ໃນວັນທີ 05 ມິຖຸນາ 2020 ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ໄດ້ຈັດກອງປະຊຸມສະຫຼຸບປິດ ໂຄງການສ້າງຄວາມເຂັ້ມແຂງດ້ານສິ່ງແວດລ້ອມ-ສັງຄົມ ໃຫ້ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ທີ່ ຫ້ອງປະຊຸມ ສູນຂໍ້ມູນຂ່າວສານ, ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ຮສ. ພູວົງ ອຸ່ນຄຳແສນ, ຮັກສາການຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍພະນັກງານ, ຄູອາຈານ ແລະ ບັນດາແຂກຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂຄງການດັ່ງກ່າວແມ່ນຈັດຕັ້ງປະຕິບັດໂດຍສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ເລີ່ມຈັດຕັ້ງປະຕິບັດຕັ້ງແຕ່ວັນທີ 23 ສິງຫາ 2017 ຈົນເຖິງ 31 ພຶດສະພາ 2020. ງົບປະມານໂຄງການ: 200.000 ໂດລາສະຫະລັດ ຫຼື ເທົ່າກັບ 1.620.000.000 ກີບ. ສັງລວມແລ້ວ, ການເຄື່ອນໄຫວຈັດຕັ້ງປະຕິບັດໂຄງການສ້າງຄວາມເຂັ້ມແຂງ ທາງດ້ານສິ່ງແວດລ້ອມ ໃຫ້ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕະຫຼອດໄລຍະ 3 ປີ, ສາມາດຢັ້ງຢືນໄດ້ວ່າ ໂຄງການໄດ້ມີຜົນສໍາເລັດເປັນໜ້າເພິ່ງພໍໃຈ ແລະ ສາມາດສ້າງຜົນປະໂຫຍດຢ່າງຫຼວງຫຼາຍ ໃຫ້ແກ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດຄື:
- ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດມີປຶ້ມແບບຮຽນວິຊາສິ່ງແວດລ້ອມບັນຈຸໃນຫຼັກສູດຂອງທຸກລະບົບຮຽນ;
- ມີຄູຝຶກທີ່ມີຄວາມຮູ້ດ້ານວິທະຍາສາດສິ່ງແວດ ລ້ອມ ສາມາດເປັນອາຈານສອນວິຊາສິ່ງແວດລ້ອມ ໃນທຸກລະບົບຮຽນທີ່ມີໃນ ສມປຊ ແລະ ຍັງຈະໄດ້ສືບຕໍ່ນໍາໃຊ້ຄູຝຶກວິຊາສິ່ງແວດລ້ອມ ເຂົ້າໃນການຝຶກອົບຮົມຄວາມຮູ້ພື້ນຖານດ້ານສິ່ງແວດລ້ອມ ໃຫ້ເປົ້າໝາຍຕ່າງໆ ໃນຊຸມປີຕໍ່ໜ້າ.
- ພະນັກງານຄູອາຈານຈໍານວນໜຶ່ງ ແລະ ນັກສຶກສາ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ທີ່ໄດ້ຜ່ານການຝຶກອົບຮົມ ບໍ່ພຽງແຕ່ມີຄວາມຮູ້ພື້ນດ້ານສິ່ງແວດລ້ອມເທົ່ານັ້ນ, ແຕ່ຍັງມີຈິດສໍານຶກກ່ຽວກັບສິ່ງແວດລ້ອມ ເພື່ອປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການປົກປັກຮັກສາຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ໃນການພັດທະນາເສດຖະກິດ ແລະ ສັງຄົມ ໃຫ້ມີການເຕີບໂຕສີ ຂຽວ ແລະ ມີຄວາມຍືນຍົງ ຕາມແນວທາງຂອງພັກ ແລະ ນະໂຍບາຍ ຂອງລັດຖະບານວາງອອກ.
- ອາຈານຈໍານວນໜຶ່ງ ຢູ່ໂຮງຮຽນການເມືອງ ແລະ ການປົກຄອງທ້ອງຖິ່ນ ໃນຖານະເປັນສາຍຕັ້ງດ້ານວິຊາການ ຂອງ ສມປຊ ມີຄວາມຮູ້ພື້ນຖານດ້າວິຊາສິ່ງແວດລ້ອມ ແລະ ມີປຶ້ມແບບຮຽນ ທີ່ສາມາດນໍາໃຊ້ເຂົ້າໃນການສິດສອນຕົວຈິງ ຢ່າງມີປະສິດທິຜົນ.
- ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ມີພະນັກງານ ແລະ ຄູອາຈານຈໍານວນໜຶ່ງ ທີ່ເປັນຄະນະຮັບຜິດຊອບໂຄງການ ມີຄວາມຮູ້ ແລະ ບົດຮຽນ ໃນການບໍລິຫານໂຄງການ ທີ່ສາມາດຂຶ້ນແຜນ ຮັບເອົາໂຄງການຕ່າງໆ ໃນຕໍ່ໜ້າ (ຖ້າມີ).
[Best_Wordpress_Gallery id=”79″ gal_title=”5620″]