ກອງປະຊຸມຄະນະວິຊາການ ຄສລ2 ຄັ້ງທີ IX

Jan 13, 2017 | news

ກອງປະຊຸມຄະນະວິຊາການສຳລັບໂຄງການສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສປປ ລາວ ໄລຍະ 2 (ຄສລ2) ຄັ້ງທີ IX , ຄັ້ງວັນທີ 27 ກັນຍາ 2016

ໃນວັນທີ 30 ມິຖຸນາ 2016, ກອງທຶນປົກປັກຮັກສາສິ່ງແວດລ້ອມ (ກປສ) ໄດ້ຈັດກອງປະຊຸມຄະນະວິຊາການສຳລັບໂຄງການສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສປປ ລາວ ໄລຍະ 2 ຄັ້ງທີ 9 ທີ່ຫ້ອງປະຊຸມ ກົມສົ່ງເສີມ ຄຸນນະພາບສິ່ງແວດລ້ອມ ໃຫ້ກຽດເປັນປະທານໂດຍ ທ່ານ ວົງເດືອນ ວົງສີຫາລາດ, ຫົວໜ້າກົມຄຸ້ມຄອງຊັບພະຍາກອນປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້, ຫົວໜ້າຄະນະວິຊາການສຳລັບໂຄງການສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສປປ ລາວ ໄລຍະ 2, ມີຜູ້ເຂົ້າຮ່ວມທັງໝົດ 23 ທ່ານ, ໃນນັ້ນ ມີຄະນະວິຊາການສຳລັບ ຄສລ2 6 ທ່ານ, ຕາງໜ້າຈາກກົມກອງ ແລະ ຂັ້ນແຂວງ ທີ່ຍື່ນບົດສະເໜີຂໍທຶນນຳ ຄສລ2 ຈຳນວນ 12 ທ່ານ, ແລະ ພະນັກງານຂອງກອງທຶນປົກປັກຮັກສາສິ່ງແວດລ້ອມ 5 ທ່ານ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອຜ່ານບົດສະເໜີຂໍທຶນຂອງໂຄງການ ເຊິ່ງມີ 6 ໂຄງການດັ່ງນີ້:
1. ກົມຈັດຕັ້ງ-ພະນັກງານ (ກຊສ), ໂຄງການສ້າງຄວາມເຂັ້ມແຂງ ໃຫ້ກົມຈັດຕັ້ງສາກົນ-ພະນັກງານ, ກຊສ ໃນການຄຸ້ມຄອງ, ບໍລິຫານ ແລະ ປະສານງານ ວຽກງານຈັດຕັ້ງ-ພະນັກງານ ໃນຂະແໜງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ
2. ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໂຄງການສ້າງ ຄວາມເຂັ້ມແຂງດ້ານສິ່ງແວດລ້ອມ-ສັງຄົມ ໃຫ້ສະຖາບັນການເມືອງ ແລະ ການປົກຄອງ ແຫ່ງຊາດ
3. ຂະແໜງຄຸ້ມຄອງຊັບພະຍາກອນປ່າໄມ້ ແຂວງວຽງຈັນ, ໂຄງການ ສ້າງຄວາມເຂັ້ມແຂງໃນການຄຸ້ມຄອງປ່າສະຫງວນພູມືດ-ພູສັນເຂື່ອນ ຂອງ ຂະແໜງຄຸ້ມຄອງຊັບພະຍາກອນປ່າໄມ້ແຂວງວຽງຈັນ
4. ຂະແໜງຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ ແຂວງວຽງຈັນ, ໂຄງການສ້າງຄວາມເຂັ້ມແຂງໃນຂະແໜງການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ ແຂວງວຽງຈັນ.
5. ຂະແໜງຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ ຂອງແຂວງສະຫວັນ ນະເຂດ, ໂຄງການສ້າງຄວາມເຂັ້ມແຂງ ໃນການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ ແຂວງສະຫວັນນະເຂດ.
6. ຂະແໜງຄຸ້ມຄອງ ປ່າສະຫງວນດົງນາຕາດ ແຂວງສະຫວັນນະເຂດ, ໂຄງການສ້າງຄວາມເຂັ້ມແຂງໃນການຄຸ້ມຄອງ ປ່າສະຫງວນດົງນາຕາດ ແຂວງສະຫວັນນະເຂດ