ກອງປະຊຸມໃຫຍ່ຜູ້ແທນສະຫະພັນແມ່ຍິງ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຄັ້ງທີ II

Jun 22, 2020 | News

ກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຄັ້ງທີ II ໄດ້ໄຂຂຶ້ນ ໃນຕອນເຊົ້າວັນທີ 18 ມິຖຸນາ 2020 ທີ່ຫ້ອງປະຊຸມໃຫຍ່ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ສີສຸພັນ ຫຼວງລາດ, ປະທານສະຫະພັນແມ່ຍິງ ກຊສ ແລະ ໄດ້ຮັບກຽດເຂົ້າຮ່ວມໂດຍ ສະຫາຍ ນາງ ບົວຈັນ ສີຫານາດ, ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ສະຫາຍ ສົມມາດ ພົລເສນາ, ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີ ກຊສ, ສະຫາຍ ນາງ ບຸນຄຳ ວໍລະຈິດ, ກຳມະການ ສຳຮອງສູນກາງພັກ, ຮອງລັດຖະມົນຕີ ກຊສ, , ສະຫາຍ ອານົງສອນ ພົມມະຈັນ, ປະທານສະຫະພັນກຳມະບານ ກຊສ, ສະຫາຍ ວິລະສັກ ຈຸນດາລາ, ເລຂາຄະນະບໍລິຫານງານຊາວໜຸ່ມ ກຊສ, ສະຫາຍ ຈັນສຸກ ມຸກດາວັນ ຮອງຫົວ ໜ້າກົມຈັດຕັ້ງ ແລະ ພະນັກງານ, ເຂົ້າຮ່ວມກອງປະຊຸມໃຫຍ່ມີບັນດາຄະນະພັກ-ຄະນະນຳກະຊວງ, ບັນດາແຂກຖືກເຊີນ ແລະ ຜູ້ແທນສົມບູນເຂົ້າຮ່ວມກອງປະຊຸມໃຫຍ່ ມີທັງໝົດ 90 ສະຫາຍ.

ກອງປະຊຸມໃຫຍ່ໄດ້ເປັນເອກະສັນກັນຢ່າງສົມບູນ ຮັບຮອງເອົາບັນດາເນື້ອໃນສຳຄັນ ປະກອບມີ: ຮັບຮອງເອົາບົດລາຍງານການເມືອງ ຂອງຄະນະບໍລິຫານງານສະຫະພັນແມ່ຍິງ ກຊສ ສະໄໝທີ I ຊຶ່ງໄດ້ຕີລາຄາຢ່າງພາວະວິໄສຕໍ່ຜົນສຳເລັດ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ I ຂອງສະຫະພັນແມ່ຍິງ ກຊສ, ໂດຍໄດ້ຍົກໃຫ້ເຫັນຜົນງານດ້ານພົ້ນເດັ່ນທີ່ຄວນສົ່ງເສີມ ແລະ ດ້ານອ່ອນຂໍ້ຄົງຄ້າງທີ່ຈະສູ້ຊົນແກ້ໄຂໃນຕໍ່ໜ້າ; ຮັບຮອງເອົາທິດທາງ ແລະ ໜ້າທີ່ ຂອງສະຫະພັນແມ່ຍິງ ກຊສ.

ກອງປະຊຸມໄດ້ຮັບຮອງເອົາບົດສຳຫຼວດການນຳພາຂອງຄະນະບໍລິຫານງານ ສະຫະພັນແມ່ຍິງ ກຊສ ສະໄໝທີ I ທີ່ໄດ້ຕີລາຄາຕໍ່ການຊີ້ນຳ, ນຳພາຂະບວນການແມ່ຍິງຕາມພາລະບົດບາດໜ້າທີ່ຂອງຄະນະບໍລິຫານງານທີ່ໄດ້ກຳນົດໄວ້ໃນກົດລະບຽບຂອງສະຫະພັນແມ່ຍິງລາວ.

ໃນກອງປະຊຸມໄດ້ຮັບຟັງການປະກອບຄຳເຫັນຂອງເລຂາຄະນະພັກກະຊວງ ຊຶ່ງເປັນການຢັ້ງຢືນຕື່ມຕໍ່ຜົນສຳເລັດໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ I ຂອງສະຫະພັນແມ່ຍິງ ກຊສ ແລະ ປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວ ທົ່ວປະເທດ ຄັ້ງທີ VII, ທັງສະແດງເຖິງຄວາມເອົາໃຈໃສ່ຂອງຄະນະພັກຕໍ່ການພັດທະນາ ແລະ ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງແມ່ຍິງ ແລະ ເດັກນ້ອຍ.

ກອງປະຊຸມໃຫຍ່ຄັ້ງນີ້ຜູ້ແທນສົມບູນຍັງໄດ້ໃຊ້ສິດປະຊາທິປະໄຕຂອງຕົນເອງປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານສະຫະພັນແມ່ຍິງ ກຊສ ຊຸດໃໝ່ ຊຶ່ງມີຜູ້ລົງສະໝັກ 15 ສະຫາຍ, ເລືອກເອົາ 11 ສະຫາຍ, ຊຶ່ງກອງປະຊຸມຄົບຄະນະຄັ້ງປະຖົມມະລຶກຂອງຄະນະບໍລິຫານງານສະຫະພັນແມ່ຍິງ ກຊສ ສະໄໝທີ II ໄດ້ເປັນເອກະສັນກັນຢ່າງສົມບູນເລືອກເອົາ: 1) ສະຫາຍ ນາງ ທອງຈັນ ອະຄະມາເຂດ, ເປັນປະທານຄະນະບໍລິຫານງານສະຫະພັນແມ່ຍິງ ກຊສ; 2) ສະຫາຍ ນາງ ພັກກາວັນ ພິດສະໄໝ, ເປັນຮອງປະທານ, ທັງເປັນປະທານກວດກາຂອງຄະນະບໍລິຫານງານສະຫະພັນແມ່ຍິງ ກຊສ; 3) ສະຫາຍ ນາງ ຄຳຟອງ ໂສຕາປະເສີດ ເປັນຄະນະ; 4) ສະຫາຍ ນາງ ເຕືືອນຈິດ ອາລຸນລາສີ ເປັນກຳມະການ; 5) ສະຫາຍ ນາງ ນວນທາ ສິດທິປັນຍາ ເປັນກຳມະການ; 6) ສະຫາຍ ນາງ ດາລຸນນີ ວິໄລທອງ ເປັນກຳມະການ; 7) ສະຫາຍ ນາງ ບົວໄຂ ນວນແສງສີ ເປັນກຳມະການ; 8) ສະຫາຍ ນາງ ທິບທິດາ ສີສຸລາດ ເປັນກຳມະການ; 9) ສະຫາຍ ນາງ ແກ້ວດອກໄມ້ ຜຸຍປະເສີດ ເປັນກຳມະການ; 10) ສະຫາຍ ນາງ ສຸກປາລະມີ ດວງມາລາ ເປັນກຳມະການ; 11) ສະຫາຍ ນາງ ໄພວັນ ສີສະອາດ ເປັນກຳມະການ.

ກອງປະຊຸມໃຫຍ່ຄັ້ງນີ້ ຍັງໄດ້ເປັນກຽດຢ່າງສູງຮັບຟັງການໂອ້ລົມຈາກ ສະຫາຍ ນາງ ບົວຈັນ ສີຫານາດ, ຮອງ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ທີ່ໄດ້ຊີ້ທິດເຍືອງທາງໃຫ້ແກ່ຄະນະບໍລິຫານງານສະຫະພັນແມ່ຍິງ ກຊສ ແລະ ຜູ້ແທນກອງປະຊຸມ, ຊຶ່ງສະຫາຍໄດ້ສະແດງເຖິງຄວາມເປັນຫ່ວງເປັນໄຍ ແລະ ເອົາໃຈໃສ່ຕໍ່ການຊີ້ນຳວຽກງານສະຫະພັນແມ່ຍິງ ກວຕ ພ້ອມທັງໄດ້ຮຽກຮອງມາຍັງຄະນະບໍລິຫານງານ, ຄະນະໜ່ວຍ ແລະ ສະມາຊິກສະຫະພັນແມ່ຍິງທົ່ວກະຊວງ ຈົ່ງເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃຕ້ການນຳພາຂອງຄະນະພັກ ກຊສ, ເສີມຂະຫຍາຍມູນເຊື້ອຮັກຊາດ, ຕິດພັນກັບຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວ ພ້ອມກັນສູ້ຊົນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຄັ້ງທີ II ໃຫ້ໄດ້ຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

[Best_Wordpress_Gallery id=”85″ gal_title=”18620″]