ກອງປະຊຸມລິເລີ້ມການທົບທວນໄລຍະກາງ ຂອງ ຄສລ2

Mar 21, 2017 | news

ໃນຕອນເຊົ້າຂອງວັນທີ 20 ມີນາ 2017 ກອງທຶນປົກປັກຮັກສາສິ່ງແວດລ້ອມ (ກປສ) ໄດ້ຈັດກອງປະຊຸມ ວ່າດ້ວຍລິເລີ້ມການທົບທວນໄລຍະກາງ ຂອງໂຄງການສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສປປ ລາວ ໄລຍະ2 ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ ໃຫ້ກຽດເປັນປະທານກອງປະຊຸມໂດຍທ່ານ ທ່ານ ໄຊປລາເດດ ຈຸລາມະນີ, ຫົວໜ້າ ກົມແຜນການ ແລະ ການຮ່ວມມື ກະຊວງກະສິກໍາ ແລະ ປ່າໄມ້, ຮອງຫົວໜ້າຄະນະວິຊາການສໍາລັບໂຄງການສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສປປ ລາວ ໄລຍະ 2 ແລະ ທ່ານ ຊອນ ມີແຊນ ປາວີ, ຊ່ຽວຊານອາວຸໂສ ດ້ານສິ່ງແວດລ້ອມ ຕາງໜ້າທະນາຄານໂລກ ປະຈຳ ສປປ ລາວ, ພ້ອມດ້ວຍຄະນະວິຊາການ, ບັນດາທ່ານຕາງໜ້າຈາກທະນາຄານໂລກ, ບັນດາໂຄງການຍ່ອຍທີ່ໄດ້ຮັບທຶນຈາກ ຄສລ2 ມີ 18 ໂຄງການ ແລະ ລວມທັງພະນັກງານຂອງຫ້ອງການ ກປສ ລວມທັງໝົດ 69 ທ່ານ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອສະເໜີວາລະ ແລະ ແຜນການທົບທວນໄລຍະກາງ ຂອງໂຄງການສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສປປ ລາວ ໄລຍະ2 ເຊິ່ງວ່າຈະໄດ້ລາຍງານກ່ຽວກັບ ວິທີການດໍາເນີນ ແລະ ວາລະການລົງປະເມີນໄລຍະກາງ,ໜ້າທີ່ຂອງທີມງານຂອງທະນາຄານໂລກ, ຫົວຂໍ້ທີ່ຈະປຶກສາຫາລືໃນການປະເມີນ ແລະ ວາລະກອງປະຊຸມທົບທວນກອບຜົນໄດ້ຮັບຂອງໂຄງການ, ກອງປະຊຸມທົບທວນຄູ່ມືການຈັດຕັ້ງປະຕິບັດໂຄງການ. ແລະ ກອງປະຊຸມສະຫຼຸບການທົບທວນໄລຍະກາງຂອງ ຄສລ2. ໃນການທົບທວນໃນຄັ້ງນີ້, ທີມງານທະນາຄານໂລກຈະຮ່ວມກັບທີມງານ ຫ້ອງການ ກປສ ໃນການລົງຕິດຕາມ ແລະ ເກັບກໍາຂໍ້ມູນກັບໂຄງການຍ່ອຍທີ່ໄດ້ຮັບທຶນຈາກ ຄສລ2 ລວມທັງໂຄງການຢູ່ສູນກາງ ແລະ ໂຄງການຂັ້ນແຂວງ ພ້ອມທັງຈະໄດ້ລົງຢ້ຽມຢາມປ່າສະຫງວນໃນແຂວງເປົ້າໝາຍ.
[metaslider id=774]