ກອງປະຊຸມເຜີຍແຜ່ ບົດບັນທຶກຊ່ວຍຈຳ ຜົນການລົງຊຸກຍູ້ຮ່ວມ ຂອງທະນາຄານໂລກ ໃນການຈັດຕັ້ງປະຕິບັດໂຄງການສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສປປ ລາວ ໄລຍະ 2

Feb 23, 2022 | News

ກອງປະຊຸມເຜີຍແຜ່ ບົດບັນທຶກຊ່ວຍຈຳ ຜົນການລົງຊຸກຍູ້ຮ່ວມ ຂອງທະນາຄານໂລກ ໃນການຈັດຕັ້ງປະຕິບັດໂຄງການສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສປປ ລາວ ໄລຍະ 2 (ຄສລ2) ໄດ້ຈັດຂຶ້ນ ໃນວັນທີ 3 ກຸມພາ 2022 ທີ່ຫ້ອງປະຊຸມ ໂຮງແຮມ ວຽງຈັນພລາຊາ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ນາງ ພັກກາວັນ ພິດສະໄໝ, ຫົວໜ້າຫ້ອງການ ກອງທຶນປົກປັກຮັກສາສິ່ງແວດລ້ອມ ມີຜູ້ເຂົ້າຮ່ວາມຈາກໂຄງການຂັ້ນສູນກາງ 16 ໂຄງການ, ແຂວງພາກໃຕ້ 3 ໂຄງການ (ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ), ແຂວງພາກເໜືອ 3 ໂຄງການ (ຫົວພັນ, ຊຽງຂວາງ ແລະ ຫຼວງພະບາງ) ແລະ ແຂວງວຽງຈັນ ລວມທັງໝົດ 24 ໂຄງການ ທີ່ໄດ້ຮັບທຶນພາຍໃຕ້ ຄສລ2 ຈຳນວນທັງໝົດ 57 ທ່ານ, ຍິງ 9 ທ່ານ. ນອກຈາກນີ້ ຍັງມີຜູ້ເຂົ້າຮ່ວມຜ່ານລະບົບປະຊຸມທາງໄກ ຈາກ 2 ໂຄງການ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອຮັບຟັງ ຜົນການຈັດຕັ້ງປະຕິບັດ ຄສລ2 ພາຍໃນ 6 ເດືອນທ້າຍປີ 2021 ຊຶ່ງທີມງານທະນາຄານໂລກ ໄດ້ມາຕິດຕາມຮ່ວມກັບ ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ, ກົມແຜນການ ແລະ ການເງິນ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ; ກົມແຜນການ ແລະ ການເງິນ, ກະຊວງກະສິກຳ ແລະ ປ່າໄມ້.

ນອກຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ຮັບຟັງ ຜົນການກວດສອບບັນຊີໂຄງການ ຄສລ2 ສົກປີ 2020 ແລະ ການແກ້ໄຂຜົນການກວດສອບ; ຮັບຟັງບົດຮຽນການຈັດຕັ້ງປະຕິບັດ ແລະ ຜົນສຳເລັດຂອງ ບາງໂຄງການ ໃນ 4 ຂົງເຂດວຽກງານຄື: ວຽກງານຄຸ້ມຄອງປ່າສະຫງວນ, ວຽກງານບັງຄັບໃຊ້ກົດໝາຍສັດນ້ຳ-ສັດປ່າ, ວຽກງານວາງແຜນ ແລະ ຄຸ້ມຄອງສິ່ງແວດລ້ອມ, ວຽກງານສຶກສາ ແລະ ສ້າງຄວາມສາມາດ.