອົງການ UNDP ປະຈໍາ ສປປ ລາວ ພ້ອມດ້ວຍຄະນະຮັບຜິດຊອບພິຈາລະນາໂຄງກາານ ບູລິມະສິດພາຍໃຕ້ ກອງທຶນ GEF, ຄະນະກໍາມະການພິຈາລະນາໂຄງການຂະໜາດນ້ອຍພາຍໃຕ້ ກອງທຶນ GEF, ຜູ້ຕາງໜ້າຈາກກະຊວງທີ່ກ່ຽວຂ້ອງ, ບັນດາຄູ່ຮ່ວມງານ ແລະ ອົງການຈັດຕັ້ງສາກົນ   ລວມທັງໝົດ 50 ທ່ານ. ຈຸດປະສົງຫລັກຂອງກອງປະຊຸມໃນຄັ້ງນ້ີແມ່ນ:

  1. ເພື່ອຍົກລະດັບຄວາມຮັບຮູ້ ແລະ ຄວາມເຂົ້າໃຈ ຕໍ່ກອງທຶນສິ່ງແວດລ້ອມໂລກ (Global Environment Facility, GEF) ແລະ ກອງທຶນການປ່ຽນແປງດິນຟ້າອາກາດສາກົນ (Green Climate Fund, GCF);
  2. ເພື່ອປຶກສາຫາລື ແລະ ປະກອບຄໍາເຫັນ ຕໍ່ ຮ່າງວາລະ ກອງປະຊຸມລະດັບຊາດ ຂອງ ກອງທຶນ GEF ແລະ ກອງທຶນ GCF ທີ່ຈະຈັດຂື້ນໃນລະຫວ່າງວັນທີ 12-14 ກຸມພາ 2019 ນີ້;
  3. ເພື່ອຮັບປະກັນການມີສ່ວນຮ່ວມ ຂອງທຸກພາກສ່ວນທີ່ກ່ຽວຂ້ອງ ລວມທັງຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ;
  4. ເພື່ອໃຫ້ໄດ້ຜົນປະໂຫຍດສູງສຸດ ໃນການປະສານງານ ລະຫວ່າງ 2 ກອງທຶນ ເພື່ອຈັດຕັ້ງປະຕິບັດວຽກງານສິ່ງແວດລ້ອມ ແລະ ວຽກງານການປ່ຽນແປງດິນຟ້າອາກາດຢູ່ ສປປລາວ ໃຫ້ໄປຕາມນະໂຍບາຍ ແລະ ແຜນງານບູລິມະສິດ.

ຜົນໄດ້ຮັບຂອງກອງປະຊຸມໃນຄັ້ງນີ້ຈະນໍາເອົາໄປຈັດຕັ້ງຜັນຂະຫຍາຍເພື່ອກຽມຄວາມພ້ອມໃນການຈັດກອງປະຊຸມກອງປະຊຸມປຶກສາຫາລືລະດັບຊາດ ກ່ຽວກັບຈຸດສຸມ ສຳລັບກອງທຶນສິ່ງແວດລ້ອມໂລກ (GEF) ແລະ ກອງທຶນການປ່ຽນແປງດິນຟ້າອາກາດສາກົນ (GCF) ໃນເດືອນ ກຸມພາ 2019 ນີ້ ແລະ ເສີມຂະຫຍາຍຂີດຄວາມສາມາດເຂົ້າເຖິງແຫຼ່ງທຶນສາກົນ ຂອງ ສປປ ລາວ.

[Best_Wordpress_Gallery id=”37″ gal_title=”nation1-19″]